ຊີ້ນທີ່ສັງເຄາະຂຶ້ນໃນຫ້ອງທົດລອງ ກຽມອອກສູ່ຕະຫຼາດໃນອີກ 3 ປີຕໍ່ໜ້ານີ້ - ອິດສະຫຼະ

ຊີ້ນທີ່ສັງເຄາະຂຶ້ນໃນຫ້ອງທົດລອງ ກຽມອອກສູ່ຕະຫຼາດໃນອີກ 3 ປີຕໍ່ໜ້ານີ້



ບໍລິສັດສັນຊາດໂຮນລັງ (Netherlands) ກຽມສົ່ງຊີ້ນທີ່ຜະລິດໃນຫ້ອງທົດລອງ ອອກຂາຍຕາມທ້ອງຕະຫຼາດໃນອີກ 3 ປີຕໍ່ໜ້ານີ້

ເມື່ອ 5 ປີທີ່ຜ່ານມາ ບໍລິສັດ Mosa Meat ຂອງໂຮນລັງ ໄດ້ນຳສະເໜີຊີ້ນສຳລັບເບີເກີທີ່ຜະລິດໃນຫ້ອງທົດລອງເປັນຄັ້ງທຳອິດຂອງໂລກ ແລະ ສາມາດລະດົມທຶນໄດ້ເຖິງ 8.8 ລ້ານໂດລາສະຫະລັດ ເພື່ອດຳເນີນການຕາມແຜນການຜະລິດ ແລະ ຈຳໜ່າຍຊີ້ນສັດສັງເຄາະ.


ນັກອະນຸລັກສິ່ງແວດລ້ອມກ່າວວ່າ ຄວາມຕ້ອງການຊີ້ນສັດເປັນອາຫານ ແມ່ນມີປະລິມານທີ່ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະຢ່າງຍິ່ງໃນປະເທດເສດຖະກິດເກີດໃໝ່ເຊັ່ນຈີນ ແຕ່ການລ້ຽງສັດເພື່ອນຳມາເປັນອາຫານເຊັ່ນ: ງົວ, ໝູ ແລະ ສັດປີກ ຕ້ອງໃຊ້ຊັບພະຍາກອນຫຼາຍກວ່າໂປຣຕີນທີ່ໄດ້ຈາກພືດ ໂດຍສະເພາະງົວ ທີ່ເຮັດໃຫ້ເກີດແກັດເຮືອນແກ້ວເປັນຈຳນວນຫຼາຍ ກໍ່ໃຫ້ເກີດພາວະໂລກຮ້ອນ.

ຂະນະທີ່ການຜະລິດຊີ້ນສັງເຄາະ ສາມາດແກ້ໄຂບັນຫາສິ່ງແວດລ້ອມ ລວມທັງຜົນກະທົບຈາກຈະລິຍະທຳໃນການລ້ຽງສັດເພື່ອການບໍລິໂພກ.

ໃນດ້ານຂອງຄວາມທ້າທາຍສຳຄັນຄື ການທີ່ຈະເຮັດໃຫ້ຊີ້ນສັດສັງເຄາະນີ້ມີລັກສະນະ ແລະ ລົດຊາດຄືກັບຊີ້ນສັດແທ້ໆ ໂດຍໃນການຜະລິດບໍລິສັດ Mosa Meat ຈະໃຊ້ຕົວຢ່າງເຊວຂະໜາດນ້ອຍທີ່ນຳມາຈາກສັດທີ່ຍັງມີຊີວິດຢູ່ ເຊວເຫຼົ່ານັ້ນຈະໄດ້ຮັບສານອາຫານເພື່ອໃຫ້ເຕີບໃຫຍ່ເປັນເສັ້ນໃຍກ້າມຊີ້ນ, ທີ່ໜ້າສົນໃຈຄື ກຸ່ມເຊວຕົວຢ່າງຂະໜາດນ້ອຍພຽງກຸ່ມດຽວ ສາມາດຜະລິດຊີ້ນ ທີ່ສະໜອງໃຫ້ກັບເບີເກີໃຫ້ເຖິງ 80,000 ກ້ອນ.

ບໍລິສັດ Mosa Meat ຄາດວ່າຈະສາມາດຈຳໜ່າຍຊີ້ນບົດສຳລັບເຮັດເບີເກີ ເປັນສິນຄ້າຄັ້ງທຳອິດຂອງບໍລິສັດໄດ້ໃນປີ 2021 ຫຼື ອີກ 3 ປີຕໍ່ໜ້າ ດ້ວຍຕົ້ນທຶນການຜະລິດພຽງ 1 ໂດລາຕໍ່ຊີ້ນສຳລັບເບີເກີ 1 ກ້ອນ.

ປັດຈຸບັນ ມີບໍລິສັດແນວຄວາມຄິດລິເລີ່ມໃໝ່ (Start Up) ຫຼາຍແຫ່ງ ເລີ່ມເພາະລ້ຽງຊີ້ນໃນຫ້ອງທົດລອງຫຼາຍຂຶ້ນ ຈຶ່ງເກີດການຖົກຖຽງກ່ຽວກັບຊື່ທີ່ຈະໃຊ້ຮຽກຜະລິດຕະພັນໃໝ່ນີ້ ເຊິ່ງໃນເບື້ອງຂອງຜູ້ທີ່ສະໜັບສະໜູນການຜະລິດຊີ້ນແບບນີ້ຮຽກກັນວ່າ Clean meat ຫຼື ຊີ້ນສະອາດ, ຂະນະທີ່ກຸ່ມທີ່ສະໜັບສະໜູນການລ້ຽງສັດແບບດັ່ງເດີມກັນຂັດແຍ່ງວ່າ ຄວນຮຽກວ່າ ຊີ້ນສັງເຄາະ ໜ້າຈະເໝາະສົມກວ່າ


No comments

Powered by Blogger.