ກຸ່ມຕາລີບັນປະທະຕຳຫຼວດອາຟະການິດສະຖານ ຢ່າງດຸເດືອດ ຕາຍກວ່າ 72 ຄົນ - ອິດສະຫຼະ

ກຸ່ມຕາລີບັນປະທະຕຳຫຼວດອາຟະການິດສະຖານ ຢ່າງດຸເດືອດ ຕາຍກວ່າ 72 ຄົນ


ພາບ: ປະກອບ

ສຳນັກຂ່າວຕ່າງປະເທດລາຍງານ 14 ພະຈິກ 2017 ວ່າ: ທ່ານ ມາຕິອຸນເລາະ ເຮລານ ຮັກສາການໂຄສົກສຳນັກງານຕຳຫຼວດແຂວງຄັນດາຮາ ປະເທດອາຟະການິດສະຖານ ເປີດເຜີຍວ່າ: ຕຳຫຼວດເສຍຊີວິດຢ່າງໜ້ອຍ 22 ຄົນ ໄດ້ຮັບບາດເຈັບ 15 ຄົນ ເມື່ອກຸ່ມຕາລີບັນບຸກໂຈມຕີສະຖານນີຕຳຫຼວດຫຼາຍແຫ່ງ ໃນເມືອງເມວານ ແລະ ເມືອງຊາຣີ ຂອງແຂວງຄັນດາຮາ ເກີດການຍິງປະທະກັນດົນກວ່າ 6 ຊົ່ວໂມງ ແລະ ໄດ້ເຮັດໃຫ້ນັກຮົບຕາລີບັນເສຍຊີວິດ 45 ຄົນ ບາດເຈັບອີກ 35 ຄົນ.

ໃນເວລາໃກ້ຄຽງກັນ ນັກຮົບຕາລີບັນອີກກຸ່ມໜຶ່ງໄດ້ບຸກໂຈມຕີດ່ານຕຳຫຼວດຕາມເສັ້ນທາງໃນເມືອງນາເວ ແຂວງຄັນດາຮາ ເຮັດໃຫ້ຕຳຫຼວດ 5 ຄົນເສຍຊີວິດ, ຂະນະທີ່ທ່ານ ຄາຫຼິດ ພາສຕຸນ ສະມາຊິກສະພາຈາກແຂວງຄັນດາຮາເປີດເຜີຍວ່າ ຍັງມີຕຳຫຼວດເສຍຊີວິດຈາກການຖືກກຸ່ມຕາລີບັນບຸກໂຈມຕີໃນຈຸດອື່ນໆຂອງຄັນດາຮາໃນວັນອັງຄານທີ່ຜ່ານມາອີກ 10 ຄົນ.

ພາຍຫຼັງເກີດເຫດ ກຸ່ມຕາລີບັນທີ່ໄດ້ບຸກໂຈມຕີຢ່າງຕໍ່ເນື່ອງຕາມບັນດາໜ່ວຍງານຄວາມໝັ້ນຄົງຂອງອາຟະການິດສະຖານ ໃນໄລຍະ 2-3 ເດືອນທີ່ຜ່ານມາ ໄດ້ອອກປະກາດສະແດງຄວາມຮັບຜິດຊອບການໂຈມຕີສະຖານນີຕຳຫຼວດຄັ້ງຫຼ້າສຸດນີ້.

No comments

Powered by Blogger.