ເຫດຄວາມຮຸນແຮງຄົນຮ້າຍບຸກຍິງກາສິໂນ ທີ່ປະເທດຟິລິບປິນ ເສຍຊີວິດແລ້ວ 36 ຄົນ - ອິດສະຫຼະ

ເຫດຄວາມຮຸນແຮງຄົນຮ້າຍບຸກຍິງກາສິໂນ ທີ່ປະເທດຟິລິບປິນ ເສຍຊີວິດແລ້ວ 36 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 2 ມິຖຸນາ 2017 ວ່າ: ທ່ານ ໂດໂນ ເດລາ ໂຣຊາ ຜູ້ບັນຊາການຕຳຫຼວດແຫ່ງຊາດຟິລິບປິນກ່າວວ່າ ເຈົ້າໜ້າທີ່ພົບຮ່າງຜູ້ເສຍຊີວິດພາຍໃນຫ້ອງກາສິໂນຂອງໂຮງແຮມ Resort World Manila ລວມ 36 ຄົນ ໂດຍທັງໝົດເສຍຊີວິດຈາກການຂາດອາກາດຫາຍໃຈ ເພາະຄົນຮ້າຍໄດ້ຖອກນ້ຳມັນທົ່ວບໍລິເວນນັ້ນ ແລ້ວຈູດໄຟເຜົາຈົນເກີດໄຟລຸກໄໝ້ຮຸນແຮງກາງເດິກທີ່ຜ່ານມາ ນອກຈາກນີ້ຍັງມີຄົນຢຽບກັນໄດ້ຮັບບາດເຈັບອີກຫຼາຍຄົນ.

ເຫດການນີ້ເກີດຂຶ້ນເມື່ອຊ່ວງກາງເດິກທີ່ຜ່ານມາໂດຍຄົນຮ້າຍປິດບັງໃບໜ້າຖືປືນກົນບຸກດ່ຽວໄປຍັງຫ້ອງກາສິໂນຂອງ Resort World Manila ເຊິ່ງຕັ້ງຢູ່ໃກ້ກັບສະໜາມບິນນານາຊາດນະຄອນຫຼວງມະນິລາ.

ເຖິງຢ່າງໃດກໍ່ຕາມທ່ານ ເດລາ ໂຣຊາ ກ່າວວ່າ ຄົນຮ້າຍບໍ່ໄດ້ໃຊ້ອາວຸດປືນຍິງຄົນໃນໂຮງແຮມ ພຽງແຕ່ໃຊ້ຍິງໄປທີ່ໜ້າຈໍໂທລະພາບຂະໜາດໃຫຍ່ເທົ່ານັ້ນ ເຮັດໃຫ້ເຈົ້າໜ້າທີ່ເຊື່ອວ່ານີ້ ບໍ່ແມ່ນການກໍ່ການຮ້າຍ ແຕ່ເປັນການບຸກປຸ້ນຊິບສຳລັບຫຼິ້ນການພະນັນ ພາຍຫຼັງຈາກທີ່ຄົນຮ້າຍປຸ້ນຊິບໃສ່ກະເປົ໋າເປ້ສ່ວນຕົວໄດ້ແລ້ວມູນຄ່າ 113 ລ້ານເປໂຊ ກໍ່ໄດ້ໜີຂຶ້ນໄປໃນສ່ວນຂອງໂຮງແຮມ ກ່ອນທີ່ຈະຕັດສິນໃຈຖິ້ມກະເປົ໋າ ແລ້ວເອົາຜ້າຫົ່ມມາຄຸມຕົວເອງ ແລະ ຮວດນ້ຳມັນຈູດຕົວເອງຈົນເສຍຊີວິດໃນຫ້ອງພັກຂອງໂຮງແຮມ ເຈົ້າໜ້າທີ່ເຊື່ອວ່າ ຜູ້ກໍ່ເຫດໜ້າຈະມີອາການປ່ວຍທາງຈິດ

No comments

Powered by Blogger.