ງູເຫຼືອມກິນຄົນ ທີ່ອອກໄປເກັບຜັກຢູ່ສວນ ໃນອິນໂດເນເຊຍ (ຄຳເຕືອນ ພາບ-ວິດີໂອ ຂ້າງໃນອາດສ້າງຄວາມສະເທືອນໃຈແກ່ທ່ານ) - ອິດສະຫຼະ

ງູເຫຼືອມກິນຄົນ ທີ່ອອກໄປເກັບຜັກຢູ່ສວນ ໃນອິນໂດເນເຊຍ (ຄຳເຕືອນ ພາບ-ວິດີໂອ ຂ້າງໃນອາດສ້າງຄວາມສະເທືອນໃຈແກ່ທ່ານ)



ສຳນັກຂ່າວຕ່າງປະເທດລາຍງານ 16 ມິຖຸນາ 2018 ວ່າ: ນາງ ວາ ຕິບາ ອາຍຸ 54 ແມ່ຍິງຊາວອິນໂດເນເຊຍ ອອກໄປເກັບຜັກໃນສວນຢູ່ບ້ານແຫ່ງໜຶ່ງ ໃນເມືອງເປີຊິອາປັນ ລາເວລາ ເກາະມຸນາ ນອກຝັ່ງເກາະໃຫຍ່ສຸລາເວສີ ທາງທິດຕາເວັນອອກສຽງໃຕ້ຂອງອິນໂດເນເຊຍ ເມື່ອອອກໄປດົນຜິດປົກກະຕິຍາດພີ່ນ້ອງຈຶ່ງໄດ້ອອກນຳຫາ ແລະ ໄດ້ພົບງູເຫຼືອມນອນພຸງປ່ອງບໍ່ໄກຈາກສ່ວນ ຊາວບ້ານຈຶ່ງໄດ້ຊ່ວຍກັນຜ່າທ້ອງງູເຫຼືອມຂະໜາດຄວາມຍາວ 7 ແມັດ ແລະ ໄດ້ພົບກັບສົບຂອງແມ່ຍິງຄົນດັ່ງກ່າວ.

ທ່ານ ຮຳກາ ຫົວໜ້າຫ້ອງການຕຳຫຼວດເມືອງເປີຊິອາປັນ ລາເວລາ ກ່າວວ່າ ຊາວບ້ານພາກັນສົງໄສວ່າງູເຫຼືອມໄດ້ກິນນາງ ວາ ເຊິ່ງປັດຈຸບັນລາວມີລູກ 2 ຄົນ ຈາກການສັງເກດທ້ອງຂອງງູ ຈຶ່ງຊ່ວຍກັນຂ້າງູ ແລະ ຜ່າທ້ອງ ແລະ ພົບສົບຂອງນາງ ວາ ຢູ່ໃນທ້ອງງູຕາມທີ່ຄາດການໄວ້ ໂດຍກ່ອນໜ້ານັ້ນຍາດພີ່ນ້ອງຜູ້ຕາຍ ແລະ ຊາວບ້ານປະມານ 100 ຄົນໄດ້ອອກນຳຫານາງ ວາ ພາຍຫຼັງທີ່ລາວໄດ້ອອກໄປສວນຜັກ ແລະ ຫາຍຕົວໄປດົນຜິດປົກກະຕິເມື່ອວັນພະຫັດ ທີ່ຜ່ານມາ.

ທ່ານ ຮຳກາ ກ່າວອີກວ່າ: ສວນຜັກທີ່ນາງ ວາ ຫາຍຕົວໄປ ຢູ່ຕີນຜາ ແລະ ໜ້າຜາມີຖ້ຳຫຼາຍແຫ່ງ ເຊິ່ງຊາວບ້ານຮູ້ດີກວ່າມີງູອາໄສຢູ່ເປັນຈຳນວນຫຼາຍ.






No comments

Powered by Blogger.