ລັດເຊຍ-ຕວັກກີ ເຫັນພ້ອມຕ້ອງແກ້ໄຂບັນຫາສົງຄາມໃນຊີຣີ - ອິດສະຫຼະ

ລັດເຊຍ-ຕວັກກີ ເຫັນພ້ອມຕ້ອງແກ້ໄຂບັນຫາສົງຄາມໃນຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 14 ພະຈິກ 2017 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ໄດ້ປຶກສາຫາລືກັບທ່ານ ເຣເຊັບ ເທຢິບ ເອີໂດກັນ ຜູ້ນຳຕວັກກີ ທີ່ເມືອງໂຊຊີ ປະເທດລັດເຊຍ ເພື່ອຫາຈຸດຢືນຮ່ວມກັນກໍລະນີສົງຄາມໃນຊີຣີ ທີ່ແກ້ຍາວມາເປັນເວລາ 6 ປີ ລວມທັງຂັ້ນຕອນ ແລະ ແນວທາງອື່ນໆໃນການແກ້ໄຂບັນຫາວິກິດດັ່ງກ່າວ.

ພາຍຫຼັງຈົບການປຶກສາຫາລືກັນດົນກວ່າ 4 ຊົ່ວໂມງ ທ່ານ ເອີໂດກັນ ກ່າວວ່າ ຜູ້ນຳທັງສອງຕ່າງເຫັນດີເຫັນພ້ອມໃນການໃຫ້ຄວາມສຳຄັນກັບການແກ້ໄຂບັນຫາທາງການເມືອງ ທີ່ກໍ່ໃຫ້ເກີດຄວາມຂັດແຍ່ງໃນຊີຣີ, ຂະນະທີ່ທ່ານ ປູຕິນ ກ່າວວ່າ ລັດເຊຍຈະຍັງຄົງໃຫ້ການຮ່ວມມືກັບຕວັກກີຕໍ່ໄປ ພາຍຫຼັງທີ່ຄວາມພະຍາຍາມຂອງທັງສອງຝ່າຍນຳໄປສູ່ໝາກຜົນທີ່ເປັນຮູບປະທຳຫຼາຍຂຶ້ນ.

ເຖິງຢ່າງໃດກໍ່ຕາມ ເມື່ອວັນເສົາທີ່ຜ່ານມາ (11 ພະຈິກ) ທ່ານ ປູຕິນ ແລະ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວໃນການຖະແຫຼງການຮ່ວມວ່າ: ສະຫະລັດ ແລະ ລັດເຊຍຈະຮ່ວມກັນສູ້ຮົບເພື່ອປາບປາມກຸ່ມ IS ໃນຊີຣີຕໍ່ໄປ ແລະ ທັງສອງປະເທດເຫັນພ້ອມກັນວ່າຈະບໍ່ໃຊ້ມາດຕະການທາງການທະຫານແຊກແຊງ ເພື່ອແກ້ໄຂບັນຫາຢ່າງແນ່ນອນ ຫຼັງຈາກທີ່ກ່ອນໜ້ານີ້ ທ່ານ ເອີໂດກັນ ກ່າວໂຈມຕີ ສະຫະລັດ ແລະ ລັດເຊຍວ່າ ກຳລັງແຊກແຊງຊີຣີ ພ້ອມລະບຸວ່າ ຫາກສະຫະລັດ ແລະ ລັດເຊຍ ເຊື່ອວ່າການແກ້ໄຂບັນຫາໂດຍການໃຊ້ປະຕິບັດການທາງການທະຫານບໍ່ແມ່ນທາງອອກທີ່ແທ້ຈິງ ທັງສອງຝ່າຍຄວນຖອນກຳລັງກອງທັບຂອງຕົນອອກຈາກຊີຣີ.



No comments

Powered by Blogger.