ລັດຖະບານປະກາດເມືອງສະໜາມໄຊ ເປັນເຂດໄພພິບັດສຸກເສີນລະດັບຊາດແລ້ວ ເລັ່ງລະດົມທຸກຊ່ອງທາງເພື່ອຊ່ວຍເຫຼືອ - ອິດສະຫຼະ

ລັດຖະບານປະກາດເມືອງສະໜາມໄຊ ເປັນເຂດໄພພິບັດສຸກເສີນລະດັບຊາດແລ້ວ ເລັ່ງລະດົມທຸກຊ່ອງທາງເພື່ອຊ່ວຍເຫຼືອ



ລັດຖະບານໄດ້ອອກແຈ້ງການເລກທີ 1105/ຫສນຍ ລົງວັນທີ 24 ກໍລະກົດ 2018 ເລື່ອງການຊ່ວຍເຫຼືອຜູ້ປະສົບໄພ ທີ່ໄດ້ຮັບຜົນກະທົບຈາກ ເຫດການອຸບັດເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ໃນຄັ້ງວັນທີ 23 ກໍລະກົດ 2018 ໂດຍມີເນື້ອໃນວ່າ:

1. ລັດຖະບານໄດ້ປະກາດເອົາເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຂອງເມືອງສະໜາມໄຊ ແຂວງອັດຕະປື ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ.

2. ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບກະຊວງປ້ອງກັນປະເທດ, ແຂວງອັດຕະປື ແລະ ພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເປັນໃຈກາງໃນການປະສານງານ, ການລະດົມທຶນ, ທ້ອນໂຮມເອົາທຶນຮອນ ແລະ ວັດຖຸປັດໄຈຕ່າງໆ ຈາກທຸກພາກສ່ວນຂອງພາກລັດທັງສູນກາງ ແລະ ທ້ອງຖິ່ນ, ພາກເອກະຊົນຜູ້ປະກອບການ, ອົງການຈັດຕັ້ງສາກົນປະຈຳ ສປປ.ລາວ ແລະ ພໍ່ແມ່ປະຊາຊົນລາວຜູ້ມີນ້ຳໃຈສັດທາ.

3. ສຳລັບທຶນ ແລະ ວັດຖຸສິ່ງຂອງທີ່ລະດົມມາໄດ້, ສຳລັບຢູ່ສູນກາງໃຫ້ໄປມອບລວມສູນຢູ່ຫ້ອງການຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ,​ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກົມສັງຄົມສົງເຄາະ, ໂທລະສັບ 020 2222-5185 ທ່ານ ວິໄລພົງ, ຮອງຫົວໜ້າ ກົມສັງຄົມສົງເຄາະ), ສຳລັບທ້ອງຖິ່ນ (ນະຄອນຫຼວງ ແລະ ແຂວງ) ແມ່ນໃຫ້ໄປມອບຢູ່ຫ້ອງວ່າການປົກຄອງແຂວງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.







No comments

Powered by Blogger.