ສະເທືອນທັງແຜ່ນດິນ ເມັກຊິກ ສະຫຼອງໄຊເໜືອເຢຍລະມັນ ໃນບານໂລກ 2018 - ອິດສະຫຼະ

ສະເທືອນທັງແຜ່ນດິນ ເມັກຊິກ ສະຫຼອງໄຊເໜືອເຢຍລະມັນ ໃນບານໂລກ 2018



ເມື່ອວັນທີ 17 ມິຖຸນາ 2018 ທີ່ຜ່ານມາ ຈາກການແຂ່ງຂັນບານໂລກຮອບແບ່ງກຸ່ມຮອບທຳອິດ ຂອງກຸ່ມ F ທີ່ສະໜາມລຸສນິກີ, ນະຄອນຫຼວງມົດສະກູ ປະເທດລັດເຊຍ ແຊັມເກົ່າເຢຍລະມັນ ລົງສະໜາມພົບກັບທີມຊາດເມັກຊິກ (ແມັກຊິໂກ) ຜົນການແຂ່ງຂັນປາກົດວ່າ ເມັກຊິກ ສາມາດເອົາຊະນະເຢຍລະມັນ 1-0 ຈາກປະຕູໄຊຂອງ ເຮີວິງ ໂລຊາໂນ ດາວເດັ່ນອາຍຸ 22 ປີ ໃນທານີ 35 ຖືເປັນໄຊຊະນະຂອງເມັກຊິກ ເໜືອເຢຍລະມັນ ເປັນຄັ້ງທີ 2 ໃນປະຫວັດສາດ.

ສ່ວນເຢຍລະມັນເສຍໃນເກມນັດທຳອິດຂອງບານໂລກ ຮອບສຸດທ້າຍເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 1982, ສຳລັບນັດທີ 2 ຂອງເຢຍລະມັນ ຈະພົບກັບ ຊູແອດ (ສະວີເດນ) ທີ່ສະໜາມຟິສ ໂອລິມປິກ ໃນເມືອງໂຊຊີ ເຊິ່ງເຂົາເຈົ້າຈຳເປັນຕ້ອງເອົາຊະນະໃຫ້ໄດ້ ຫາກຫວັງຈະຜ່ານເຂົ້າສູ່ຮອບຕໍ່ໄປ, ສ່ວນເມັກຊິກ ຈະພົບກັບເກົາຫຼີໃຕ້ ທີ່ຮອສຕັອບ ອາຣີນາ ໃນເມືອງຣອສຕັອບ-ອອນ-ດອນ ໂດຍທັງສອງຄູ່ລົງສະໜາມວັນດຽວກັນ 23 ມິຖຸນາ 2018 ນີ້.

ຈາກຜົນການແຂ່ງຂັນດັ່ງກ່າວ, ປະຊາຊົນເມັກຊິກທົ່ວປະເທດ ໂດຍສະເພາະຫົວເມືອງໃຫຍ່ໆ ຕ່າງອອກມາໂຮຮ້ອງສະຫຼອງໄຊ ຢ່າງກຶກກ້ອງທົ່ວແຜ່ນດິນ ໃຫ້ກັບທີມຊາດຂອງຕົນ ທີ່ສາມາດເອົາຊະນະເຢຍລະມັນໄດ້ຢ່າງພາກພູມ.






No comments

Powered by Blogger.