ທາງການຢືນຢັນວ່າ ເຂື່ອນນ້ຳອູ 2 ຍັງແຂງແຮງ ແລະ ປົກກະຕິດີ ບໍ່ໄດ້ແຕກຕາມຂ່າວລື - ອິດສະຫຼະ

ທາງການຢືນຢັນວ່າ ເຂື່ອນນ້ຳອູ 2 ຍັງແຂງແຮງ ແລະ ປົກກະຕິດີ ບໍ່ໄດ້ແຕກຕາມຂ່າວລື



ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ໃນວັນ 27 ກໍລະກົດ 2018 ເກີດມີຂ່າວລືກ່ຽວກັບເຂື່ອນນໍ້າອູ 2 ຢູ່ແຂວງຫຼວງພະບາງ ໃກ້ຈະແຕກ ແຕ່ຄວາມຈິງແລ້ວ ເປັນພຽງບັນຫາລະດັບນ້ຳສູງກວ່າຂີດອັນຕະລາຍ.

ຕາມຂໍ້ມູນຂອງ ກົມອຸຕຸແຈ້ງວ່າ ໄລຍະວັນທີ 27-30 ຝົນຍັງຈະສືບຕໍ່ຕົກ ແລະ ປະລິມານນໍ້າຢູ່ເຂື່ອນໄຟຟ້ານໍ້າອູ 2 ແຂວງຫຼວງພະບາງ ສູງກວ່າຂີດອັນຕະລາຍ ເຊິ່ງແຈ້ງການດັ່ງກ່າວໄດ້ເຮັດໃຫ້ ປະຊາຊົນທີ່ອາໄສຢູ່ກ້ອງເຂື່ອນແຕກຕື່ນ ຈຳນວນໜຶ່ງໄດ້ມີການເກັບມ້ຽນເຄື່ອງຂອງ ຍົກຍ້າຍໄປໄວ້ທີ່ສູງ.


ແຕ່ຂ່າວລືໃນສື່ສັງຄົມອອນລາຍ ຍິ່ງສ້າງຄວາມຕົກໃຈໃຫ້ກັບສັງຄົມ ບອກວ່າເຂື່ອນນໍ້າອູ 2 ຈະແຕກ ເຊິ່ງໃນຄວາມເປັນຈິງປັດຈຸບັນນີ້ ປະລິມານນໍ້າຂຶ້ນສູງແທ້ ແຕ່ເຂື່ອນນ້ຳອູຍັງບໍ່ທັນໄດ້ແຕກ ເຊິ່ງຜູ້ຮັບຜິດຊອບຂອງເຂື່ອນໄດ້ແຈ້ງວ່າ ການປ່ອຍນໍ້າອອກຈາກເຂື່ອນ ຍັງເປັນປົກກະຕິ. ຕໍ່ກັບບັນຫາດັ່ງກ່າວ ທ່ານ ບຸນທັນ ບໍລະວົງ ຮອງເຈົ້າເມືອງປາກອູ ພ້ອມດ້ວຍຄະນະກຳມະການ ໄດ້ລົງກວດກາຕົວຈິງ ເຫັນວ່າປະຊາຊົນມີຄວາມແຕກຕື່ນແທ້ ສ່ວນບັນຫາຂ່າວລືກ່ຽວກັບເຂື່ອນນ້ຳອູ 2 ຈະແຕກ ແມ່ນບໍ່ມີມູນຄວາມຈີງ.

ດັ່ງນັ້ນ, ຈື່ງໄດ້ປຸກລະດົມໃຫ້ປະຊາຊົນ ຈົ່ງຢ່າແຕກຕື່ນກັບຂໍ້ມູນຂ່າວສານ ທີ່ບໍ່ເປັນຄວາມຈີງ. ໂອກາດນີ້ ທ່ານຮອງເຈົ້າເມືອງປາກອູ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ປະຊາຊົນພາຍໃນເມືອງປາກອູ ຈົ່ງມີສະຕິໃນການຊອກຮູ້ຂໍ້ມູນຂ່າວສານ ພ້ອມກັນດຳລົງຊີວິດຕາມທິດຊີ້ນຳຂອງພັກ-ລັດ ເພື່ອພັດທະນາບ້ານເມືອງໃຫ້ສີວິໄລ. ສຳລັບລະດັບນ້ຳທີ່ອອກຈາກເຂື່ອນໄຟຟ້ານ້ຳອູ 2 ແມ່ນຢູ່ໃນສະພາບປົກກະຕິ ໂດຍມີປະລິມານຫຼາຍຂື້ນຕາມສະພາບຝົນຕົກ. ລວມທັງເຂື່ອນນ້ຳຄານ ກໍ່ຢູ່ໃນສະພາບປົກກະຕິ.




No comments

Powered by Blogger.