ແຈ້ງເຕືອນ...! ເງິນໂດລາປອມ ເຂົ້າມາລະບາດໃນ ສປປ.ລາວ ໂດຍສະເພາະ ພາກເໜືອ - ອິດສະຫຼະ

ແຈ້ງເຕືອນ...! ເງິນໂດລາປອມ ເຂົ້າມາລະບາດໃນ ສປປ.ລາວ ໂດຍສະເພາະ ພາກເໜືອ



ທະນາຄານແຫ່ງ ສປປ.ລາວ ອອກແຈ້ງການ ເລກທີ 245/ຫກ ລົງວັນທີ 21 ມິຖຸນາ 2018 ເລື່ອງການເພີ່ມທະວີສະຕິລະວັງຕົວ ກ່ຽວກັບການນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຊຳລະ.

ຫ້ອງການທະນາຄານແຫ່ງ ສປປ.ລາວ ຂໍຖືເປັນກຽດແຈ້ງມາຍັງພະນັກງານ, ທະຫານ, ຕຳຫຼວດ, ຊາວຄ້າຂາຍ, ປະຊາຊົນລາວໃນຂອບເຂດທົ່ວປະເທດຊາບວ່າ: ອີງຕາມແຫຼ່ງຂ່າວຂອງເຈົ້າໜ້າທີ່ ໄດ້ລາຍງານໃຫ້ຣູ້ວ່າ ປັດຈຸບັນໄດ້ມີບຸກຄົນບໍ່ດີຊາວຕ່າງປະເທດນຳເງິນຕາຕ່າງປະເທດປອມ (ເງິນໂດລາສະຫະລັດ) ເຂົ້າມາຈໍລະຈອນຢູ່ບັນດາແຂວງພາກເໜືອຂອງ ສປປ.ລາວ ເປັນຈຳນວນຫຼາຍສົມຄວນ. ສະນັ້ນ, ຫ້ອງການທະນາຄານແຫ່ງ ສປປ.ລາວ ຈຶ່ງຂໍແຈ້ງມາຍັງບັນດາທ່ານ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ມີສະຕິໃນການກວດກາເງິນຕາຕ່າງປະເທດທີ່ຕົນເອງນຳໃຊ້ ແລະ ການຖືຄອງຕ່າງໆ ເພື່ອຫຼີກລ້ຽງຜົນເສຍຫາຍທີ່ຈະເກີດແກ່ທ່ານ.

ບຸກຄົນ ຫຼື ນິຕິບຸກຄົນໃດນຳເຂົ້າ, ປອມແປງ ຫຼື ນຳໃຊ້ເງິນຕາປອມ ຢູ່ດິນແດນ ສປປ.ລາວ ແມ່ນຖືວ່າຜິດກົດໝາຍອາຍາ (ມາດຕາ 63) ແລະ ຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ.ລາວ.

ໃນກໍລະນີຫາກພົບເຫັນໃບເງິນຕາຕ່າງປະເທດປອມ ຫຼື ສົງໄສວ່າເປັນເງິນຕາຕ່າງປະເທດປອມກະລຸນາແຈ້ງໄປຍັງກົມບໍລິການ, ທະນາຄານແຫ່ງ ສປປ.ລາວ ໝາຍເລກໂທລະສັບ (021) 264-036 ຫຼື (020) 5479-2626 ຫຼື ສາຂາທະນາຄານແຫ່ງ ສປປ.ລາວ ປະຈຳພາກ ເພື່ອກວດກາຢັ້ງຢືນ ແລະ ເພື່ອປະສານສົມທົບກັບເຈົ້າໜ້າທີ່ດຳເນີນການກວດກາແຫຼ່ງທີ່ມາຕາມຂັ້ນຕອນຂອງລະບຽບ ແລະ ກົດໝາຍ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ປະຕິບັດຕາມຈິດໃຈຂອງແຈ້ງການນີ້ດ້ວຍ.

No comments

Powered by Blogger.