ອິນເດຍກວາດລ້າງຂໍທານ-ຄົນບໍ່ມີທີ່ພັກອາໄສ ກ່ອນລູກສາວ ປ.ທຣຳ ຈະມາຢ້ຽມຢາມ - ອິດສະຫຼະ

ອິນເດຍກວາດລ້າງຂໍທານ-ຄົນບໍ່ມີທີ່ພັກອາໄສ ກ່ອນລູກສາວ ປ.ທຣຳ ຈະມາຢ້ຽມຢາມ



ສຳນັກຂ່າວຕ່າງປະເທດລາຍງານ 14 ພະຈິກ 2017 ວ່າ: ຕະຫຼອດອາທິດທີ່ຜ່ານມາເຈົ້າໜ້າທີ່ເມືອງໄຮເດີຣາບັດ ທີ່ຢູ່ພາກໃຕ້ຂອງອິນເດີຍ ໄດ້ມີການກວາດລ້າງຈັບຂໍທານ ແລະ ຄົນບໍ່ມີທີ່ພັກອາໄສ ກ່ອນການເດີນທາງຢ້ຽມຢາມຂອງທ່ານ ນາງ ອິວັງກາ ທຣຳ ລູກສາວ ແລະ ທີ່ປຶກສາລະດັບສູງຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ  ໂດຍມີກຸ່ມຄົນຂໍທານປະມານ 200 ຄົນຖືກນຳຕົວຂຶ້ນລົດໄປໄວ້ທີ່ສູນພັກເຊົາຊົວຄາວແຍກຊາຍ-ຍິງ ທີ່ຕັ້ງຢູ່ພາຍໃນຄຸກ 2 ແຫ່ງຂອງເມືອງ.


ທ່ານ ນາງ ອິວັງກາ ເປັນທີ່ປຶກສາອາວຸໂສຂອງທ່ານ ທຣຳ ຜູ້ເປັນພໍ່ ເຊິ່ງໃນທ້າຍເດືອນນີ້ທ່ານ ນາງ ຈະເປັນຜູ້ກ່າວປາໄສຄົນສຳຄັນໃນກອງປະຊຸມນັກທຸລະກິດໂລກ Global Entrepreneurship Summit ໃນເມືອງໄຮເດີຣາບັດ ເຊິ່ງທ່ານ ນະເຣນທຼາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍຈະເຂົ້າຮ່ວມການປະຊຸມດ້ວຍ.


ເຈົ້າໜ້າທີ່ກ່າວວ່າ ການກວາດລ້າງຂໍທານເກີດຂຶ້ນເນື່ອງຈາກເມືອງໄຮເດີຣາບັດ ຈະມີງານສຳຄັນລະດັບສາກົນເຖິງ 2 ງານຄື: ການປະຊຸມນັກທຸລະກິດສາກົນລະຫວ່າງວັນທີ 28-30 ພະຈິກ 2017 ນີ້ ແລະ ການປະຊຸມ World Telugu Conference ໃນເດືອນທັນວາ 2017, ທ່ານ ວິ ເຄ ຊິງ ຜູ້ບັນຊາການຕຳຫຼວດເມືອງໄຮເດີຣາບັດກ່າວວ່າ ເຈົ້າໜ້າທີ່ຈະໃຫ້ສຳເລັດການກວາດລ້າງຂໍທານໃຫ້ໝົດໄປຈາກຖະໝົນຫົນທາງຂອງເມືອງພາຍໃນທ້າຍເດືອນນີ້.

ເມືອງໄຮເດີຣາບັດມີຄົນຂໍທານ ແລະ ຄົນບໍ່ມີທີ່ພັກອາໄສປະມານ 13,000 ຄົນ ກຸ່ມຄົນເຫຼົ່ານີ້ຈະຖືກນຳໄປພັກອາໄສທີ່ສູນພັກເຊົາຊົວຄາວຂອງຄົນບໍ່ມີທີ່ພັກອາໄສໃນຄຸກຈັນຊານກູດາ ແລະ ຄຸກຊາຣາລາປັນລີ ໂດຍທັງ 2 ສູນດຳເນີນການໂດຍກຸ່ມສິດທິມະນຸດ ແລະ ຜູ້ທີ່ເຂົ້າພັກເຊົານອກຈາກຈະມີບ່ອນພັກ ແລະ ອາຫານຕາມຄວາມເໝາະສົມແລ້ວ ເຈົ້າໜ້າທີ່ຄູນຍັງໃຫ້ບໍລິການເຮັດຄວາມສະອາດຮ່າງກາຍ ແລະ ເຄື່ອງນຸ່ງໃໝ່ໃຫ້ສະອາດ ແລະ ກ່ອນໄດ້ຮັບອະນຸຍາດໃຫ້ອອກຈາກສູນ ຜູ້ເຂົ້າພັກຈະຖືກພິມລາຍນິ້ວມືເຮັດປະຫວັດ ແລະ ໄດ້ຮັບແຈ້ງວ່າອາດຖືກຕິດຄຸກ ຫາກພົບວ່າກັບໄປເປັນຂໍທານອີກ.

ກວ່າ 20% ຂອງປະຊາກອນອິນເດຍ 1,324 ລ້ານຄົນທົ່ວປະເທດ ດຳລົງຊີວິດຢູ່ດ້ວຍລາຍໄດ້ຕ່ຳກວ່າມື້ລະ 2 ໂດລາ ສຳລັບຊາວອິນເດຍຈຳນວນຫຼາຍ ການຂໍທານຄືທາງເລືອກສຸດທ້າຍເພື່ອໃຫ້ມີຊີວິດຢູ່ລອດ.

No comments

Powered by Blogger.