ສ.ອາເມຣິກາ ລາອອກຈາກຄະນະມົນຕີສິດທິມະນຸດ ຂອງ UN ໂດຍໃຫ້ເຫດຜົນວ່າເສື່ອມໂຊມ - ອິດສະຫຼະ

ສ.ອາເມຣິກາ ລາອອກຈາກຄະນະມົນຕີສິດທິມະນຸດ ຂອງ UN ໂດຍໃຫ້ເຫດຜົນວ່າເສື່ອມໂຊມ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 19 ມິຖຸນາ 2018 ທີ່ຜ່ານມາວ່າ:​ ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາປະຈຳສະຫະປະຊາຊາດ ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ: ລັດຖະບານສະຫະລັດ ອາເມຣິກາຂໍລາອອກຈາກການເປັນສະມາຊິກຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ (UNHRC) ເນື່ອງຈາກເປັນໜ່ວຍງານທີ່ປົກປ້ອງຜູ້ລະເມີດສິດທິມະນຸດ ເນື່ອງຈາກມີທັງຈີນ, ກູບາ, ເວເນຊູເອລາ ແລະ ສາທາລະນະລັດ ປະຊາທິປະໄຕກົງໂກ ເປັນສະມາຊິກ ແລະ ຍັງເປັນສະຖານທີ່ເສື່ອມໂຊມ ທີ່ເຕັມໄປດ້ວຍອັກຄະຕິທາງການເມືອງຕໍ່ອິດສະຣາແອນ ເຊິ່ງເປັນປະເທດດຽວໃນໂລກທີ່ຖືກ UNHRC ວິຈານໃນກອງປະຊຸມທຸກຄັ້ງ ສະທ້ອນໃຫ້ເຫັນວ່າຄວາມພະຍາຍາມຂອງສະຫະລັດ ອາເມຣິກາ ໃນການຊຸກດັນໃຫ້ເກີດການປະຕິຮູບອົງກອນແຫ່ງນີ້ບໍ່ມີຜົນຫຍັງ.

ເຖິງຢ່າງໃດກໍ່ຕາມ, ທ່ານ ນາງ ນິກກີ ເຮລີຫຼີກລ້ຽງທີ່ຈະກ່າວເຖິງອາຣັບບີ ຊາອູດິດ ເຊິ່ງໄດ້ຮັບເລືອກຕັ້ງໃນໂຄຕ້າໂຊນອາຊີ ວາລະລະຫວ່າງປີ 2016 ເຖິງ 2019 ພ້ອມສະຫະລັດ ອາເມຣິາ ທີ່ໄດ້ນັ່ງໃນສ່ວນຂອງເອີຣົບຕາເວັນຕົກ ແລະ ພູມມິພາກອື່ນໃນຄະນະມົນຕີ UNHRC ແຕ່ຫຼາຍປະເທດ ແລະ ອົງກອນສິດທິມະນຸດຫຼາຍແຫ່ງວິຈານຢ່າງຮຸນແຮງ ຕໍ່ກໍລະນີທີ່ລັດຖະບານອາຣັບບີ ຊາອູດິດເປັນຜູ້ນຳໃນການປະຕິບັດການທາງທະຫານສູ້ຮົບກັບກຸ່ມຮູຕີໃນເຢເມນ, ໃນດ້ານຂອງທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວວ່າໃນອະດີດ UNHRC ເຄີຍເປັນອົງກອນທີ່ມີຈະລິຍະທຳ ເຖິງແມ່ນວ່າສະຖານະການໃນຕອນນີ້ຈະກົງກັນຂ້າມ ແຕ່ສະຫະລັດ ອາເມຣິກາ ຍັງຄົງຢຶດໝັ້ນໃນການເປັນປະເທດຜູ້ຮັກສາສິດທິມະນຸດໃນໂລກຕໍ່ໄປ.

ການເຄື່ອນໄຫວດັ່ງກ່າວຂອງສະຫະລັດ ອາເມຣິກາ ເກີດຂຶ້ນພຽງວັນດຽວ ພາຍຫຼັງທີ່ເຈົ້າຊາຍ ເຊອິດ ຣາອັດ-ຮຸສເຊັນ ເລຂາທິການໃຫຍ່ UNHRC ໄດ້ວິຈານນະໂຍບາຍ ແລະ ມາດຕະການພາກຜູ້ອົບພະຍົບ ຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ເປັນການນັບແຍກຜູ້ອົບພະຍົມເດັກນ້ອຍຫຼາຍກວ່າ 2,3000 ຄົນ ຈາກຜູ້ປົກຄອງທີ່ລັກລອບຂ້າມຊາຍແດນເຂົ້າມາໃນສະຫະລັດ ອາເມຣິກາ ຕັ້ງແຕ່ເດືອນພຶດສະພາ ທີ່ຜ່ານມາ, ຂະນະທີ່ຕໍ່ມາເຈົ້າຊາຍ ເຊອິດ ໄດ້ຕຳນິການທີ່ລັດຖະບານສະຫະລັດ ອາເມຣິກາ ຖອນຕົວອອກຈາກ UNHRC ວ່າ: ສະຫະລັດ ອາເມຣິກາ ເລືອກທີ່ຈະເດີນກັບຖອຍຫຼັງເອງ.

ເຊິ່ງສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ໄດ້ມີມະຕິເຫັນດີສ້າງຕັ້ງ UNHRC ເມື່ອປີ 2006 ເພື່ອໃຫ້ປະຕິບັດໜ້າທີ່ແທນຄະນະກຳມາທິການສິດທິມະນຸດຂອງສະຫະປະຊາຊາດ (UNCHR) ໂດຍສະມັດຊາໃຫຍ່ຈະລົງມະຕິເລືອກເອົາ 47 ປະເທດເຊິ່ງເປັນການຄັດເລືອກຕາມອັດຕາສ່ວນໃນແຕ່ລະພູມມິພາກ ໃຫ້ໝຸນວຽນຜັດປ່ຽນກັນເຮັດໜ້າທີ່ໃນ UNHRC ຄັ້ງລະ 3 ປີ, ໂດຍວາລະສູງສຸດຄື 2 ສະໄໝ ຫຼື 6 ປີ, ປັດຈຸບັນອາຟຣິກາ ແລະ ອາຊີ ເປັນ 2 ທະວີບທີ່ໄດ້ໂຄຕ້າຫຼາຍທີ່ສຸດຄື: ທະວີບລະ 13 ປະເທດ, ສ່ວນສະຫະລັດ ອາເມຣິກາ ໄດ້ດຳລົງຕຳແໜ່ງ 2 ສະໄໝຕິດຕໍ່ກັນແລ້ວໃນສະໄໝການເປັນປະທານປະເທດຂອງທ່ານ ບາຣັກ ໂອບາມາ ແລະ ຖືເປັນປະເທດທຳອິດທີ່ລາອອກຈາກ UNHRC ກ່ອນຄົບວາລະ.

No comments

Powered by Blogger.