ຜູ້ນຳສອງຊາດລາວ-ຈີນ ຮ່ວມວາງສີລາລຶກກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ - ອິດສະຫຼະ

ຜູ້ນຳສອງຊາດລາວ-ຈີນ ຮ່ວມວາງສີລາລຶກກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່




ສຳນັກຂ່າວສານປະເທດລາຍງານ 14 ພະຈິກ 2017 ວ່າ: ຜູ້ນຳສອງປະເທດລາວ-ຈີນ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ.ລາວ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ.ຈີນ ໄດ້ເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ໃນວັນອັງຄານນີ້ ໂດຍມີການນຳຂັ້ນສູງພັກ-ລັດຖະບານແຫ່ງ ສປປ.ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງທາສາລະນະສຸກໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ເປັນໂຮງໝໍຂະໜາດ 600 ຕຽງ, ສູງ 8 ຊັ້ນ, ເນື້ອທີ່ດິນກໍ່ສ້າງ 31 ພັນຕາແມັດ, ພື້ນທີ່ຊົມໃຊ້ 54 ພັນຕາແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 600 ລ້ານກວ່າຢວນ, ຄາດວ່າຈະສ້າງສຳເລັດໃນປີ 2020. ໂຄງການດັ່ງກ່າວ, ເປັນໂຄງການຂະໜາດໃຫຍ່ທີ່ສຸດ, ຈຳນວນຕຽງ ແລະ ມູນຄ່າການກໍ່ສ້າງຫຼາຍທີ່ສຸດທີ່ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອໃນການກໍ່ສ້າງໂຮງໝໍແກ່ຕ່າງປະເທດ.


ພາຍຫຼັງສຳເລັດພິທີວາງສີລາລຶກ ທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ສີ ຈິ້ນຜິງ ໄດ້ໄປຢ້ຽມຢາມຄົນເຈັບຜ່າຕັດຕາຂຸ້ນ ທີ່ໄດ້ຮັບການຊ່ວຍເຫຼືອຜ່າຕັດ ໂດຍແພດຈາກ ສປ.ຈີນ ຫຼັງຈາກນັ້ນ, ທ່ານ ສີ ຈິ້ນຜິງ ພ້ອມດ້ວຍຄະນະໄດ້ເດີນທາງວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ ນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.


No comments

Powered by Blogger.