ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີພົບປະກັບທ່ານ ສີ ຈິ້ນຜິງ ທີ່ຫໍປະຊຸມແຫ່ງຊາດ - ອິດສະຫຼະ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີພົບປະກັບທ່ານ ສີ ຈິ້ນຜິງ ທີ່ຫໍປະຊຸມແຫ່ງຊາດ



ວິທະຍຸກະຈາຍສຽງແຫ່ງຊາດລາຍງານ: ໃນຕອນເຊົ້າຂອງວັນທີ 14 ພະຈິກ 2017, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ.ຈີນ, ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ, ເນື່ອງໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປ.ຈີນ ເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ. ລາວ, ໃນລະຫວ່າງວັນທີ 13-14 ພະຈິກ 2017, ຕາມການເຊື້ອເຊີນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ.


ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດຢ່າງຍິ່ງ ທີ່ມີໂອກາດຂໍ່ານັບຮັບຕ້ອນທ່ານ ສີ ຈິ້ນຜິງ ແລະ ຄະນະ ຢູ່ ສປປ.ລາວ. ການຢ້ຽມຢາມຄັ້ງນີ້ ເປັນຂີດໝາຍປະຫວັດສາດອັນສໍາຄັນ ແຫ່ງການຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ພ້ອມກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນສໍາເລັດອັນຍິ່ງໃຫຍ່ ຂອງກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກອມມູນິດຈີນ ແລະ ສະແດງຄວາມຂໍ່ານັບຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ ທ່ານ ສີ ຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງຜູ້ນໍາສູງສຸດທີ່ເປັນແກນນໍາ ຂອງພັກກອມມູນິດຈີນ ອີກສະໄໝໜຶ່ງ, ເຊິ່ງເປັນການຢັ້ງຢືນຢ່າງມີຊີວິດຊີວາ ເຖິງຄວາມຮູ້ຄວາມສາມາດ ແລະ ຜົນງານອັນໂດດເດັ່ນ ໃນການຊີ້ນໍາ-ນໍາພາທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນທັງຊາດ; ນໍາເອົາປະເທດຈີນ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ພົ້ນເດັ່ນໃນທຸກໆດ້ານ.

ໃນຖານະເປັນສະຫາຍທີ່ຮ່ວມອຸດົມການດຽວກັນ, ຮ່ວມຊາຕາກຳອັນດຽວກັນ, ພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ມີຄວາມເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການນໍາຂອງ ທ່ານ ສີ ຈິ້ນຜິງ ນັ້ນ, ພັກກອມມູນິດຈີນ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫຼວງ ໃນການສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ໃຫ້ປະກົດເປັນຈິງ ຕາມແນວຄິດຂອງ ທ່ານ ສີ ຈິ້ນຜິງ ທີ່ໄດ້ຮັບການກໍານົດເອົາໃນກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກ, ບັນລຸຄວາມຝັນຂອງຈີນ ໃນການສ້າງສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງກົມກຽວປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ສວຍງາມ. ສິ່ງດັ່ງກ່າວ ເປັນການປຸກລະດົມກຳລັງໃຈ ອັນໃຫຍ່ຫຼວງໃຫ້ ສປປ.ລາວ ໃນການສືບຕໍ່ກ້າວເດີນໄປໜ້າຢ່າງໜັກແໜ້ນ ສູ່ເປົ້າໝາຍສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ທ່ານ ທອງລຸນ ສີສຸລິດ ຍັງສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ການພົບປະ ລະຫວ່າງ ທ່ານ ເລຂາທິການໃຫຍ່ ສີ ຈິ້ນຜິງ ກັບ ທ່ານ ເລຂາທິການໃຫຍ່ ປະທານປະເທດ ບຸນຍັງ ວໍລະຈິດ, ເຊິ່ງເປັນພຶ້ນຖານ ອັນໜັກແໜ້ນໃຫ້ແກ່ ການເພີ່ມທະວີການຮ່ວມມືຮອບດ້ານໝັ້ນຄົງຍາວນານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.

