ຈີນ-ອາຊຽນ ເຫັນດີເຫັນພ້ອມໃຫ້ເລີ່ມເຈລະຈາແນວທາງປະຕິບັດໃນທະເລຈີນໃຕ້ - ອິດສະຫຼະ

ຈີນ-ອາຊຽນ ເຫັນດີເຫັນພ້ອມໃຫ້ເລີ່ມເຈລະຈາແນວທາງປະຕິບັດໃນທະເລຈີນໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 14 ພະຈິກ 2017 ວ່າ: ທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວຖະແຫຼງຕໍ່ກອງປະຊຸມອາຊຽນ-ຈີນ ຄັ້ງທີ 20 ເຊິ່ງເປັນໜຶ່ງໃນການປຶກສາຫາລືຍ່ອຍນອກຮອບການປະຊຸມສຸດຍອດອາຊຽນ ຄັ້ງທີ 31 ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອວັນຈັນທີ່ຜ່ານມາວ່າ: ການສ້າງສັນຕິພາບ ແລະ ສະຖຽນລະພາບໃນທະເລຈີນໃຕ້ ຖືເປັນ "ຄວາມຫວັງອັນສູງສຸດ" ຂອງລັດຖະບານຈີນ ແລະ ຈີນຫວັງເປັນຢ່າງຍິ່ງວ່າການເລີ່ມເຈລະຈາແນວທາງປະຕິບັດ (COC) ຢ່າງເປັນທາງການໃນເລື່ອງນີ້ຈະຊ່ວຍຟື້ນຟູຄວາມເຊື່ອໝັ້ນ ແລະ ເພີ່ມພູນຄວາມເຂົ້າໃຈລະຫວ່າງລັດພາຄີໄດ້ ໂດຍລັດຖະບານຈີນພ້ອມຢ່າງຍິ່ງໃນການປະຕິບັດຕາມ COC.

ສຳລັບການເຈລະຈາ COC ຖືເປັນການຕໍ່ຍອດຈາກປະຕິຍານວ່າດ້ວຍແນວທາງປະຕິບັດພາຄີໃນທະເລຈີນໃຕ້ (DOC) ວ່າດ້ວຍການຈັດການດ້ານຄວາມໝັ້ນຄົງໃນທະເລຈີນໃຕ້ ທີ່ມີການລົງນາມຮ່ວມກັນເມື່ອປີ 2002, ເຖິງຢ່າງໃດກໍ່ຕາມ ແນວທາງປະຕິບັດຕາມເອກະສານດັ່ງກ່າວເກືອບເວົ້າໄດ້ວ່າ ບໍ່ໄດ້ຮັບການຕອບສະໜອງຈາກປະເທດທີ່ຮ່ວມລົງນາມ ເຊິ່ງຕ່າງກໍ່ພາກັນຖົມທະເລເພື່ອສ້າງເກາະທຽມສຳລັບກໍ່ສ້າງສິ່ງປຸກສ້າງຕ່າງໆ ແລະ ການເດີນໜ້າສຳຫຼວດແຫຼ່ງພະລັງງານ ແລະ ການເຮັດປະມົງບໍລິເວນອານາເຂດທາງທະເລຈີນໃຕ້ ທີ່ເປັນເຂດທັບຊ້ອນກັນ, ຂະນະທີ່ທັງຈີນ ແລະ ອາຊຽນຕ່າງຍັງຄົງສະຫງວນທ່າທີໃນການກຳນົດກອບໄລຍະເວລາທີ່ຊັດເຈນສຳລັບການເຈລະຈາ COC.


No comments

Powered by Blogger.