ດ່ວນ…! ນ້ຳຖ້ວມແຂວງຄຳມ່ວນແລ້ວ 297 ບ້ານ ຫຼາຍກວ່າ 13,500 ຄອບຄົວ ໄດ້ຮັບຜົນກະທົບ - ອິດສະຫຼະ

ດ່ວນ…! ນ້ຳຖ້ວມແຂວງຄຳມ່ວນແລ້ວ 297 ບ້ານ ຫຼາຍກວ່າ 13,500 ຄອບຄົວ ໄດ້ຮັບຜົນກະທົບ



ລາຍງານ 28 ກໍລະກົດ 2018 ວ່າ: ຄະນະຄວບຄຸມໄພພິບັດຂັ້ນແຂວງຄຳມ່ວນໃຫ້ຮູ້ວ່າ ໃນວັນທີ 28 ກໍລະກົດນີ້ ທົ່ວແຂວງຄຳມ່ວນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມແລ້ວ 10 ເມືອງ, ມີ 297 ບ້ານ, 13,589 ຄອບຄົວ ແລະ ເນື້ອທີ່ນາຖືກຖ້ວມແລ້ວ 21,680 ເຮັກຕາ.

ໃນນັ້ນເມືອງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນເມືອງບົວລະພາ ຈຳນວນບ້ານທີ່ຖືກກະທົບ 40 ບ້ານ, ເນື້ອທີ່ນາຖືກຖ້ວມ 5,166 ເຮັກຕາ ຮອງລົງມາແມ່ນເມືອງໜອງບົກ ມີ 46 ບ້ານ, ເນື້ອທີ່ນາຖືກຖ້ວມ 3,239 ເຮັກຕາ, ເມືອງເຊບັ້ງໄຟ 35 ບ້ານ, ເນື້ອທີ່ນາຖືກຖ້ວມ 3,11 ເຮັກຕາ ແລະ ເມືອງທີ່ຍັງຖືກກະທົບໜ້ອຍຄືເມືອງນາກາຍມີ 2 ບ້ານ ແລະ ເນື້ອທີ່ນາຖືກຖ້ວມ 18 ເຮັກຕາ.








No comments

Powered by Blogger.