ສ.ອາເມຣິກາ ແລະ ເກົາຫຼີໃຕ້ ປະກາດຢຸດຕິການຊ້ອມຮົບໃຫຍ່ ໃນເດືອນສິງຫາ ນີ້ - ອິດສະຫຼະ

ສ.ອາເມຣິກາ ແລະ ເກົາຫຼີໃຕ້ ປະກາດຢຸດຕິການຊ້ອມຮົບໃຫຍ່ ໃນເດືອນສິງຫາ ນີ້



ສຳນັກຂ່າວຕ່າງປະເທດລາຍງານ 19 ມິຖຸນາ 2018 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ ອອກຖະແຫຼງການໃນວັນອັງຄານນີ້ ເລື່ອງການບັນລຸຂໍ້ຕົກລົງກັບສະຫະລັດ ອາເມຣິກາ ໃນການຢຸດຕິກິດຈະກຳທັງໝົດທີ່ກ່ຽວຂ້ອງກັບພາລະກິດການເຝິກຊ້ອມຮົບ “Ulchi-Freedom Guardian” ທີ່ຕາມກຳນົດການເດີມຈະຕ້ອງເກີດຂຶ້ນໃນເດືອນສິງຫານີ້ ເຖິງຢ່າງໃດກໍ່ຕາມ, ທັງສອງປະເທດຍັງບໍ່ໄດ້ປຶກສາຫາລືກ່ຽວກັບກຳນົດການຊ້ອມຮົບລາຍການອື່ນທີ່ເຫຼືອໃນປີນີ້ ເຊິ່ງມີທະຫານເກົາຫຼີໃຕ້ຫຼາຍກວ່າ 50,000 ຄົນ ແລະ ທະຫານອາເມຣິກາ 17,500 ຄົນເຂົ້າຮ່ວມການເຝິກຊ້ອມຮົບ Ulchi-Freedom Guardian ເມື່ອປີທີ່ຜ່ານມາ.


ຂະນະທີ່ຖະແຫຼງການຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ລະບຸວ່າ: ກຳນົດການເຝິກຊ້ອມຮົບລາຍການອື່ນໃນພູມມິພາກອາຊີ-ປາຊິຟິກ ຈະຍັງຄົງເປັນໄປຕາມກຳນົດການເດີມ, ໃນດ້ານຂອງທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ກຽມພົບປະຫາລືກັບທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ແລະ ທ່ານ ຈອນ ໂບຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາ ທີ່ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ໃນທ້າຍອາທິດນີ້ ກ່ຽວກັບບັນຫາດັ່ງກ່າວ.

ການເຄື່ອນໄຫວດັ່ງກ່າວຂອງສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້ເປັນຜົນມາຈາກການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວພາຍຫຼັງສຳເລັດການພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ສິງກະໂປ ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມາ ວ່າສະຫະລັດ ອາເມຣິກາ ຈະຢຸດຕິເກມສົງຄາມຢູ່ແຫຼມເກົາຫຼີ ເຊິ່ງເປັນກິດຈະກຳທີ່ສ້າງຄວາມບໍ່ພໍໃຈມາໂດຍຕະຫຼອດໃຫ້ກັບເກົາຫຼີເໜືອ ທີ່ຕີລາຄາວ່າເປັນໄພຂົ່ມຂູ່ຮຸກຮານ.

ໃນອີກດ້ານໜຶ່ງ, ກະຊວງກີລາຂອງເກົາຫຼີເໜືອ ແລະ ເກົາຫຼີໃຕ້ອອກຖະແຫຼງການຮ່ວມກັນ ພາຍຫຼັງສຳເລັດການພົບປະຫາລືກັນທີ່ບ້ານປັນມຸນຈອມ ເຂດປອດທະຫານຝັ່ງເກົາຫຼີໃຕ້ ເມື່ອວັນຈັນທີ່ຜ່ານມາວ່າ ນັກກີລາຂອງເກົາຫຼີເໜືອ ແລະ ເກົາຫຼີໃຕ້ຈະເດີນຂະບວນຮ່ວມກັນທັງໃນພິທີເປີດ ແລະ ປິດການແຂ່ງຂັນກີລາອາຊຽນເກມ ທີ່ນະຄອນຫຼວງຈາກາຕາ ແລະ ເມືອງປາເລມບັງຂອງປະເທດອິນໂດເນເຊຍ ທີ່ເປັນເຈົ້ພາບໃນລະຫວ່າງວັນທີ 18 ສິງຫາ - 5 ກັນຍາ ນີ້ ແລະ ຈະຮ່ວມທີມກັນແຂ່ງຂັນກີລາບາງປະເພດ ເຊິ່ງຈະມີການປະກາດອີກຄັ້ງ.

ນອກຈາກນັ້ນ, ທັງສອງປະເທດເຫັນດີຮ່ວມກັນຈັດຕັ້ງການແຂ່ງຂັນບານບ້ວງຊາຍສາມັກຄີ 2 ນັດ ໂດຍນັດທຳອິດຈະຈັດຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ນະຄອນຫຼວງປຽງຢາງ ແລະ ນັດທີ່ສອງຈະຈັດຂຶ້ນທີ່ນະຄອນຫຼວງໂຊ ໃນລະດູໃບໄມ້ລົ່ນປີນີ້ ຕາມແນວຄິດຂອງທ່ານ ຄິມ ຈອງ-ອຶນ ເຊິ່ງສະເໜີກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໃນລະຫວ່າງການພົບປະຫາລືກັນເມື່ອວັນທີ 27 ເມສາ ທີ່ຜ່ານມາ.

No comments

Powered by Blogger.