ສະຫະພາບເອີຣົບ ຂະຫຍາຍເວລາການຂວໍ້າບາດລັດເຊຍ ອອກໄປອີກເປັນເວລາ 1 ປີ - ອິດສະຫຼະ

ສະຫະພາບເອີຣົບ ຂະຫຍາຍເວລາການຂວໍ້າບາດລັດເຊຍ ອອກໄປອີກເປັນເວລາ 1 ປີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ມິຖຸນາ 2018 ທີ່ຜ່ານມາວ່າ: ຖະແຫຼງການຂອງສະຫະພາບເອີຣົບ ຈາກສຳນັກງານໃຫຍ່ໃນນະຄອນຫຼວງບຼັສເຊວ ປະເທດແບນຊິກ ເມື່ອວັນຈັນທີ່ຜ່ານມາກ່າວວ່າ: ສະຫະພາບເອີຣົບຍັງຄົງຢຶດໝັ້ນຕໍ່ອະທິປະໄຕ ແລະ ດິນແດນອັນຄົບຖ້ວນຂອງອູແກຣນ ແລະ ຍັງຄົງປະນາມການລະເມີດກົດໝາຍລະຫວ່າງປະເທດຂອງລັດເຊຍຕໍ່ໄປ ແລະ ຄະນະມົນຕີສະມາຊິກສະຫະພາບເອີຣົບຕັດສິນໃຈຂະຫຍາຍການຂວໍ້າບາດລັດເຊຍ ເພື່ອຕອບໂຕ້ການລວມດິນແດນໄຄຼເມຍ ແລະ ເຊວາສໂຕປອນໂດຍຜິດກົດໝາຍ ຕໍ່ໄປຈົນເຖິງວັນທີ 23 ມິຖຸນາ 2019.

ມາດຕະການຂວໍ້າບາດມີຜົນບັງຄັບຕໍ່ພົນລະເມືອງ ແລະ ບໍລິສັດຂອງສະຫະພາບເອີຣົບ ຫ້າມນຳເຂົ້າສິນຄ້າຈາກໄຄຼເມຍ ແລະ ເຊວາສໂຕປອນ ຢຸດຕິການລົງທຶນ ແລະ ການຊື້ອະສັງຫາລິມະຊັບຂອງເອີຣົບ ແລະ ຫ້າມເຮືອທ່ອງທ່ຽວຂອງເອີຣົບເຂົ້າຈອດທຽບທ່າຕ່າງໆຂອງ 2 ດິນແດນດັ່ງກ່າວ, ມາດຕະການໃໝ່ຍັງລວມເຖິງການຫ້າມສົ່ງອອກສິນຄ້າ ແລະ ເຕັກໂນໂລຊີບາງຊະນິດ ທີ່ສາມາດໃຊ້ສຳລັບການຂົນສົ່ງ, ການສື່ສານໂທລະຄົມມະນາຄົມ ຫຼື ໃນພາກພະລັງງານ ໂດຍສະເພາະນ້ຳມັນ, ແກັດ ຫຼື ການສຳຫຼວດບໍ່ແຮ່.

ນອກຈາກມາດຕະການສຳລັບໄຄຼເມຍແລ້ວ ສະຫະພາບເອີຣົບຍັງຄົງມາດຕະການຂວໍ້າບາດອື່ນໆ ທີ່ກ່ຽວຂ້ອງກັບກິດຈະກຳຂອງລັດເຊຍໃນອູແກຣນ ລວມເຖິງການຂວໍ້າບາດທາງເສດຖະກິດ, ຫ້າມການເດີນທາງຂອງບຸກຄົນ, ອາຍັດຊັບບຸກຄົນເປົ້າໝາຍກວ່າ 150 ຄົນ.

No comments

Powered by Blogger.