ແພດ-ໜໍກອງທັບຈີນ ນຳໃຊ້ເຕັກນິກຂັ້ນສູງໃນການປິ່ນປົວ ແລະ ປ້ອງກັນພະຍາດໃຫ້ຜູ້ປະສົບໄພທີ່ສະໜາມໄຊ - ອິດສະຫຼະ

ແພດ-ໜໍກອງທັບຈີນ ນຳໃຊ້ເຕັກນິກຂັ້ນສູງໃນການປິ່ນປົວ ແລະ ປ້ອງກັນພະຍາດໃຫ້ຜູ້ປະສົບໄພທີ່ສະໜາມໄຊ



ວິທະຍຸກະຈາຍສຽງແຫ່ງປະເທດຈີນລາຍງານ 28 ກໍລະກົດ 2018 ວ່າ: ປັດຈຸບັນ, ໜ່ວຍງານ​ປິ່ນ​ປົວ “ເຮີ​ພີງ​ເລ້ຍ​ເຊີ່” (ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ )ທີ່​ຂຶ້ນ​ກັບ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ກຳ​ລັງ​ປະ​ຈຳ​ຢູ່​ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື​ ໃນ​ເຂດປະ​ສົບ​ໄພນໍ້າ​ຖ້ວມ​ໜັກ​ໜ່ວງ​ທີ່​ສຸດຍ້ອນເຫດ​ເຂື່ອນເຊປຽນ-ເຊນ້ຳນ້ອຍ​ແຕກ, ເພື່ອ​ດຳ​ເນີນ​ວຽກ​ງານການ​ປິ່ນ​ປົວ ແລະ​ ປ້ອງ​ກັນ​ພະ​ຍາດ. ໜ່ວຍ​ງານ​ປິ່ນ​ປົວ​ໜ່ວຍນີ້​ໄດ້​ປະ​ກອບ​ມີ​ນັກ​ວິ​ຊາ​ການ​ປ້ອງ​ກັນ​ພະ​ຍາດ 4 ຄົນ​ຈາກກອງ​ທັບ​ຈີນ ພ້ອມ​ທັງ​ລົດປ້ອງ​ກັນ​ພະ​ຍາດ​ເຕັກ​ນິກ​ສູງຄັນ​ໜຶ່ງ ແລະ ​ອຸ​ປະ​ກອນ​ຂ້າ​ເຊື້ອ​ຫຼາຍ​ຊະ​ນິດ. ຕາມ​ຂ່າວ​ແຈ້ງວ່າ: ລົດປ້ອງ​ກັນ​ພະ​ຍາດ​ຄັນນີ້​ເປັນ​ລົດ​ທີ່​ມີອຸ​ປະ​ກອນສາ​ທາ​ລະ​ນະ​ສຸກທັນ​ສະ​ໄໝ​ທີ່​ສຸດ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ, ຍັງ​ແມ່ນລົດ​ເຕັກ​ນິກ​ສະ​ເພາະ​ທີ່​ມີບົດ​ບາດ​ຂ້າເຊື້ອ​ໃນ​ຂອບ​ເຂດກວ້າງ​ພຽງ​ຄັນ​ດຽວ​ຢູ່​ເຂດ​ປະ​ສົບ​ໄພ​ແຂວງ​ອັດ​ຕະ​ປື​ໃນ​ປະ​ຈຸ​ບັນ​ນີ້.


ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ​ທີ່​ອາດຈະ​ເກີດ​ມີ​ການແຜ່​ລະ​ບາດ​ຫຼັງ​ໄພ​ນໍ້າ​ຖ້ວມ, ໜ່ວຍ​ງານ​ປິ່ນ​ປົວ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ຊ່ວຍ​ສູນ​ຍົກ​ຍ້າຍ​ປະ​ຊາ​ຊົນ​ຊົ່ວ​ຄາວ​ຂອງ​ເຂດ​ປະ​ສົບ​ໄພລວມ​ທັງ​ສ້າງ​ລະ​ບົບ​ລາຍ​ງານ​ຜູ້​ເປັນ​ພະ​ຍາດ​ຕິດ​ແປດ, ຊ່ວຍ​ຄຸ້ມ​ຄອງ​ແຫຼ່ງ​ນໍ້າດື່ມ, ດຳ​ເນີນ​ການ​ສຶກ​ສາ​ອົບ​ຮົມ​ກ່ຽວ​ກັບ​ວິ​ທີປ້ອງ​ກັນ​ພະ​ຍາດ​ ແລະ ​ການ​ຮັກ​ສາ​ອະ​ນາ​ໄມ, ພ້ອມ​ທັງ​ມີ​ຂໍ້​ແນະ​ນຳ​ກ່ຽວ​ກັບ​ການປ້ອງ​ກັນ​ພະ​ຍາດໂດຍ​ສະ​ເພາະ ແລະ​ໄດ້​ຍື່ນ​ໃຫ້​ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ຂອງ​ລັດ​ແລະ​ກອງ​ທັບ​ຂອງ​ລາວ.





No comments

Powered by Blogger.