ປ.ທຣຳ ຖືກປະທ້ວງຂັບໄລ່ເປັນມື້ທີ່ 2 ທີ່ນະຄອນຫຼວງມະນິລາ ທ່າມກາງກອງປະຊຸມສຸດຍອດອາຊຽນ - ອິດສະຫຼະ

ປ.ທຣຳ ຖືກປະທ້ວງຂັບໄລ່ເປັນມື້ທີ່ 2 ທີ່ນະຄອນຫຼວງມະນິລາ ທ່າມກາງກອງປະຊຸມສຸດຍອດອາຊຽນ



ສຳນັກຂ່າວຕ່າງປະເທດລາຍງານ 14 ພະຈິກ 2017 ວ່າ: ຕໍ່ເນື່ອງມາຈາກມື້ວານ ຂະບວນການປະທ້ວງທີ່ເກີດຂຶ້ນໃນນະຄອນຫຼວງມະນິລາ ປະເທດຟິລິບປິນເປັນມື້ທີ 2 ໂດຍກຸ່ມຜູ້ປະທ້ວງຫຼາຍພັນຄົນສະແດງຈຸດຢືນຕໍ່ຕ້ານທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ, ຫຼ້າສຸດມີລາຍງານວ່າ ກຸ່ມຜູ້ປະທ້ວງລວມຕົວກັນບໍລິເວນສະຖານທູດອາເມຣິກາ ປະຈຳນະຄອນຫຼວງມະນິລາ ຕັ້ງແຕ່ມື້ວານນີ້ ເພື່ອສະແດງພະລັງຕໍ່ຕ້ານທ່ານ ທຣຳ ກ່ອນການປະຊຸມສຸດຍອດອາຊຽນ ຄັ້ງທີ 31.


ໂດຍຜູ້ປະທ້ວງໄດ້ຖືປ້າຍ “Dump Trump” ແລະ “Down with U.S. Imperialism” ເພື່ອສະແດງການຕໍ່ຕ້ານທ່ານ ທຣຳ ຢ່າງຊັດເຈນ ໂດຍແກນນຳໃຫ້ຄວາມເຫັນວ່າ ການເດີນທາງມາຢ້ຽມຢາມຂອງທ່ານ ທຣຳ ແມ່ນເພື່ອມາເຮັດຂໍ້ຕົກລົງທີ່ບໍ່ມີຄວາມຍຸດຕິທຳຕໍ່ຟິລິບປິນ ເຊິ່ງເປັນສິ່ງທີ່ຍອມຮັບໍ່ໄດ້ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດປາບຈະລາຈົນໄດ້ສີດນ້ຳໃສ່ຝູງຊົນເພື່ອສະຫຼາຍການປະທ້ວງ ເຮັດໃຫ້ປະຊາຊົນບໍ່ພໍໃຈຈົນເກີດການປະທະກັນ.

ຂະນະທີ່ ລັດຖະບານຟິລິບປິນ ໄດ້ສັ່ງລະດົມກຳລັງຕຳຫຼວດ, ທະຫານ, ໜ່ວຍຍາມຝັ່ງ ແລະ ໜ່ວຍງານທີ່ກ່ຽວຂ້ອງປະມານ 60,000 ຄົນ ຮັກສາຄວາມປອດໄພພາຍໃນເຂດເມໂທຼ ມະນິລາ ແລະ ແຂວງປຳປັງກາ ເຊິ່ງເປັນສະຖານທີ່ຮອງຮັບຜູ້ນຳປະເທດຕ່າງໆທັງໃນອາຊຽນ ແລະ ຄູ່ເຈລະຈາ.


No comments

Powered by Blogger.