ສປປ.ລາວ ມີໜີ້ສິນຕໍ່ຕ່າງປະເທດ ກວມເອົາ 50% ຂອງ GDP ໃນປີ 2017 - ອິດສະຫຼະ

ສປປ.ລາວ ມີໜີ້ສິນຕໍ່ຕ່າງປະເທດ ກວມເອົາ 50% ຂອງ GDP ໃນປີ 2017



ໃນປີ 2017 ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສປປ.ລາວ ຂະຫຍາຍຕົວດ້ວຍອັດຕາ 6.89% ຕ່ຳກວ່າ GDP ປີກ່ອນໜ້ານັ້ນ ທີ່ຢູ່ໃນລະດັບ 7.02% ໂດຍມີປັດໄຈສຳຄັນຍ້ອນການຂະຫຍາຍຕົວຂອງຂະແໜງອຸດສາຫະກຳ ແລະ ການບໍລິການເປັນຕົ້ນແມ່ນ ພະລັງງານໄຟຟ້າ,​ ການກໍ່ສ້າງ ແລະ ການບໍລິການດ້ານການຂາຍຍົກ, ຂາຍຍ່ອຍ ແລະ ສ້ອມແປງພາຫະນະມູນຄ່າລວມຍອດຜະລິດຕະພັນພາຍໃນ (ຕາມລາຄາໃນປີ) ເພີ່ມຂຶ້ນຈາກ 129,279 ຕື້ກີບ ມາເປັນ 140,749 ຕື້ກີບ ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນ ສາມາດບັນລຸໄດ້ 20.25 ລ້ານກີບ ຫຼື 2,472 ໂດລາສະຫະລັດ.

ແຕ່ໃນຂະນະດຽວກັນ,​ ພາກລັດກໍ່ໄດ້ມີການລົງທຶນໃສ່ໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ຫຼາຍໂຄງການ ໂດຍສະເພາະໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ລັດຖະບານ ຕ້ອງກູ້ຢືມເງິນຈາກຕ່າງປະເທດ ແລະ ມີຍອດໜີ້ສິນຕໍ່ຕ່າງປະເທດສະສົມເພີ່ມຂຶ້ນ ໂດຍໃນປີ 2017 ລາຍຈ່າຍການລົງທຶນຂອງລັດຖະບານມີສູງເຖິງ 12,892.45 ຕື້ກີບ.

ຮອດທ້າຍປີ 2017, ຍອດໜີ້ສິນຕໍ່ຕ່າງປະເທດຂອງລັດຖະບານ ມີຈຳນວນ 8,538.44 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 10.46% ເມື່ອທຽບໃສ່ປີຜ່ານມາ ແລະ ກວມເອົາອັດຕາສ່ວນ 50,03% ຕໍ່ GDP, ໂດຍໃນໜີ້ສິນທັງກ່າວປະກອບມີ: ພັນທະບັດ 1,481.87 ລ້ານໂດລາສະຫະລັດ, ໜີ້ສອງຝ່າຍ 5,502.64 ລ້ານໂດລາສະຫະລັດ ແລະ ໜີ້ຫຼາຍຝ່າຍ 1,553.93 ລ້ານໂດລາສະຫະລັດ ໂດຍໃນປີ 2017 ມີການຊຳລະຕົ້ນທຶນໜີ້ 338.62 ລ້ານໂດລາສະຫະລັດ ແລະ ຊຳລະດອກເບ້ຍ 125.55 ລ້ານໂດລາສະຫະລັດ.

- ປີ 2016 : ມີຍອດໜີ້ສິນຕໍ່ຕ່າງປະເທດທັງໝົດ 7,717.26 ລ້ານໂດລາສະຫະລັດ ເທົ່າກັບ 48.51% ຂອງ GDP
- ປີ 2015 : ມີຍອດໜີ້ສິນຕໍ່ຕ່າງປະເທດທັງໝົດ 6,530.61 ລ້ານໂດລາສະຫະລັດ ເທົ່າກັບ 45.29% ຂອງ GDP
- ປີ 2014 : ມີຍອດໜີ້ສິນຕໍ່ຕ່າງປະເທດທັງໝົດ 5,723.18 ລ້ານໂດລາສະຫະລັດ ເທົ່າກັບ 43.12% ຂອງ GDP
- ປີ 2013 : ມີຍອດໜີ້ສິນຕໍ່ຕ່າງປະເທດທັງໝົດ 5,099.05 ລ້ານໂດລາສະຫະລັດ ເທົ່າກັບ 42.56% ຂອງ GDP

ຂໍ້ມູນຈາກ: ທະນາຄານແຫ່ງ ສປປ.ລາວ,​ ອ້າງອີງເຖິງ: ກະຊວງການເງິນ


No comments

Powered by Blogger.