ສະພາແຫ່ງຊາດຈີນ ຮັບຮອງການແກ້ໄຂລັດຖະທຳມະນູນ ບໍ່ຈຳກັດວາລະປະທານປະເທດ - ອິດສະຫຼະ

ສະພາແຫ່ງຊາດຈີນ ຮັບຮອງການແກ້ໄຂລັດຖະທຳມະນູນ ບໍ່ຈຳກັດວາລະປະທານປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 11 ມີນາ 2018 ວ່າ: ຜົນການລົງຄະແນນສຽງໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ສະໄໝທີ 13 ປາກົດວ່າ: ມະຕິທີ່ສະເໜີໂດຍຄະນະກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ວ່າດ້ວຍການແກ້ໄຂລັດຖະທຳມະນູນໃຫ້ຜູ້ດຳລົງຕຳແໜ່ງປະທານປະເທດ ແລະ ຮອງປະທານປະເທດຈີນ ຄວນຢູ່ໃນວາລະຕຳແໜ່ງໄດ້ດົນກວ່າ 2 ສະໄໝ ໄດ້ຮັບສຽງສະໜັບສະໜູນຢ່າງແຮງກ້າຈາກສະມາຊິກສະພາ ໂດຍມີພຽງ 2 ສຽງລົງມະຕິຄັດຄ້ານ, 3 ຄົນງົດອອກສຽງ ແລະ ມີຜູ້ສົ່ງບັດອອກສຽງເປົ່າ 1 ໃບ ຈຶ່ງຖືວ່າເປັນບັດຕາຍ ຈາກຈຳນວນບັດລົງຄະແນນ 2,964 ໃບ, ໝາຍຄວາມວ່າຈຳນວນສຽງສະໜັບສະໜູນຢູ່ທີ 2,958 ສຽງ ສະເລ່ຍ 99.79%.


ເຊິ່ງການແກ້ໄຂມາດຕາດັ່ງກ່າວຂອງລັດຖະທຳມະນູນຈະຖືເປັນການສິ້ນສຸດທຳນຽບປະຕິບັດ ຂອງການທີ່ຜູ້ດຳລົງຕຳແໜ່ງລະດັບສູງທາງການເມືອງຄວນຢູ່ໃນຕຳແໜ່ງບໍ່ເກີນ 2 ສະໄໝ ຫຼື 10 ປີ ທີ່ກຳນົດຂຶ້ນເມື່ອປີ 1982 ຕາມແນວຄິດຂອງທ່ານ ເຕິ້ງ ສ່ຽວຜິງ ປະທານຄະນະກຳມະທິການທີ່ປຶກສາສູນກາງພັກຄອມມູນິດຈີນໃນເວລານັ້ນ ເພື່ອປ້ອງກັນເຫດຄວາມບໍ່ສະຫງົບ ແລະ ຄວາມວຸ້ນວາຍທາງການເມືອງ ບໍ່ໃຫ້ເກີດຂຶ້ນຊໍ້າຮອຍຄືກັບເຫດການພາຍຫຼັງທີ່ທ່ານ ປະທານ ເໝົາ ເຈີຕົງ ເຖິງແກ່ກຳ.


ສຳລັບການປ່ຽນແແປງທີ່ເກີດຂຶ້ນເປັນໄປຕາມຄວາມຄາດໝາຍຂອງທຸກຝ່າຍທັງໃນ ແລະ ຕ່າງປະເທດ, ປັດຈຸບັນທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ມີອາຍຸ 64 ປີ ແລະ ຈະມີອາຍຸ 69 ປີ ເມື່ອຄົບວາລະການດຳລົງຕຳແໜ່ງຜູ້ນຳຈີນສະໄໝທີ 2 ຕາມທຳນຽບໃນປີ 2023, ເຖິງແມ່ນວ່າພັກຄອມມູນິດຈີນ ມີທຳນຽບປະຕິບັດຂອງການບໍ່ເລື່ອນຂັ້ນໃຫ້ແກ່ສະມາຊິກທີ່ມີອາຍຸຫຼາຍກວ່າ 68 ປີ ແຕ່ບົດບັນນາທິການຂອງໜັງສືພິມ The Global Time ເຊິ່ງເປັນໜຶ່ງໃນກະບອກສຽງຂອງພັກຄອມມູນິດຈີນ ລະບຸວ່າ ຈີນຕ້ອງການພາວະຜູ້ນຳທີ່ມີສະຖຽນລະພາບ ໃນລະຫວ່າງປີ 2020 ເຖິງ 2025 ເຖິງຢ່າງໃດກໍ່ຕາມ ລາຍງານຂອງໜັງສືພິມ People’s Daily ອີກໜຶ່ງກະບອກສຽງໃນສັງກັດພັກຄອມມູນິດຈີນ ຢືນຢັນວ່າການແກ້ໄຂລັດຖະທຳມະນູນຄັ້ງນີ້ ບໍ່ແມ່ນການປູທາງໃຫ້ສະມາຊິກລະດັບສູງຂອງພັກຢູ່ໃນຕຳແໜ່ງຕະຫຼອດຊີວິດ.


ນອກເໜືອຈາກການຍົກເລີກທຳນຽມການຈຳກັດວາລະການດຳລົງຕຳແໜ່ງຂອງປະທານປະເທດ ແລະ ຮອງປະທານປະເທດແລ້ວ ສະພາປະຊາຊົນແຫ່ງຊາດຈີນ ຍັງມີມະຕິໃຫ້ບັນຈຸຫຼັກປັດຊະຍາ ສີ ຈິ້ນຜິງ ວ່າດ້ວຍແນວຄິດສັງຄົມນິຍົມອັນເປັນຄຸນລັກສະນະສະເພາະສຳລັບປະຊາຊົນຈີນໃນສັງກາດໃໝ່ ເພີ່ມເຕີມເຂົ້າສູ່ລັດຖະທຳມະນູນຂອງຈີນຢ່າງປັນທາງການ ພາຍຫຼັງກອງປະຊຸມໃຫຍ່ຂອງພັກຄອມມູນິດຈີນ ມີມະຕິໃນເລື່ອງນີ້ເມື່ອເດືອນຕຸລາ 2017 ທີ່ຜ່ານມາ ຖືເປັນຜູ້ນຳສູງສຸດຄົນທີ 3 ຂອງພັກຄອມມູນິດຈີນ ທີ່ມີຫຼັກປັດຊະຍາເປັນຊື່ຂອງຕົນເອງ ຕໍ່ຈາກແນວຄິດເໝົາ ຂອງປະທານ ເໝົາ ເຈີຕົງ ຜູ້ກໍ່ຕັ້ງພັກຄອມມູນິດຈີນ ແລະ ທິດສະດີປະຕິຮູບເສດຖະກິດຂອງທ່ານ ເຕິ້ງ ສ່ຽວຜິງ.

No comments

Powered by Blogger.