ສປປ.ລາວ ຈະລາຍງານບັນຫາລະເບີດບໍ່ທັນແຕກ ແລະ ການພັດທະນາແບບຍືນຍົງໃນເວທີສະຫະປະຊາຊາດ - ອິດສະຫຼະ

ສປປ.ລາວ ຈະລາຍງານບັນຫາລະເບີດບໍ່ທັນແຕກ ແລະ ການພັດທະນາແບບຍືນຍົງໃນເວທີສະຫະປະຊາຊາດ



ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຈະໄດ້ນຳສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ຄັ້ງທຳອິດ ກ່ຽວກັບຄວາມສຳເລັດຂອງ ສປປ.ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຕໍ່ກອງປະຊຸມເວທີການເມືອງລະດັບສູງ ປະຈຳປີ 2018 ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນິວຢອກ, ສະຫະລັດ ອາເມຣິກາ ເວລາ 15:00 ໂມງ ຕາມເວລາທ້ອງຖິ່ນ. ເຊິ່ງຈະລວມໄປເຖິງບັນຫາສິ່ງຕົກຄ້າງຈາກສົງຄາມ ນັ້ນກໍ່ຄື ລະເບີດບໍ່ທັນແຕກ ທີ່ຖືກບັນຈຸເຂົ້າໃນເປົ້າໝາຍການພັດທະນາແບບຍືນຍົງອັນດັບທີ 18 ກ່ຽວກັບຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ.







No comments

Powered by Blogger.