ຍົນຮົບບໍ່ຮູ້ວ່າຝ່າຍໃດ ຖິ້ມລະເບີດໃສ່ຕະຫຼາດສົດ ໃນພາກເໜືອຂອງຊີຣີ ຕາຍເຄິ່ງຮ້ອຍ - ອິດສະຫຼະ

ຍົນຮົບບໍ່ຮູ້ວ່າຝ່າຍໃດ ຖິ້ມລະເບີດໃສ່ຕະຫຼາດສົດ ໃນພາກເໜືອຂອງຊີຣີ ຕາຍເຄິ່ງຮ້ອຍ



ສຳນັກຂ່າວຕ່າງປະເທດລາຍງານ 14 ພະຈິກ 2017 ວ່າ: ອົງກອນສັງເກດການດ້ານສິດທິມະນຸດຊີຣີ (SOHR) ລາຍງານການເກີດເຫດຍົນຮົບໂຈມຕີທາງອາກາດດ້ວຍການຖິ້ມລະເບີດ "ຢ່າງໜ້ອຍ 3 ຄັ້ງ" ທີ່ຕະຫຼາດສົດໃນເມືອງເອຕາເຣັບ ໃກ້ກັບເມືອງອະເລັບໂປ ໃນພາກເໜືອຂອງຊີຣີ ເມື່ອວັນຈັນທີ່ຜ່ານມາ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 53 ຄົນ ໃນຈຳນວນນີ້ເປັນເດັກນ້ອຍຢ່າງໜ້ອຍ 5 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກປະມານ 100 ຄົນ.

ເຖິງຈະຍັງບໍ່ຊັດເຈນວ່າຍົນຮົບຖິ້ມລະເບີດດັ່ງກ່າວເປັນຂອງຝ່າຍໃດ ແຕ່ການທີ່ບໍລິເວນເກີດເຫດນັ້ນ ຍັງເປັນເຂດຢຶດຄອງຂອງຝ່າຍກະບົດ ຈຶ່ງມີການຕັ້ງສົມມຸດຕິຖານວ່າ ອາດເປັນຍົນຮົບຂອງລັດຖະບານຊີຣີ ຫຼື ກອງທັບລັດເຊຍ ເຖິງຢ່າງໃດກໍ່ຕາມເມືອງເອຕາເຣັບຢູ່ໃນເຂດ "ປອດຄວາມຮຸນແຮງ" ທີ່ລັດຖະບານລັດເຊຍ ແລະ ອີຣານຮ່ວມກັນກຳນົດຂຶ້ນໃນການປະຊຸມເມື່ອຕົ້ນປີນີ້ ໂດຍໄດ້ຮັບການເຫັນດີຈາກລັດຖະບານຊີຣີ ແລະ ຕວັກກີ.





No comments

Powered by Blogger.