ລັດຖະບານ ສປປ.ລາວ ຕີລາຄາສູງ ທີ່ໃນໄລຍະຢ້ຽມຢາມ ສປປ.ລາວ ທັງສອງຝ່າຍ ໄດ້ລົງນາມເອກະສານສໍາຄັນຕ່າງໆ ຈໍານວນ 17 ສະບັບ, ເຊິ່ງເອກະສານດັ່ງກ່າວ ໄດ້ສະແດງອອກເຖິງການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ຂອງ ສປ.ຈີນ ຕໍ່ ສປປ.ລາວ, ເປັນການປະກອບສ່ວນອັນສໍາຄັນ ແລະ ມີປະສິດທິຜົນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ.ລາວ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນການພົບປະຄັ້ງນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍມາໂດຍຕະຫລອດ ແລະ ນຳຜົນປະໂຫຍດຕົວຈິງມາໃຫ້ສອງຝ່າຍ, ໂດຍສະເພາະ ການຮ່ວມມືທາງດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຊ່ວຍເຫລືອທາງການຂອງ ສປ.ຈີນ ໃຫ້ ສປປ.ລາວ, ໂດຍສະເພາະ ການສະໜອງແຫລ່ງທຶນກູ້ຢືມເພື່ອການພັດທະນາ, ການຄ້າ ແລະ ການລົງທຶນ ແລະ ດ້ານອື່ນໆ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງຝ່າຍ ລາວ-ຈີນ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສີ ຈິ້ນຜິງ ທີ່ໄດ້ຊີ້ນໍາໃຫ້ກະຊວງການຄ້າຂອງຈີນ ແຕ່ງຕັ້ງທິມງານມາສໍາຫລວດເກັບກຳຂໍ້ມູນຄວາມຕ້ອງການ ແລະ ກຳນົດມາດຕະການໃຫ້ການຊ່ວຍເຫລືອ ແລະ ໄດ້ວາງແຜນຈຸດສຸມ ທີ່ຈະໃຫ້ການຊ່ວຍເຫລືອອີກ 3 ປີ ຕໍ່ຫນ້າ ແກ່ ສປປ.ລາວ.

ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າຄື: ສະໜັບສະໜູນແຜນຍຸດທະສາດການພັດທະນາ “ຫນຶ່ງແລວ ຫນຶ່ງເສັ້ນທາງ” ແລະ ຂອບການຮ່ວມມືແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ເປັນຂອບການພັດທະນາສາກົນ ແລະ ພາກພື້ນ ທີ່ເອື້ອອຳນວຍ ແລະ ສອດຄ່ອງກັບຍຸດທະສາດຂອງລາວ ໃນຄວາມພະຍາຍາມ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນປະເທດເຊື່ອມຈອດເຊື່ອມໂຍງ; ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສາມາດດຳເນີນໄປໄດ້ຕາມແຜນການວາງໄວ້; ການຮ່ວມມືໃນການຍົກລະດັບການພັດທະນາດ້ານບຸກຄະລະກອນດ້ານວິຊາສະເພາະໃນດ້ານຕ່າງໆ; ເປີດກວ້າງການຮ່ວມມືລະຫວ່າງຂະແໜງການ, ທ້ອງຖິ່ນ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ, ພາກທຸລະກິດ ແລະ ການຈັດຕັ້ງຕ່າງໆຂອງສອງປະເທດ ໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນ; ປັບປຸງກົນໄກການຈັດຕັ້ງປະຕິບັດທິດທາງ ແລະ ແຜນການຮ່ວມມືທີ່ສອງພັກ ແລະ ສອງລັດ ໄດ້ເປັນເອກະພາບກັນແລ້ວ ໃຫ້ວ່ອງໄວ ແລະ ມີປະສິດທິຜົນຫຼາຍຂຶ້ນ; ສືບຕໍ່ຊຸກຍູ້ໃຫ້ວິສາຫະກິດທີ່ມີຄວາມສາມາດຂອງຈີນ ມາລົງທຶນໃນລາວຫລາຍຂຶ້ນ, ເປັນຕົ້ນແມ່ນ ຂົງເຂດໂຄງລ່າງພື້ນຖານຄົມມະນາຄົມ, ຂົນສົ່ງ, ຊົນລະປະທານ, ພະລັງງານ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງ, ກະສິກຳປອດສານຜິດ ເປັນມິດກັບສິ່ງແວດລ້ອມ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ.

ໃນໂອກາດນີ້, ທ່ານ ສີ ຈິ້ນຜິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ທອງລຸນ ສີສຸລິດ ແລະ ຄະນະ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ເຊິ່ງໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍສະເພາະຢູ່ໃນສະພາບໃຫມ່ ແລະ ຍຸກສະໄຫມໃຫມ່ນີ້.

ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອໝັ້ນຄົງຍາວນານ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປປ.ລາວ ແລະ ສປ.ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ, ພ້ອມທັງ ອວຍພອນໃຫ້ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ.ຈີນ, ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດສ້າງສັງຄົມນິຍົມໃໝ່ ທີ່ມີສີສັນພິເສດຂອງຈີນ ແລະ ປະສົບຜົນສໍາເລັດດີງາມໃນການຢ້ຽມຢາມ ສປປ.ລາວ ນີ້. ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຕາງຫນ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ ແລະ ລໍ້າຄ່າ ໃຫ້ແກ່ ສປປ.ລາວ ຕະຫຼອດມາ.

No comments

Powered by Blogger.