ທ່ານນາຍົກ ແລະ ຄະນະລົງພື້ນທີ່ເມືອງສະໜາມໄຊ ເພື່ອຕິດຕາມການຊ່ວຍເຫຼືອປະຊາຊົນ - ອິດສະຫຼະ

ທ່ານນາຍົກ ແລະ ຄະນະລົງພື້ນທີ່ເມືອງສະໜາມໄຊ ເພື່ອຕິດຕາມການຊ່ວຍເຫຼືອປະຊາຊົນ



ລາຍງານ 24 ກໍລະກົດ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສັ່ງໃຫ້ຢຸດຕິການປະຊຸມລັດຖະບານສະໄໝສາມັນປະຈຳເດືອນກໍລະກົດ ທີ່ຈັດຂຶ້ນໃນລະຫວ່າງວັນທີ 23-24 ກໍລະກົດນີ້ ແລະ ເດີນທາງພ້ອມດ້ວຍຄະນະລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງອື່ນໆ ລົງພື້ນທີ່ເມືອງສະໜາມໄຊ ແຂວງອັດຕະປື ເພື່ອຕິດຕາມປະຕິບັດການຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນ້ຳຖ້ວມຢ່າງກະທັນຫັນ ຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ເມື່ອຄືນວັນຈັນທີ່ຜ່ານມາ ເຊິ່ງຜົນໃຫ້ມວນນ້ຳມະຫາສານໄຫຼເຂົ້າຖ້ວມຫຼາຍບ້ານໃນເມືອງສະໜາມໄຊ.



ໃນດ້ານຂອງບໍລິສັດຜະລິດໄຟຟ້າຣາດຊະບຸຣີໂຮດດິງ ຈຳກັດ ໜຶ່ງໃນຜູ້ຖືຮຸ້ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ໃນອັດຕາສ່ວນ 25% ໄດ້ອອກຈົດໝາຍຊີ້ແຈງຕໍ່ກໍລະນີເຂື່ອນແຕກວ່າ: ໄດ້ຮັບແຈ້ງຈາກບໍລິສັດເຊປຽນ-ເຊນ້ຳນ້ອຍວ່າ: ເມື່ອວັນທີ 23 ກໍລະກົດ 2018 ທີ່ຜ່ານມາ ເຂື່ອນດິນຍ່ອນຂັ້ນລະຫວ່າງໜ່ວຍພູ ສ່ວນ D (Saddle Dam D) ຂະໜາດສັນເຂື່ອນກວ້າງ 8 ແມັດ, ຍາວ 770 ແມັດ ແລະ ສູງ 16 ແມັດ ທີ່ສ້າງຂຶ້ນເພື່ອເສີມການກັ້ນນ້ຳຮອບອ້າງນ້ຳເຊນ້ຳນ້ອຍ ໄດ້ແຕກພັງລົງ ເຮັດໃຫ້ນ້ຳໄຫຼອອກສູ່ພື້ນທີ່ທ້າຍນ້ຳ ແລະ ລົງສູ່ນ້ຳເຊປຽນທີ່ຢູ່ຫ່າງຈາກເຂື່ອນປະມານ 5​ ກິໂລແມັດ ໂດຍເຫດທີ່ເກີດຂຶ້ນດັ່ງກ່າວສ່ວນໜຶ່ງເປັນຜົນມາຈາກພາຍຸຝົນທີ່ຕົກໜັກຕໍ່ເນື່ອງ ເຮັດໃຫ້ມີປະລິມານນ້ຳຈຳນວນຫຼ!ຍໄຫຼເຂົ້າສູ່ອ້າງເກັບນ້ຳຂອງໂຄງການ.

ເຂື່ອນເຊປຽນ-ເຊນ້ຳນ້ອຍ ຕັ້ງຢູ່ພູພຽງບໍລິເວນ ເຂດເມືອງປາກຊ່ອງ ແຂວງຈຳປາສັກ ຕໍ່ໃສ່ຊາຍແດນຂອງອັດຕະປື ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມານັບຕັ້ງແຕ່ທ້າຍປີ 2013 ແລະ ຄາດວ່າຈະສຳເລັດໃນຕົ້ນປີ 2019 ໂດຍມີເຈົ້າຂອງໂຄງການແມ່ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ພາຍໃຕ້ການຮ່ວມຮຸ້ນຂອງບໍລິສັດ SK Engineering and Construction (SK E) ຈາກປະເທດເກົາຫຼີໃຕ້ຖືຮຸ້ນ 26%, ບໍລິສັດ Korea Western Power (KOWEPO) ຈາກປະເທດເກົາຫຼີໃຕ້ ຖືຮຸ້ນ 25%, ບໍລິສັດ Generating Holding Public (RATCH) ຈາກປະເທດໄທ ຖືຮຸ້ນ 25% ແລະ ລັດວິສາຫະກິດຖືຮຸ້ນລາວ (LHSE) ຖືຮຸ້ນ 24% ດ້ວຍມູນຄ່າຂອງໂຄງການ 1,020 ລ້ານໂດລາສະຫະລັດ.

ເຂື່ອນມີກຳລັງຕິດຕັ້ງ 410 ເມກາວັດ ເຊິ່ງຈະຂາຍໄຟຟ້າໃຫ້ຝ່າຍການຜະລິດແຫ່ງປະເທດໄທ (EGAT) 90% ແລະ ລັດວິສາຫະກິດໄຟຟ້າລາວ (EDL) 10%, ໂຄງການນີ້ມີອາຍຸສຳປະທານ 27 ປີ ເຊິ່ງເປັນໂຄງການທີ່ມີລັກສະນະການກໍ່ສ້າງດ້ວຍຮູບແບບການຈັດສັນນ້ຳ ໂດຍໃຊ້ຮູບແບບການຜັນນ້ຳຈາກບ່ອນສູງລົງສູ່ບ່ອນຕ່ຳເຊັ່ນ: ການພັດທະນາຝາຍຫ້ວຍໝາກຈັນ ໂດຍການຂຸດທໍ່ຜັນນ້ຳໃຫ້ໄຫຼລົງສູ່ອ່າງເກັບນ້ຳເຂື່ອນເຊປຽນ ຂຸດທໍ່ຜັນນ້ຳຈາກເຂື່ອນເຊປຽນໃຫ້ໄຫຼລົງສູ່ເຂື່ອນເຊນ້ຳນ້ອຍ ແລ້ວເຈາະອຸມົງຜັນນ້ຳລົງສູ່ເຮືອນຈັກຢູ່ແຂວງອັດຕະປື.

No comments

Powered by Blogger.