ສປປ.ລາວ ກະກຽມການສະເໜີເອົາ “ລຳວົງລາວ” ແລະ ອື່ນໆ ເປັນມໍລະດົກໂລກ - ອິດສະຫຼະ

ສປປ.ລາວ ກະກຽມການສະເໜີເອົາ “ລຳວົງລາວ” ແລະ ອື່ນໆ ເປັນມໍລະດົກໂລກ


ພາບປະກອບ: ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຟ້ອນລຳວົງ ຮ່ວມກັບທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ.

ສຳນັກຂ່າວສານປະເທດລາວລາຍງານ ເມື່ອວັນທີ 9 ມີນາ 2018 ທີ່ຜ່ານມາວ່າ: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມລະດົມແນວຄວາມຄິດກ່ຽວກັບວຽກງານມໍລະດົກວັດທະນະທຳຂອງມວນມະນຸດ (ໂລກ) ເພື່ອຄົ້ນຄ້ວາ ແລະ ປະກອບຄຳຄິດຄຳເຫັນໃສ່ບົດຟ້ອນລຳວົງລາວ ທີ່ຈະນຳສະເໜີຂຶ້ນທະບຽນກັບອົງການ UNESCO ໃຫ້ເປັນມໍລະດົກໂລກ ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຮຽບຮຽງແບບຟອມມໍລະດົກວັດທະນະທຳ ທີ່ບໍ່ແມ່ນວັດຖຸປະເພດສິລະປະການສະແດງ ລຳວົງລາວ ເລກທີ 141/ຖວທ ລົງວັນທີ 13 ກຸມພາ 2018 ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຮຽບຮຽງບົດສະເໜີ ລຳວົງລາວ ເພື່ອຂຶ້ນທະບຽນກັບອົງການ UNESCO ໃນສົກປີ 2019 ໃຫ້ເປັນມໍລະດົກວັດທະນະທຳຂອງມວນມະນຸດ, ເຊິ່ງການກຳນົດປະເພດມໍລະດົກວັດທະນະທຳ ເພື່ອສະເໜີຂຶ້ນທະບຽນດັ່ງກ່າວ ແມ່ນອີງໃສ່ 2 ເງື່ອນໄຂຫຼັກເຊັ່ນ: ການສ່ຽງຕໍ່ການສູນເສຍ, ສູນຫາຍ ແລະ ຜິດພ້ຽນ ຈາກດັ້ງເດີມໄປຕາມການເວລາ.

ພ້ອມນີ້, ກອງປະຊຸມຍັງໄດ້ລະດົມຄວາມຄິດ ກ່ຽວກັບວຽກງານມໍລະດົກວັດທະນະທຳ ເພື່ອສະເໜີຂຶ້ນທະບຽນເປັນມໍລະດົກຂອງມວນມະນຸດ (ໂລກ), ເຊິ່ງມີປະເພດມໍລະດົກວັດທະນະທຳຮີດຄອງປະເພນີຄື: ປະເພນີບຸນປີໃໝ່ລາວ,​ພິທີໃສ່ບາດ, ພິທີບາສີສູ່ຂວັນ ແລະ ບຸນຄຸນເຂົ້າ ແລະ ບຸນກອງເຂົ້າ.

No comments

Powered by Blogger.