ຈີນຫວັງວ່າ ເກົາຫຼີເໜືອ ແລະ ສ.ອາເມຣິກາ ຈະປະຕິບັດຕາມຕົກລົງກັນທີ່ ສິງກະໂປ - ອິດສະຫຼະ

ຈີນຫວັງວ່າ ເກົາຫຼີເໜືອ ແລະ ສ.ອາເມຣິກາ ຈະປະຕິບັດຕາມຕົກລົງກັນທີ່ ສິງກະໂປ



ສຳນັກຂ່າວຕ່າງປະເທດລາຍງານ 20 ມິຖຸນາ 2018 ວ່າ: ສະຖານນີໂທລະພາບກາງແຫ່ງປະເທດຈີນ (CCTV) ລາຍງານວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃຫ້ການຕ້ອນຮັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ມະຫາສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ເມື່ອວັນອັງຄານທີ່ຜ່ານມາ ໂດຍຜູ້ນຳຈີນກ່າວໃນຕອນໜຶ່ງຂອງການພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ວ່າລັດຖະບານຈີນມີຄວາມຍິນດີ ທີ່ຄວາມພະຍາຍາມຮ່ວມກັນຂອງທຸກປະເທດທີ່ກ່ຽວຂ້ອງ ກັບສະຖານະການຢູ່ແຫຼມເກົາຫຼີໃຫ້ກັບມາດຳເນີນໄປດ້ວຍດີອີກຄັ້ງ ແລະ ສະຖານະການໂດຍລວມໃນປັດຈຸບັນນີ້ ຖືວ່າທຸກພາກສ່ວນກຳລັງເດີນໄປຖືກທາງແລ້ວ ເພື່ອກ້າວສູ່ສັນຕິພາບ ແລະ ສະຖຽນລະພາບ.

ຂະນະດຽວກັນ, ຈີນຍັງຫວັງເປັນຢ່າງຍິ່ງວ່າທັງສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອຈະຢຶດໝັ້ນຕາມຜົນການເຈລະຈາ ຈາກການປະຊຸມສຸດຍອດຮ່ວມກັນ ທີ່ສິງກະໂປ ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມາ ແລະ ລັດຖະບານຈີນຈະຮ່ວມສະແດງບົດບາດຢ່າງສ້າງສັນຕໍ່ບັນຫາດັ່ງກ່າວຢ່າງສະໝ່ຳສະເໝີ, ໃນດ້ານຂອງສຳນັກຂ່າງກາງເກົາຫຼີ (KCNA) ກະບອກສຽງຂອງລັດຖະບານເກົາຫຼີເໜືອ ລາຍງານເພີ່ມເຕີມວ່າຜູ້ນຳສູງສຸດຂອງເກົາຫຼີເໜືອໄດ້ໃຫ້ຄຳໝັ້ນສັນຍາກ່ຽວກັບການເດີນໜ້າຮ່ວມມືກັບຈີນ ເພື່ອນຳໄປສູ່ສັນຕິພາບຢ່າງແທ້ຈິງ ແລະ ການເປີດປະຕູສູ່ອະນາຄົດໃໝ່ຢູ່ແຫຼມເກົາຫຼີ.


ສຳລັບການເດີນທາງຢ້ຽມຢາມປະເທດຈີນ ຂອງທ່ານ ຄິມ ຈອງ-ອຶນ ໃນຄັ້ງນີ້ ຖືເປັນຄັ້ງທີ 3 ແລ້ວນັບຕັ້ງແຕ່ຕົ້ນປີນີ້ ໂດຍຄັ້ງທຳອິດເກີດຂຶ້ນເມື່ອທ້າຍເດືອນມີນາ ທີ່ຜ່ານມາ ເປັນການເດີນທາງດ້ວຍຂະບວນລົດໄຟຈາກນະຄອນຫຼວງປຽງຢາງ ພ້ອມທ່ານ ນາງ ຣີ ຊອນ-ຈູ ພັນລະຍາ, ສ່ວນຄັ້ງທີ 2 ເກີດຂຶ້ນເມື່ອຕົ້ນເດືອນພຶດສະພາ ທີ່ຜ່ານມາ ທີ່ເມືອງຕ້າຫຼຽນ ທາງພາກຕາເວັນອອກຂອງຈີນ ເຊິ່ງພັນລະຍາຂອງຜູ້ນຳເກົາຫຼີບໍ່ໄດ້ຮ່ວມເດີນທາງດ້ວຍ, ສ່ວນການມາຢ້ຽມຢາມຄັ້ງນີ້ທ່ານ ນາງ ຣີ ຊອນ-ຈູ ຕິດຕາມມາດ້ວຍ ແລະ ພົບກັບທ່ານ ນາງ ເຜິງ ລີ່ຫຍວນ ພັນລະຍາຂອງທ່ານ ສີ ຈິ້ນຜິງ.

ໃນດ້ານຂອງທ່ານ ໂນ ຄະຢູ-ດຸກ ໂຄສົກກະຊວງການຕ່າງປະເທດເກົາຫຼີໃຕ້ ກ່າວເຖິງການຢ້ຽມຢາມຈີນ 3 ຄັ້ງຂອງທ່ານ ຄິມ ຈອງ-ອຶນ ພາຍໃນໄລຍະເວລາບໍ່ພໍເທົ່າໃດເດືອນຜ່ານມາ ວ່າສະທ້ອນໃຫ້ທຸກຝ່າຍເຫັນໄດ້ຢ່າງຊັດເຈນ ກ່ຽວກັບບົດບາດຂອງລັດຖະບານຈີນທີ່ມີຕໍ່ເກົາຫຼີເໜືອ ແຕ່ລັດຖະບານເກົາຫຼີໃຕ້ ຍັງຄົງເຊື່ອໝັ້ນວ່າຈີນຈະຍັງບໍ່ຜ່ອນຄາຍມາດຕະການກົດດັນທາງເສດຖະກິດຕໍ່ເກົາຫຼີເໜືອ ຈົນກວ່າຂະບວນການປົດອາວຸດນິວເຄຼຍຂອງເກົາຫຼີເໜືອຈະສຳເລັດໄປດ້ວຍດີ.





No comments

Powered by Blogger.