ອິດສະຣາແອນ ໂຈມຕີທາງອາກາດໃນເຂດກາຊາ ຢ່າງໜັກໜ່ວງ ຕອບໂຕ້ກຸ່ມຮາມາສ - ອິດສະຫຼະ

ອິດສະຣາແອນ ໂຈມຕີທາງອາກາດໃນເຂດກາຊາ ຢ່າງໜັກໜ່ວງ ຕອບໂຕ້ກຸ່ມຮາມາສ



ສຳນັກຂ່າວຕ່າງປະເທດລາຍງານ 20 ມິຖຸນາ 2018 ວ່າ: ກອງກຳລັງປ້ອງກັນອິດສະຣາແອນ ອອກຖະແຫຼງການວ່າຍົນຮົບຈຳນວນໜຶ່ງໄດ້ປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍ 25 ແຫ່ງໃນເຂດກາຊາ ເມື່ອຕອນເຊົ້າມືດຂອງວັດພຸດນີ້ ຕາມເວລາທ້ອງຖິ່ນ ເພື່ອຕອບໂຕ້ການທີ່ກຸ່ມຮາມາສລະດົມຍິງຈະຫຼວດ ແລະ ປືນໃຫຍ່ລວມກັນ 45 ລູກຂ້າມຊາຍແດນໄປຍັງອິດດສະຣາແອນ. ເຖິງຢ່າງໃດກໍ່ຕາມ, ລະບົບປ້ອງກັນໄພທາງອາກາດຂອງກອງກຳລັງປ້ອງກັນອິດສະຣາແອນ ສາມາດສະກັດຈະຫຼວດໄດ້ 7 ລູກ.



ເຖິງແມ່ນວ່າລາຍງານຂອງກອງກຳລັງປ້ອງກັນອິດສະຣາແອນບໍ່ໄດ້ລະບຸວ່າມີຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ຫຼືບໍ່ ແຕ່ກຸ່ມຮາມາສເປີດເຜີຍວ່າສະມາຊິກຢ່າງໜ້ອຍ 2 ຄົນໄດ້ຮັບບາດເຈັບຈາກການຖິ້ມລະເບີດໂຈມຕີຂອງຍົນຮົບອິດສະຣາແອນ ໃນທິດໃຕ້ຂອງເຂດກາຊາ. ເຖິງຢ່າງໃດກໍ່ຕາມ ໃນໄລຍະ 2-3 ອາທິດທີ່ຜ່ານມາ ມີກຸ່ມຜູ້ປະທ້ວງຊາວປາເລສໄຕ (ປາແລັດສະຕິນ) ຈຳນວນໜຶ່ງໃຊ້ວ່າວ ຫຼື ໝາກໂປ້ງລອຍທີ່ມີການຜູກລະເບີດໃຫ້ລອຍຂ້າມຊາຍແດນ ເພື່ອສ້າງຄວາມເສຍຫາຍໃຫ້ກັບພື້ນທີ່ກະສິກຳຂອງອິດສະຣາແອນ.




ເຊິ່ງອິດສະຣາແອນ ແລະ ກຸ່ມຮາມາດສູ້ຮົບກັນມາແລ້ວນັບຄັ້ງບໍ່ຖ້ວນ ແຕ່ສະຖານະການໄດ້ລຸກລາມບາຍປາຍເປັນສົງຄາມເຕັມຮູບແບບມາແລ້ວ 2 ຄັ້ງ, ໂດຍຄັ້ງທຳອິດເມື່ອທ້າຍປີ 2008 ເຖິງຕົ້ນປີ 2009 ສົ່ງຜົນໃຫ້ປະຊາຊົນປາເລສໄຕເສຍຊີວິດຫຼາຍກວ່າ 1,400 ຄົນ ສ່ວນທະຫານອິດສະຣາແອນເສຍຊີວິດ 10 ຄົນ ແລະ ສົງຄາມໃຫຍ່ຄັ້ງທີ 2 ເກີດຂຶ້ນລະຫວ່າງເດືອນກໍລະກົດ ເຖິງ ສິງຫາ ປີ 2014 ເປັນເຫດໃຫ້ປະຊາຊົນປາເລສໄຕເສຍຊີວິດຫຼາຍກວ່າ 2,300 ຄົນ ຝ່າຍອິດສະຣາແອນເສຍຊີວິດ 74 ຄົນ ແບ່ງເປັນທະຫານ 67 ຄົນ, ປະຊາຊົນອິດສະຣາແອນ 6 ຄົນ ແລະ ແຮງງານຊາວໄທອີກ 1 ຄົນ.

No comments

Powered by Blogger.