ຜູ້ນຳເກົາຫຼີເໜືອ ເດີນທາງຢ້ຽມຢາມ ສປ.ຈີນ ລາຍງານຄວາມຄືບໜ້າປະຊຸມສຸດຍອດກັບ ສ.ອາເມຣິກາ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ເດີນທາງຢ້ຽມຢາມ ສປ.ຈີນ ລາຍງານຄວາມຄືບໜ້າປະຊຸມສຸດຍອດກັບ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 19 ມິຖຸນາ 2018 ວ່າ: ສະຖານນີໂທລະພາບກາງແຫ່ງຊາດຈີນ (CCTV) ລາຍງານໃນວັນອັງຄານນີ້ວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຢ້ຽມຢາມນະຄອນຫຼວງປັກກິ່ງເປັນເວລາ 2 ວັນ ລະຫວ່າງວັນທີ 19-20 ມິຖຸນານີ້ ຖືເປັນການຢ້ຽມຢາມຈີນຄັ້ງທີ 3 ຂອງຜູ້ນຳເກົາຫຼີເໜືອແລ້ວໃນປີນີ້ ໂດຍຄັ້ງທຳອິດເກີດຂຶ້ນເມື່ອເດືອນມີນາ ເປັນການເດີນທາງດ້ວຍຂະບວນລົດໄຟໄປຍັງນະຄອນຫຼວງປັກກິ່ງ ພ້ອມທ່ານ ນາງ ຣີ ຊອນ-ຈູ ພັນລະຍາ ແລະ ຄັ້ງທີ່ສອງເກີດຂຶ້ນເມື່ອເດືອນພຶດສະພາ ທີ່ຜ່ານມາ ໂດຍທ່ານ ຄິມ ຈອງ-ອຶນ ເດີນທາງດ້ວຍຍົນໄປຍັງເມືອງຕ້າຫຼຽນ ທາງພາກຕາເວັນອອກຂອງຈີນ.

ເຊິ່ງ CCTV ແລະ ສື່ສຳນັກອື່ນຂອງຈີນຍັງບໍ່ເປີດເຜີຍລາຍລະອຽດຂອງພາລະກິດ ແຕ່ຫຼາຍຝ່າຍເຊື່ອວ່າທ່ານ ຄິມ ຈອງ-ອຶນ ຈະເຂົ້າພົບກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເພື່ອລາຍງານກ່ຽວກັບຜົນການພົບປະຫາລືກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ສິງກະໂປ ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມາ, ສ່ວນສະຖານທີ່ພົບປະຫາລືລະຫວ່າງທ່ານ ສີ ຈິ້ນຜິງ ກັບທ່ານ ຄິມ ຈອງ-ອຶນ ໜ້າຈະເປັນເຮືອນຮັບແຂກຕຽວຫຍູໄຖ ໃນເຂດໃຈກາງນະຄອນຫຼວງປັກກິ່ງ ຈາກການທີ່ມີການຍົກລະດັບມາດຕະການຮັກສາຄວາມປອດໄພເປັນຂັ້ນສູງສຸດແບບກະທັນຫັນ. ນອກຈາກນີ້ ເຖິງແມ່ນວ່າຈະຍັງບໍ່ມີການເປີດເຜີຍວ່າທ່ານ ຄິມ ຈອງ-ອຶນ ເດີນທາງມາດ້ວຍລົດໄຟ ຫຼື ຍົນ ແຕ່ເສັ້ນທາງສາຍຫຼັກເຂົ້າ ແລະ ອອກຈາກສະໜາມບິນສາກົນປັກກິ່ງມີກຳລັງຕຳຫຼວດເພີ່ມຂຶ້ນໜາຕາ.

ການເຄື່ອນໄຫວດັ່ງກ່າວເກີດຂຶ້ນໃນວັນດຽວກັບທີ່ກອງທັບເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິກາ ປະກາດຢຸດຕິການເຝິກຊ້ອມຮັບ Ulchi-Freedom Guardian ທີ່ຕາມກຳນົດເດີມຈະຕ້ອງເກີດຂຶ້ນໃນເດືອນສິງຫານີ້, ຂະນະທີ່ຜົນການປຶກສາຫາລືລະຫວ່າງກະຊວງກີລາຂອງທັງສອງເກົາຫຼີ ທີ່ບ້ານປັນມຸນຈອມ ຝັ່ງເກົາຫຼີໃຕ້ ເມື່ອວັນຈັນທີ່ຜ່ານມາ ມີຄວາມຄືບໜ້າວ່າ ນັກກີລາຂອງເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຈະເດີນຂະບວນຮ່ວມກັນທັງໃນພິທີເປີດ ແລະ ພິທີປິດການແຂ່ງຂັນອາຊຽນເກມ ທີ່ປະເທດອິນໂດເນເຊຍເປັນເຈົ້າພາບ ໃນລະຫວ່າງວັນທີ 18 ສິງກາ - 5 ກັນຍາ ນີ້ ແລະ ຈະຮ່ວມທີມກັນແຂ່ງຂັນກີລາບາງປະເທດ ເຊິ່ງຈະມີການປະກາດອີກຄັ້ງພາຍຫຼັງ, ນອກຈານີ້ ທັງສອງປະເທດເຫັນດີຮ່ວມກັນຈັດຕັ້ງການແຂ່ງຂັນບານບ້ວງຊາຍສາມັກຄີ 2 ນັດ ໂດຍນັດທຳອິດຈະຈັດຂຶ້ນໃນວັນທີ 4 ກໍລະກົດ ນີ້ ທີ່ນະຄອນຫຼວງປຽງຢາງ ແລະ ນັດທີ 2 ຈະຈັດຂຶ້ນທີ່ນະຄອນຫຼວງໂຊ ໃນລະດູໄມ້ໃບລົ່ນປີດຽວກັນນີ້.

No comments

Powered by Blogger.