ສ.ອາເມຣິກາ ຂະຫຍາຍໄລຍະເວລາຂວໍ້າບາດເກົາຫຼີເໜືອ ອອກໄປອີກ 1 ປີ - ອິດສະຫຼະ

ສ.ອາເມຣິກາ ຂະຫຍາຍໄລຍະເວລາຂວໍ້າບາດເກົາຫຼີເໜືອ ອອກໄປອີກ 1 ປີ



ສຳນັກຂ່າວຕ່າງປະເທດລາຍງານ 23 ມິຖຸຸນາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງນາມໃນເອກະສານຄຳສັ່ງຝ່າຍບໍລິຫານ ເຊິ່ງມີຊື້ຮຽກໃນທາງວິຊາການວ່າ: “ຄຳສັ່ງສະຖານະການສຸກເສີນແຫ່ງຊາດ” ໃຫ້ມີການຂະຫຍາຍໄລຍະເວລາການຂວໍ້າບາດເກົາຫຼີເໜືອຕໍ່ໄປອີກ 1 ປີ ໂດຍໃຫ້ເຫດຜົນກ່ຽວກັບໄພຄຸກຄາມທີ່ບໍ່ປົກກະຕິ ຈາກໂຄງການອາວຸດນິວເຄຼຍຂອງເກົາຫຼີເໜືອ ເຊິ່ງສົ່ງຜົນຕໍ່ຄວາມໝັ້ນຄົງແຫ່ງຊາດ, ນະໂຍບາຍຕ່າງປະເທດ ແລະ ເສດຖະກິດຂອງສະຫະລັດ ອາເມຣິກາ.

ຄຳສັ່ງດັ່ງກ່າວປະກາດບັງຄັບໃຊ້ຄັ້ງທຳອິດເມື່ອປີ 2008 ໃນສະໄໝການເປັນປະທານປະເທດຂອງທ່ານ ຈັອດ ດັບເບີຢູ ບຸສ, ເຖິງຢ່າງໃດກໍ່ຕາມ ການລົງນາມຂອງທ່ານ ໂດໂນ ທຣຳ ໃນຄັ້ງນີ້ເກີດຂຶ້ນພຽງ 1​ ອາທິດ ພາຍຫຼັງທີ່ຜູ້ນຳສະຫະລັດ ອາເມຣິກາ ປະກາດວ່າເກົາຫຼີເໜືອບໍ່ແມ່ນໄພຄຸກຄາມດ້ານນິວເຄຼຍຕໍ່ສະຫະລັດ ອາເມຣິກາອີກຕໍ່ໄປ ເຊິ່ງເປັນຜົນມາຈາກການພົບປະຫາລືຄັ້ງປະຫວັດສາດລະຫວ່າງທ່ານ ໂດໂນ ທຣຳ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ສິງກະໂປ ເມື່ອວັນທີ 12 ມິຖຸນາ 2018 ທີ່ຜ່ານມາ.

ນອກຈາກນີ້, ທ່ານ ໂດໂນ ທຣຳ ຍັງກ່າວລະຫວ່າງການປະຊຸມຄະນະລັດຖະມົນຕີ ເມື່ອວັນພະຫັດທີ່ຜ່ານມາວ່າ: ເກົາຫຼີເໜືອ ໄດ້ເລີ່ມຂະບວນການປົດອາວຸດນິວເຄຼຍແລ້ວຢ່າງເປັນທາງການ ດ້ວຍການລະເບີດທຳລາຍສະຖານທີ່ທົດລອງຂີປະນາວຸດ ແລະ ເຄື່ອງຈັກຈະຫຼວດ 4 ແຫ່ງ.

ໃນອີກດ້ານໜຶ່ງ, ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການເລື່ອງການບັນລຸຂໍ້ຕົກລົງກັບເກົາຫຼີໃຕ້ ໃນການໃຫ້ທະຫານທັງສອງປະເທດຢຸດຕິໂຄງການເຝິກຊ້ອມຮົບ ແລະ ແລກປ່ຽນລະຫວ່າງກອງກຳລັງພິເສດ 2 ລາຍການ ໂດຍບໍ່ມີກຳນົດ ເພື່ອສະໜັບສະໜູນຜົນການປະຊຸມທີ່ສິງກະໂປ, ໂດຍເມື່ອຕົ້ນອາທິດນີ້ ກໍ່ໄດ້ປະກາດຢຸດຕິພາລະກິດທັງໝົດທີ່ກ່ຽວຂ້ອງກັບພາລະກິດການເຝິກຊ້ອມຮົບ Ulchi-Freedom Guardian ທີ່ມີກຳນົດການເດີມຈະຕ້ອງເລີ່ມເຝິກຊ້ອມໃນເດືອນສິງຫານີ້.

No comments

Powered by Blogger.