ດ່ວນ…! ຄຳມ່ວນນ້ຳຖ້ວມແລ້ວ 180 ບ້ານ ໃນ 7 ຕົວເມືອງ - ອິດສະຫຼະ

ດ່ວນ…! ຄຳມ່ວນນ້ຳຖ້ວມແລ້ວ 180 ບ້ານ ໃນ 7 ຕົວເມືອງ



ວິທະຍຸກະຈາຍສຽງແຫ່ງຊາດລາຍງານ 27 ກໍລະກົດ 2018 ວ່າ: ປັດຈຸບັນປະຊາຊົນຫຼາຍກວ່າ 180 ບ້ານ, ເນື້ອທີ່ນາຫຼາຍກວ່າ 3,800 ເຮັກຕາ ໃນ 7 ເມືອງຂອງແຂວງຄຳມ່ວນຄືເ ເມືອງບົວລະພາ, ຫິນບູນ, ທ່າແຂກ, ໄຊບົວທອງ, ຍົມມະລາດ, ມະຫາໄຊ ແລະ ໜອງບົກ ໄດ້ຮັບຜົນກະທົນຈາກສະພາບນ້ຳຖ້ວມ ພາຍຫຼັງຝົນຕົກໜັກ ແລະ ລະດັບນ້ຳຂອງ, ນ້ຳເຊບັ້ງໄຟສູງຂຶ້ນເກີນລະດັບອັນຕະລາຍ.

ທ່ານ ບຸນຊ່ຽງ ຊາພັກດີ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມຂອງແຂວງຄຳມ່ວນ ຕາງໜ້າໃຫ້ກອງເລຂາຄະນະກຳມະການປ້ອງກັນ ແລະຄຸ້ມຄອງໄພພິບັດຂັ້ນແຂວງໃຫ້ສຳພາດວ່າ: ພາຍຫຼັງລະດັບນ້ຳຂອງ ແລະແມ່ນ້ຳສາຂາຕ່າງໆເລີ່ມມີທ່າອ່ຽງສູງຂຶ້ນນັບແຕ່ວັນທີ 25 ເປັນຕົ້ນມາ ອົງການປົກຄອງແຂວງໄດ້ປະສານສົມທົບກັບພາກສ່ວນຕ່າງໆຕິດຕາມເຝົ້າລະວັງ ແລະແຈ້ງເຕືອນປະຊາຊົນໃຫ້ກຽມພ້ອມຮັບມື ໂດຍສະເພາະບັນດາເມືອງລຽບຕາມແມ່ນ້ຳ ແລະມີຄວາມສ່ຽງທຸກປີ ເພື່ອຫຼຸດຜ່ອນຜົນກະທົບໃຫ້ໜ້ອຍລົງ.

ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ໃຫ້ຮູ້ຕື່ມວ່າ: ປະຈຸບັນພວມເກັບກຳຂໍ້ມູນກ່ຽວກັບຄວາມເສຍຫາຍລະອຽດຕື່ມ ໂດຍມອບຄວາມຮັບຜິກຊອບໃຫ້ຄະນະກຳມະການປ້ອງກັນ ແລະຄຸ້ມຄອງໄພພິບັດຂັ້ນແຂວງ ຕິດຕາມຊຸກຍູ້ໃຫ້ຂັ້ນເມືອງແກ້ໄຂສຸກເສີນປະຊາຊົນຜູ້ໃດຮັບຜົນກະທົບທັງໄລຍະສັ້ນ ແລະໄລຍະຍາວພາຍຫຼັງນ້ຳບົກແຫ້ງ.








No comments

Powered by Blogger.