ສ.ອາເມຣິກາ ດຶງສົງຄາມການຄ້າລະຫວ່າງຈີນ ມາເປັນຕົວປະກັນບັນຫາຢູ່ແຫຼມເກົາຫຼີ - ອິດສະຫຼະ

ສ.ອາເມຣິກາ ດຶງສົງຄາມການຄ້າລະຫວ່າງຈີນ ມາເປັນຕົວປະກັນບັນຫາຢູ່ແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 26 ສິງຫາ 2018 ວ່າ: ກະຊວງການຕ່າງປະເທດຂອງຈີນອອກຖະແຫຼງການເມື່ອວັນເສົາ ທີ່ຜ່ານມາວ່າ: ໄດ້ມີການດຳເນີນການໄປຕາມແນວທາງການທູດຜ່ານຊ່ອງທາງທີ່ເໝາະສົມແລ້ວ ເພື່ອສະແດງຄວາມທັກທ້ວງຢ່າງຈິງໃຈ ຕໍ່ການສະແດງທັດສະນະຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຕໍ່ສະຖານະການຢູ່ແຫຼມເກົາຫຼີ ເຊິ່ງມີການກ່າວພາດພິງໂດຍກົງຢ່າງບໍ່ມີຄວາມເປັນທຳຕໍ່ລັດຖະບານຈີນ ພ້ອມທັງຮຽກຮ້ອງໃຫ້ລັດຖະບານສະຫະລັດ ອາເມຣິກາ ເພີ່ມຄວາມຈິງໃຈ ແລະ ປັບທັດສະນະຕໍ່ກັບເລື່ອງນີ້ ແທນທີ່ຈະມາກ່າວໂທດຝ່າຍກົງຂ້າມແບບນີ້.

ການເຄື່ອນໄຫວດັ່ງກ່າວຂອງຈີນເກີດຂຶ້ນພາຍຫຼັງທີ່ທ່ານ ໂດໂນ ທຣຳ ໄດ້ລົງຂໍ້ຄວາມໃນ Twitter ເມື່ອວັນສຸກທີ່ຜ່ານມາວ່າ ທ່ານໄດ້ສັ່ງໃຫ້ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເລື່ອນກຳນົດການເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ເຊິ່ງຕາມກຳນົດເດີມຈະຕ້ອງເກີດຂຶ້ນໃນອາທິດນີ້ ໂດຍບໍ່ມີກຳນົດ, ເນື່ອງຈາກຂະບວນການປົດອາວຸດນິວເຄຼຍຂອງເກົາຫຼີເໜືອຍັງບໍ່ມີຄວາມຄືບໜ້າພຽງພໍ, ນອກຈາກນີ້ ການທີ່ລັດຖະບານສະຫະລັດ ອາເມຣິກາ ໄດ້ເພີ່ມມາດຕະການຕອບໂຕ້ນະໂຍບາຍການຄ້າຕໍ່ຈີນ ຜູ້ນຳສະຫະລັດ ອາເມຣິກາຈຶ່ງເຊື່ອວ່າລັດຖະບານຈີນຈະໃຫ້ການສະໜັບສະໜູນເລື່ອງເກົາຫຼີເໜືອໃນເວລານີ້ ແຕ່ກ່າວລົງທ້າຍວ່າການຢ້ຽມຢາມນະຄອນຫຼວງປຽງຢາງຂອງທ່ານ ໄມ ພອມແພວ ອາດເກີດຂຶ້ນ ພາຍຫຼັງທີ່ສະຫະລັດ ອາເມຣິກາ ແລະ ຈີນສາມາດຢຸດຕິຄວາມຂັດແຍ່ງເລື່ອງການຄ້າໄດ້ແລ້ວ ພ້ອມທັງສະແດງຄວາມຫວັງຈະໄດ້ພົບກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອອີກຄັ້ງ.

ໃນດ້ານຂອງລັດຖະບານເກົາຫຼີເໜືອ ຍັງບໍ່ສະແດງທ່າທີຕໍ່ບັນຫາດັ່ງກ່າວ ແຕ່ກະຊວງການຕ່າງປະເທດເກົາຫຼີໃຕ້ ໄດ້ອອກຖະແຫຼງການສະແດງຄວາມເສຍໃຈ ຕໍ່ສະຖານະການທີ່ເກີດຂຶ້ນ ແລະ ຮຽກຮ້ອງໃຫ້ສະຫະລັດ ອາເມຣິກາ ຮັກສາຄວາມຕໍ່ເນື່ອງຂອງການເຈລະຈາກັບເກົາຫຼີເໜືອໄວ້ຕໍ່ໄປ. ເຖິງຢ່າງໃດກໍ່ຕາມ ແຫຼ່ງຂ່າວກອງ ແລະ ຄວາມໝັ້ນຄົງຂອງສະຫະລັດ ອາເມຣິກາຫຼາຍຄົນກ່າວວ່າ ທ່ານ ໂດໂນ ທຣຳ ຕັດສິນໃຈໃນເລື່ອງນີ້ ພາຍຫຼັງປະເມີນການຢ້ຽມຢາມເກົາຫຼີເໜືອຂອງທ່ານ ໄມ ພອມແພວ ຄັ້ງຫຼ້າສຸດເມື່ອເດືອນກໍລະກົດ ທີ່ຜ່ານມາ ວ່າບໍ່ມີຄວາມຄືບໜ້າ ແລະ ຍັງບໍ່ໄດ້ພົບກັບທ່ານ ຄິມ ຈອງ-ອຶນ.




No comments

Powered by Blogger.