ລັດເຊຍເປີດຕົວຂີປະນາວຸດຄວາມໄວເໜືອສຽງ 10 ເທົ່າ ທີ່ບໍ່ມີສິ່ງໃດສາມາດສະກັດໄດ້ (ວິດີໂອ) - ອິດສະຫຼະ

ລັດເຊຍເປີດຕົວຂີປະນາວຸດຄວາມໄວເໜືອສຽງ 10 ເທົ່າ ທີ່ບໍ່ມີສິ່ງໃດສາມາດສະກັດໄດ້ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 12 ມີນາ 2018 ວ່າ: ກະຊວງປ້ອງກັນປະເທດຂອງລັດເຊຍ ອອກຖະແຫຼງການເມື່ອວັນອາທິດ (11 ມີນາ) ທີ່ຜ່ານມາວ່າ ປະສົບຄວາມສຳເລັດຢ່າງຈົບງາມໃນການທົດລອງປະສິດທິພາບຂີປະນາວຸດຄວາມໄວເໜືອສຽງຊື່ Kinzhal ໂດຍຍົນຂັບໄລ່ສະກັດກັ້ນຄວາມໄວເໜືອສຽງແບບ MiG-31 ເຮັດໜ້າທີ່ປ່ອຍຂີປະນາວຸດດັ່ງກ່າວ ໂດຍການທົດລອງເກີດຂຶ້ນພາຍໃນຖານທັບທະຫານພາກໃຕ້ຂອງປະເທດ.

ເຊິ່ງຂີປະນາວຸດ Kinzhal ເປັນໜຶ່ງໃນອາວຸດທີ່ພັດທະນາຂຶ້ນຕາມໂຄງການຍົກລະດັບຄວາມສາມາດດ້ານການປ້ອງກັນປະເທດຂອງລັດຖະບານລັດເຊຍ ທີ່ທ່ານ ປູຕິນ ປະທານປະເທດລັດເຊຍ ກ່າວເຖິງເມື່ອຕົ້ນເດືອນນີ້ ແລະ ກ່າວວ່າ:​ ຂີປະນາວຸດ Kinzhal ສາມາດເຄື່ອນຕົວດ້ວຍຄວາມໄວເໜືອສຽງ 10 ເທົ່າ ແລະ ບໍ່ມີລະບົບປ້ອງກັນໄພທາງອາກາດຊະນິດໃດສາມາດສະກັດກັ້ນຂີປະນາວຸດລຸ້ນນີ້ໄດ້ ແລະ ກອງທັບລັດເຊຍນຳຂີປະນາວຸດ Kinzhal ເຂົ້າປະຈຳການທີ່ສະທັບທະຫານພາກໃຕ້ຂອງປະເທດ ນັບຕັ້ງແຕ່ວັນທີ 1 ທັນວາ 2017 ທີ່ຜ່ານມາ.

ຂະນະທີ່ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ກ່າວວ່າບັນດາອາວຸດລຸ້ນໃໝ່ຂອງລັດເຊຍ ທີ່ທ່ານ ປູຕິນ ນຳອອກມາສະແດງນັ້ນ ບໍ່ມີຜົນຕໍ່ນະໂຍບາຍຍຸດທະສາດດ້ານຄວາມໝັ້ນຄົງຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ, ທ່ານ ພົນເອກ ເຈມ ແມັດທິກ່າວອີກວ່າ ທ່ານໄດ້ມີໂອກາດຮັບຊົມການກ່າວຖະແຫຼງ ແລະ ວິດີໂອຕົວຢ່າງປະສິດທິພາບຂອງອາວຸດທີ່ຜູ້ນຳລັດເຊຍນຳອອກມາສະແດງແລ້ວ ເຖິງຢ່າງໃດກໍ່ຕາມ ພັດທະນາການເຫຼົ່ານັ້ນຍັງຖືວ່າຕາມຫຼັງສະຫະລັດ ອາເມຣິກາ ອີກຫຼາຍປີ.


No comments

Powered by Blogger.