ຫວຽດນາມເນລະເທດ ພົນລະເມືອງ ສ.ອາເມຣິກາ ທີ່ຮ່ວມຂະບວນປະທ້ວງຕໍ່ຕ້ານລັດຖະບານ - ອິດສະຫຼະ

ຫວຽດນາມເນລະເທດ ພົນລະເມືອງ ສ.ອາເມຣິກາ ທີ່ຮ່ວມຂະບວນປະທ້ວງຕໍ່ຕ້ານລັດຖະບານ



ສຳນັກຂ່າວຕ່າງປະເທດລາຍງານ 20 ກໍລະກົດ 2018 ວ່າ: ສານປະຊາຊົນນະຄອນໂຮຈິມິນ ມີຄຳຕັດສິນໃນວັນສຸກນີ້ ພາຍຫຼັງໃຊ້ເວລາໄຕ່ສວນບໍ່ພໍເທົ່າໃດຊົ່ວໂມງວ່າ ທ້າວ ວິນລຽມ ຫງວຽນ ພົນລະເມືອງສະຫະລັດ ອາເມຣິກາ ເຊື້ອສາຍຫວຽດນາມ ອາຍຸ 32 ປີ ກະທຳຄວາມຜິດຈິງຕາມຂໍ້ກ່າວຫາວ່າ ຮ່ວມການໂຮມຊຸມນຸມ ແລະ ສ້າງບັນຫາຕໍ່ສັງຄົມ ດ້ວຍການຮ່ວມເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານຫວຽດນາມ ທີ່ນະຄອນໂຮຈິມິນ ເມື່ອວັນທີ 10 ມິຖຸນາ ທີ່ຜ່ານມາ ເຊິ່ງຖືເປັນກິດຈະກຳທີ່ຜິດກົດໝາຍ.


ເຊິ່ງລາຍງານຂອງສື່ທ້ອງຖິ່ນຫຼາຍແຫ່ງລະບຸວ່າ ຈຳເລີຍໃຫ້ການຮັບສາລະພາບ ແລະ ສະແດງການຍອມຮັບຜິດ ຜູ້ພິພາກສາຈຶ່ງລະເວັ້ນລົງໂທດຕິດຄຸກສູງສຸດເຖິງ 7 ປີ ແຕ່ໃຫ້ເນລະເທດຈຳເລີຍອອກຈາກຫວຽດນາມທັນທີ, ຂະນະທີ່ສະຖານທູດສະຫະລັດ ອາເມຣິກາໃນນະຄອນຫຼວງຮາໂນຍອອກຖະແຫຼງການຍອມຮັບຄຳພິພາກສາ ແລະ ສະແດງຄວາມສະບາຍໃຈ ພ້ອມທັງຢືນຢັນວ່າພາຍຫຼັງສຳເລັດການຊຳລະຄ່າທຳນຽມ ແລະ ດຳເນີນເລື່ອງເອກະສານທີ່ກ່ຽວຂ້ອງເປັນທີ່ຮຽບຮ້ອຍແລ້ວ ຈະໃຫ້ທ້າວ ວິນລຽມ ຫງວຽນ ເດີນທາງກັບສະຫະລັດ ອາເມຣິກາໃນທັນທີ.


ເຊິ່ງການໂຮມຊຸມນຸມເດີນຂະບວນຕໍ່ຕ້ານລັດຖະບານຫວຽດນາມທີ່ມີປະຊາຊົນຊາວອາເມຣິກາເຂົ້າຮ່ວມນີ້ ເປັນການເຄື່ອນໄຫວເພື່ອຄັດຄ້ານຮ່າງກົດໝາຍເຂດເສດຖະກິດພິເສດ ເຊິ່ງເປີດໂອກາດໃຫ້ພາກເອກະຊົນສາມາດເຊົ່າເນື້ອທີ່ດິນພາຍໃນເຂດເສດຖະກິດພິເສດຫຼາຍແຫ່ງຂອງປະເທດໄດ້ສູງສຸດເຖິງ 99 ປີ ແລະ ຫຼາຍຝ່າຍຕີລາຄາວ່າຈະເປັນການເອື້ອຜົນປະໂຫຍດໃຫ້ກັບຈີນ.

No comments

Powered by Blogger.