UN ກ່າວວ່າ ທະຫານມຽມາ ຂ້າ-ຂົ່ມຂືນແມ່ຍິງ ແລະ ເດັກນ້ອຍໂຣຮິງຢາເກີນພັນ - ອິດສະຫຼະ

UN ກ່າວວ່າ ທະຫານມຽມາ ຂ້າ-ຂົ່ມຂືນແມ່ຍິງ ແລະ ເດັກນ້ອຍໂຣຮິງຢາເກີນພັນ



ສຳນັກຂ່າວຕ່າງປະເທດລາຍງານ 14 ພະຈິກ 2017 ວ່າ: ຜູ້ແທນພິເສດຂອງສະຫະປະຊາຊາດ ທ່ານ ນາງ ປຣາມິລາ ແພັດເທນ ກ່າວສະແດງຄວາມຄິດເຫັນພາຍຫຼັງໄປຢ້ຽມຢາມຄ້າຍຜູ້ອົບພະຍົບຊາວໂຣຮິງຢາທີ່ເມືອງ ຄັອກ ບາຊາ ທາງພາກໃຕ້ຂອງບັງກະລາເທດ ເຊິ່ງມີຊາວໂຣຮິງຢາກວ່າ 600,000 ຄົນ ພົບພະຍົບລີ້ໄພຈາກມຽນມາເມື່ອຫຼາຍອາທິດທີ່ຜ່ານມາ, ທ່ານ ນາງກ່າວວ່າ ໄດ້ຍິນເລື່ອງລາວທີ່ໜ້າຕົກໃຈກ່ຽວກັບການຂົ່ມຂື່ນກະທຳຊຳເລົາຜູ້ຍິງ ແລະ ເດັກນ້ອຍຈຳນວນຫຼາຍຈົນເສຍຊີວິດຈາກການຂົ່ມຂື່ນ, ຄວາມຮຸນແຮງອັນໂຫດຮ້າຍນີ້ເຂົ້າຄ່າຍກໍລະນີອາຊະຍາກຳຕໍ່ມະນຸດ.

"ຂ້າພະເຈົ້າໄດ້ຍິນຮູບແບບຄວາມຮຸນແຮງທາງເພດຈາກຜູ້ລອດຊີວິດວ່າ ລາວຖືກຂົ່ມຂືນໂດຍທະຫານມຽນມາຫຼາຍຄົນ ແລະ ຍັງບັງຄັບໃຫ້ແກ້ເຄື່ອງນຸ່ງຈົນໝົດໃນທີ່ສາທາລະນະ ແລະ ຖືກທະຫານມຽນມາກັກຕົວໄວ້ດົນເຖິງ 45 ວັນ ໂດຍຖືກທະຫານມຽນມາຫຼາຍຄົນສັບປ່ຽນກັນມາຂົ່ມຂືນ ລາວກ່າວຂະນະທີ່ຍັງມີຮອຍບາດແຜຕາມຮ່າງກາຍເປັນທີ່ເຫັນໄດ້ຢູ່"

ທ່ານ ນາງ ແພັດເທນ ກ່າວວ່າ ນັບຕັ້ງແຕ່ທີ່ຜູ້ລີ້ໄພຊາວໂຣຮິງຢາອົບພະຍົບມາຍັງບັງກະລາເທດໃນເດືອນສິງຫາທີ່ຜ່ານມາ ຜູ້ຊ່ຽວຊານດ້ານຄວາມຮຸນແຮງທາງເພດໄດ້ໃຫ້ການຊ່ວຍເຫຼືອຊາວໂຣຮິງຢາທີ່ຖືກລ່ວງລະເມີດທາງເພດມາແລ້ວ 1,644 ຄົນ ເຊິ່ງຖືເປັນສ່ວນໜ້ອຍ ເພາະມີອີກຈຳນວນຫຼາຍບໍ່ໄດ້ຮັບການເປີດເຜີຍ.

ເຖິງຢ່າງໃດກໍ່ຕາມ ສ່ວນກອງທັບມຽນມາຖະແຫຼງວ່າ ການສືບສວນພາຍໃນບໍ່ພົບຄວາມຜິດຂອງທະຫານໃດໆ ບໍ່ວ່າຈະເປັນເລື່ອງການຍິງຜູ້ບໍລິສຸດ, ຂົ່ມຂືນແມ່ຍິງ ແລະ ເດັກນ້ອຍ, ຈູດໄພໄລ່ຊາວໂຣຮິງຢາ ຈາກທຸກຂໍ້ກ່າວຫາຂອງການກະທຳອັນໂຫດຮ້າຍປ່າເຖື່ອນ ຜົນການສືບສວນຖືກເຜີຍແຜ່ລົງໃນ facebook ຂອງພົນເອງອາວຸໂສ ມິນ ອອງ ຫຼ່າຍ ຜູ້ບັນຊາການກອງທັບມຽນມາ.


No comments

Powered by Blogger.