ລັດເຊຍປະຕິບັດການທາງອາກາດ ໂຈມຕີເຂດທີ່ໝັ້ນກຸ່ມກະບົດ ຢູ່ພາກໃຕ້ຂອງຊີຣີ - ອິດສະຫຼະ

ລັດເຊຍປະຕິບັດການທາງອາກາດ ໂຈມຕີເຂດທີ່ໝັ້ນກຸ່ມກະບົດ ຢູ່ພາກໃຕ້ຂອງຊີຣີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 24 ມິຖຸນາ 2018 ທີ່ຜ່ານມາວ່າ: ອົງກອນສັງເກດການດ້ານສິດທິມະນຸດຊີຣີ (SOHR) ລາຍງານວ່າຍົນຮົບຂອງລັດເຊຍ 5 ລຳຈາກຖານທັບອາກາດຄະໄມມິມ ໃນແຂວງລາຕາເຄຍ ແຄມຝັ່ງທາງຕາເວັນຕົກຂອງຊີຣີ ປະຕິບັດການໂຈມຕີທາງອາກາດ 25 ຄັ້ງ ໃນເຂດບຸສຣາ ອັນ-ຮາຣີ ທາງພາກຕາເວັນອອກສຽງເໜືອຂອງເມືອງດາຣາ ເຊິ່ງເປັນເຂດອິດທິພົນຂອງຝ່າຍກະບົດພຽງບໍ່ພໍເທົ່າໃດແຫ່ງທີ່ເຫຼືອຢູ່ໃນພາກຕາເວັນຕົກສຽງໃຕ້ຂອງຊີຣີ ເມື່ອວັນເສົາ 23 ມິຖຸນາ 2018 ທີ່ຜ່ານມາ.

ເຊິ່ງລາຍງານຂອງ SOHR ບໍ່ໄດ້ໃຫ້ລາຍລະອຽດທີ່ຊັດເຈນກ່ຽວກັບຄວາມເສຍຫາຍ ແຕ່ລະບຸວ່າເປັນຄັ້ງທຳອິີດໃນຮອບເກືອບ 1 ປີ ທີ່ກອງທັບລັດເຊຍປະຕິບັດການທາງທະຫານຢູ່ບໍລິເວນດັ່ງກ່າວ ນັບຕັ້ງແຕ່ມີຂໍ້ຕົກລົງຢຸດຍິງສາມຝ່າຍລະຫວ່າງສະຫະລັດ ອາເມຣິກາ, ລັດເຊຍ ແລະ ຊອກດານີ (ຈໍແດນ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ຝ່າຍກະບົດ ເມື່ອເດືອນກໍລະກົດ ປີທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ SOHR ວິເຄາະວ່າປະຕິບັດການໂຈມຕີທາງອາກາດຂອງກອງທັບລັດເຊຍໃນຄັ້ງນີ້ ເປັນການເປີດທາງໃຫ້ກັບປະຕິບັດການພາກພື້ນດິນຂອງກອງທັບຊີຣີ ໃນການຢຶດບໍລິເວນດັ່ງກ່າວກັບຄືນຈາກກອງທັບປົດປ່ອຍຊີຣີ (FSA) ທີ່ອ່ອນກຳລັງລົງຫຼາຍ. ນອກຈາກນີ້ ພື້ນທີ່ດັ່ງກ່າວຍັງເປັນຈຸດເຊື່ອມຕໍ່ກັບຊາຍແດນຂອງຊອກດານີ ແລະ ພູພຽງໂກລັນ ເຊິ່ງເປັນພື້ນທີ່ຄວາມຂັດແຍ່ງລະຫວ່າງຊີຣີ ກັບ ອິດສະຣາແອນອີກດ້ວຍ.

ເຖິງແມ່ນວ່າສະຫະລັດ ອາເມຣິກາ ຈະສະແດງຄວາມບໍ່ພໍໃຈ ແລະ ເຕືອນລັດເຊຍ ລວມເຖິງເຕືອນລັດຖະບານຊີຣີມາໂດຍຕະຫຼອດ ໃນກໍລະນີທີ່ສະຖານະການການສູ້ຮົບໃນພາກໃຕ້ຂອງຊີຣີທະວີຄວາມຮຸນແຮງຂຶ້ນ ເນື່ອງຈາກເປັນເຂດອິດທິພົນຂອງຝ່າຍກະບົດທີ່ລັດຖະບານສະຫະລັດ ອາເມຣິກາໃຫ້ການສະໜັບສະໜູນຢູ່. ເຖິງຢ່າງໃດກໍ່ຕາມ ສະມາຊິກລະດັບສູງຂອງ FSA ເປີດເຜີຍກັບສຳນັກຂ່າວ Reuters ກ່ຽວກັບການໄດ້ຮັບຈົດໝາຍແຈ້ງຈາກລັດຖະບານສະຫະລັດ ອາເມຣິກາ ມີເນື້ອໃນພຽງວ່າ “ຢ່າຄາດຫວັງກັບການສະໜັບສະໜູນທາງທະຫານຈາກສະຫະລັດ ອາເມຣິກາ ໃນການຮັບມືກັບປະຕິບັດການທາງທະຫານຂອງກອງທັບຊີຣີ ແລະ ລັດເຊຍ”.






No comments

Powered by Blogger.