ອຸຕຸເຕືອນ ຜູ້ຢູ່ໃກ້ແມ່ນ້ຳຂອງ (ເຂດປາເຊ), ສາຂານ້ຳຊັນ, ເຊບັ້ງໄຟ, ເຊຈຳພອນ ໃຫ້ຮີບຮ້ອນເກັບມ້ຽນວັດຖຸສິ່ງຂອງໄວ້ບ່ອນສູງ - ອິດສະຫຼະ

ອຸຕຸເຕືອນ ຜູ້ຢູ່ໃກ້ແມ່ນ້ຳຂອງ (ເຂດປາເຊ), ສາຂານ້ຳຊັນ, ເຊບັ້ງໄຟ, ເຊຈຳພອນ ໃຫ້ຮີບຮ້ອນເກັບມ້ຽນວັດຖຸສິ່ງຂອງໄວ້ບ່ອນສູງ



ລາຍງານ 28 ກໍລະກົດ 2018, ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງວ່າ: ເນື່ອງຈາກຄວາມກົດດັນອາກາດຕໍ່າຍັງສືບຕໍ່ປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ ດ້ວຍກຳລັງປານກາງ, ພ້ອມດຽວກັນລົມມໍລະສຸມຕາ ເວັນຕົກສ່ຽງໃຕ້ມີກຳລັງແຮງພັດປົກຄຸມພາກກາງ ແລະ ພາກໃຕ້, ລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໃນໄລຍະ ວັນທີ 28 ຫາ 30 ກໍລະກົດ 2018 ນີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນ ເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມແຄມແມ່ນໍ້າຂອງ (ເຂດປາກເຊ) ແລະ ສາຂາແມ່ນໍ້າຊັນ, ເຊບັ້ງໄຟ ແລະ ເຊຈຳພອນ,ໃຫ້ຮີບຮ້ອນເກັບມ້ຽນວັດຖຸສິ່ງຂອງພ້ອມສັດລ້ຽງໄປໄວ້ບ່ອນສູງ ແລະ ມີສະຕິຮັບມືກັບສະພາບລະດັບນໍ້າຍັງຈະສືບຕໍ່ເພິ່ມຂື້ນ, ເຊິ່ງຈະເຮັດໃຫ້ເກີດມີນ້ຳຖ້ວມຊຸ, ດິນເຈື່ອນ, ນ້ຳຖ້ວມອັ່ງ, ສະເພາະຜູ້ຄຸ້ມຄອງ ແລະ ປະກອບການເຂື່ອນໄຟຟ້າຕ່າງໆ ຂໍໃຫ້ເຝົ້າຕິດຕາມລະດັບນ້ຳໜ້າເຂື່ອນ ແລະ ກ້ອງເຂື່ອນເພື່ອຮັບປະກັນຄວາມປອດໄພຂອງເຂື່ອນ.

(ພາບການເຝົ້າລະວັງໄພ ແລະ ຕິດຕາມສະພາບແມ່ນ້ຳຂອງທີ່ ນະຄອນປາກເຊ, ແຂວງຈຳປາສັກ)







No comments

Powered by Blogger.