ອິດສະຣາແອນ ໂຈມຕີເຂດກາຊາຢ່າງໜັກໜ່ວງ ເພື່ອຕອບໂຕ້ກຸ່ມຮາມາສ - ອິດສະຫຼະ

ອິດສະຣາແອນ ໂຈມຕີເຂດກາຊາຢ່າງໜັກໜ່ວງ ເພື່ອຕອບໂຕ້ກຸ່ມຮາມາສ



ສຳນັກຂ່າວຕ່າງປະເທດລາຍງານ 21​ ກໍລະກົດ 2018 ວ່າ: ກອງກຳລັງປ້ອງກັນອິດສະຣາແອນ (IDF) ໄດ້ປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍກວ່າ 40 ແຫ່ງໃນເຂດກາຊາ ຂອງປາເລສໄຕ ຕະຫຼອດວັນສຸກທີ່ຜ່ານມາ ໂດຍໂຈມຕີໃນທິດເໜືອຂອງເຂດກາຊາ 15 ຈຸດ ແລະ ອີກກວ່າ 25 ຈຸດຢູ່ໃນເຂດຂານ ຢູນິສ ທີ່ຢູ່ທາງທິດໃຕ້ຂອງຊາຍແດນອິດສະຣາແອນ ໂດຍປະຕິບັດການດັ່ງກ່າວເກີດຂຶ້ນພາຍຫຼັງທີ່ທະຫານຂອງກອງກຳລັງປ້ອງກັນອິດສະຣາແອນຄົນໜຶ່ງຖືກຍິງເສຍຊີວິດ ໃນລະຫວ່າງການອອກລາດຕະເວນ ແລະ ລະງັບເຫດປະທ້ວງຕາມເຂດຊາຍແດນ ຖືເປັນການເສຍຊີວິດຂອງທະຫານອິດສະຣາແອນໃນປະຕິບັດການທີ່ເຂດກາຊາຄັ້ງທຳອິດໃນຮອບ 4 ປີ ຫຼື ນັບຕັ້ງແຕ່ສົງຄາມລະຫວ່າງອິດສະຣາແອນ ກັບ ກຸ່ມຮາມາສເມື່ອປີ 2014.


ຂະນະດຽວກັນທ່ານ ເອວິກດໍ ລີເບີແມນ ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນ ເຕືອນກຸ່ມຮາມາສວ່າອິດສະຣາແອນ ຈະຕອບໂຕ້ຢ່າງໜັກໜ່ວງຫາກມີວັດຖຸລອຍຂ້າມແດນມາຈາກເຂດກາຊາ ພາຍຫຼັງທີ່ມີລາຍງານວ່າລະບົບປ້ອງກັນໄພທາງອາກາດຂອງອິດສະຣາແອນ ສາມາດສະກັດຈະຫຼວດ 2 ໃນ 3 ລູກທີ່ລອຍຂ້າມແດນມາຈາກເຂດກາຊາ, ເຊິ່ງທ່ານ ເອວິກດໍ ລີເບີແມນ ບໍ່ໄດ້ກ່າວວ່າມີປະຊາຊົນປາເລສໄຕເສຍຊີວິດຈາກປະຕິບັດການໂຈມຕີທາງອາກາດຂອງກອງກຳລັງປ້ອງກັນອິດສະຣາແອນຄັ້ງນີ້ຫຼືບໍ່, ແຕ່ກະຊວງສາທາລະນະສຸກຂອງປາເລສໄຕລາຍງານວ່າມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ຈາກສະຖານະການຄວາມຮຸນແຮງເມື່ອວັນສຸກທີ່ຜ່ານມາ ໂດຍ 3 ຄົນເສຍຊີວິດຈາກການໂຈມຕີທາງອາກາດຂອງອິດສະຣາແອນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍກວ່າ 120 ຄົນ.

ຕໍ່ມາກຸ່ມຮາມາສອອກຖະແຫຼງການວ່າ ລັດຖະບານອິດສະຣາແອນ ກັບ ກຸ່ມຮາມາສໄດ້ບັນລຸຂໍ້ຕົກລົງຢຸດຍິງ ເມື່ອຕອນເຊົ້າມືດຂອງວັນເສົານີ້ ຕາມເວລາທ້ອງຖິ່ນ ຕາມການໄກ່ເກ່ຍຂອງສະຫະປະຊາຊາດ ແລະ ເອຢິບ ເຖິງແມ່ນວ່າອິດສະຣາແອນຈະຍັງບໍ່ສະແດງທ່າທີ ແຕ່ໄດ້ຢືນຢັນວ່າຍັງບໍ່ໄດ້ປະຕິບັດການທາງທະຫານເພີ່ມເຕີມ ແລະ ການຢຸດຍິງຄັ້ງນີ້ຖືເປັນຄັ້ງທີ 2 ພາຍໃນອາທິດດຽວ ພາຍຫຼັງທີ່ອິດສະຣາແອນໂຈມຕີທາງອາກາດໃນເຂດກາຊາ ຄັ້ງໃຫຍ່ທີ່ສຸດໃນຮອບ 4 ປີ ເມື່ອອາທິດທີ່ຜ່ານມາ ຕອບໂຕ້ທີ່ກຸ່ມຮາມາສລະດົມຍິງຈະຫຼວດ ແລະ ປືນໃຫຍ່ລວມກັນຫຼາຍກວ່າ 200 ລູກ ເຂົ້າໃນດິນແດນອິດສະຣາແອນ.

No comments

Powered by Blogger.