ສ.ອາເມຣິກາ ປະກາດຈະສ້າງຕັ້ງ “ກອງທັບອະວະກາດ” ເປັນເຫຼົ່າທັບທີ 6 - ອິດສະຫຼະ

ສ.ອາເມຣິກາ ປະກາດຈະສ້າງຕັ້ງ “ກອງທັບອະວະກາດ” ເປັນເຫຼົ່າທັບທີ 6



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ມິຖຸນາ 2018 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວກ່ອນເລີ່ມການປະຊຸມຄັ້ງທີ 2 ຂອງສະພາອະວະກາດແຫ່ງຊາດ ເຊິ່ງເປັນອົງກອນທີ່ປຶກສາທີ່ມີທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ອາເມຣິກາເປັນປະທານ ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນຈັນ ທີ່ຜ່ານມາວ່າ: ທ່ານໄດ້ອອກຄຳສັ່ງໄປຍັງກະຊວງປ້ອງກັນປະເທດ ໃຫ້ເລີ່ມຂະບວນການທີ່ຈຳເປັນໃນທັນທີ ເພື່ອສ້າງຕັ້ງກອງທັບອະວະກາດ ໃນຖານະກອງທັບທີ 6 ຂອງເຫຼົ່າທັບສະຫະລັດ ອາເມຣິກາ “ພວກເຮົາມີກອງທັບອາກາດ ແລະ ພວກເຮົາກຳລັງຈະມີກອງທັບອະວະກາດ ສອງກອງທັບແຍກຈາກກັນ ແຕ່ມີຖານະທຽບເທົ່າກັນ” ທ່ານ ໂດໂນ ທຣຳ ກ່າວ.

ເບື້ອງຕົ້ນຍັງບໍ່ເປັນທີ່ຊັດເຈນ ໃນລາຍລະອຽດກ່ຽວກັບບົດບາດ ແລະ ໄລຍະເວລາໃນການສ້າງຕັ້ງກອງທັບໃໝ່ນີ້, ເຖິງຢ່າງໃດກໍ່ຕາມ ການສ້າງຕັ້ງເຫຼົ່າທັບໃໝ່ນີ້ອາດຈະຍັງບໍ່ສາມາດເກີດຂຶ້ນໄດ້ໃນທັນທີ ເນື່ອງຈາກສະພາສູງສະຫະລັດ ອາເມຣິກາຕ້ອງຜ່ານກົດໝາຍອະນຸມັດກ່ອນເປັນອັນດັບທຳອິດ.

ກ່ອນໜ້ານີ້ທ່ານ ໂດໂນ ທຣຳ ໄດ້ກ່າວສະໜັບສະໜູນແນວຄິດ ການສ້າງຕັ້ງເຫຼົ່າທັບທີ 6 ຂອງກອງທັບສະຫະລັດ ອາເມຣິກາ ເພີ່ມຈາກກອງທັບບົກ, ກອງທັບອາກາດ, ໜ່ວຍຮົບພິເສດ, ກອງທັບເຮືອ ແລະ ໜ່ວຍຍາມຝັ່ງ.

ບັນຫາດັ່ງກ່າວແມ່ນເຄີຍຍົກຂຶ້ນມາກ່າວຫຼາຍຄັ້ງໃນສະພາສະຫະລັດ ອາເມຣິກາ ຫຼາຍຝ່າຍກໍ່ໃຫ້ການສະໜັບສະໜູນ ແຕ່ອີກຫຼາຍຝ່າຍກໍ່ຢືນຢັນວ່າພາລະກິດອະວະກາດກໍ່ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງກອງທັບອາກາດທີ່ມີຢູ່ໃນປັດຈຸບັນ.

ໃນວັນຈັນທີ່ຜ່ານມາ, ທ່ານ ໂດໂນ ທຣຳ ຍັງໄດ້ລົງນາມໃນຄຳສັ່ງການບໍລິການຈັດການການຈະລາຈອນໃນອະວະກາດ ມີເປົ້າໝາຍເພື່ອກະຕຸ້ນການຕິດຕາມພາກລັດ ແລະ ເອກະຊົນຕໍ່ວັດຖຸຕ່າງໆໃນວົງໂຄຈອນ ເພື່ອຫຼີກລ້ຽງການປະທະ ຫຼື ຕຳກັນຂອງຂີ້ເຫຍື້ອອະວະກາດ, ຖະແຫຼງການເຜີຍແຜ່ໂດຍທຳນຽບຂ່າວກ່າວວ່າ ເປັນການເຄື່ອນໄຫວເພື່ອຫຼຸດຜ່ອນໄພທີ່ນັບມື້ນັບເພີ່ມຂຶ້ນຈາກຂີ້ເຫຍື້ອໃນວົງໂຄຈອນ ຕໍ່ຜົນປະໂຫຍດຮ່ວມກັນຂອງທຸກປະເທດ.

No comments

Powered by Blogger.