ຈີນເຕືອນເລື່ອງສົງຄາມການຄ້າວ່າ ບໍ່ເປັນຜົນດີຕໍ່ຝ່າຍໃດ, ໃນຂະນະທີ່ ສ.ອາເມຣິກາ ລົງນາມຂຶ້ນພາສີເຫຼັກ-ອາລູມິນຽມ - ອິດສະຫຼະ

ຈີນເຕືອນເລື່ອງສົງຄາມການຄ້າວ່າ ບໍ່ເປັນຜົນດີຕໍ່ຝ່າຍໃດ, ໃນຂະນະທີ່ ສ.ອາເມຣິກາ ລົງນາມຂຶ້ນພາສີເຫຼັກ-ອາລູມິນຽມ



ສຳນັກຂ່າວຕ່າງປະເທດລາຍງານ 10​ ມີນາ 2018 ວ່າ: ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນກ່າວນອກຮອບການປະຊຸມສະພາປະຊາຊົນແຫ່ງຊາດຈີນ ສະໄໝທີ 13 ເມືຶ່ອວັນທີ 8 ມີນາ ທີ່ຜ່ານມາ ມີເນື້ອໃນສຳຄັນວ່າ: ຈີນ ແລະ ສະຫະລັດ ອາເມຣິກາ ບໍ່ຈຳເປັນຕ້ອງຢູ່ໃນສະຖານະທີ່ເປັນປໍລະປັກຕໍ່ກັນ ແລະ ມີກໍລະນີສຶກສາຫຼາຍຄັ້ງນັບຕັ້ງແຕ່ອະດີດຈົນເຖິງປັດຈຸບັນວ່າ ສົງຄາມການຄ້າບໍ່ແມ່ນຫົນທາງທີ່ຖືກຕ້ອງໃນການແກ້ໄຂຄວາມຂັດແຍ່ງທາງການຄ້າ ໂດຍສະເພາະຢ່າງຍິ່ງໃນຍຸກໂລກາພິວັດນີ້ ເຖິງຢ່າງໃດກໍ່ຕາມ, ຈີນພ້ອມຕອບໂຕ້ຢ່າງເໝາະສົມ.
ຂະນະດຽວກັນທ່ານ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນຍັງກ່າວເຖິງໂຄງການຂະໜາດໃຫຍ່ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງເປັນແຜນຍຸດທະສາດເພື່ອການສົ່ງເສີມ ແລະ ຂະຫຍາຍກອບການຮ່ວມມືທາງການຄ້າທັງທາງບົກ ແລະ ທາງທະເລ ລະຫວ່າງຈີນກັບທົ່ວພູມມິພາກຕ່າງໆໃນໂລກ ວ່າເປັນນະໂຍບາຍການຄ້າທີ່ເປີດກວ້າງ ແລະ ເປັນໄປຕາມກົດເກນລະຫວ່າງປະເທດ.

ຂະນະດຽວກັນ ທ່ານ ຫວັງ ອີ້ ກ່າວເຖິງບັນຫາທະເລຈີນໃຕ້ວ່າ ຍັງມີມືທີສາມຈາກນອກພູມມິພາກ ທີ່ພະຍາຍາມປັ່ນປ່ວນສະຖານະການຢູ່ເປັນໄລຍະໆ ແຕ່ຈຸດຢືນຂອງລັດຖະບານຈີນໃນເລື່ອງນີ້ບໍ່ປ່ຽນແປງ ແລະ ກ່າວເຖິງການເຈລະຈາຕາມແນວທາງປະຕິບັດ ເພື່ອປະນີປະນອມຂໍ້ຂັດແຍ່ງທາງທະເລລະຫວ່າງຈີນ ກັບ ຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້ວ່າ ຈະເກີດຂຶ້ນອີກຫຼາຍຮອບໃນປີນີ້. ນອກຈາກນີ້. ທ່ານ ຫວັງ ອີ້ ຍັງກ່າວເຖິງບັນຍາກາດຢູ່ແຫຼມເກົາຫຼີທີ່ຜ່ອຍຄາຍຫຼາຍຂຶ້ນໃນໄລຍະນີ້ ພ້ອມທັງຂໍໃຫ້ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອຟື້ນຟູການເຈລະຈາສອງຝ່າຍໃຫ້ໄວທີ່ສຸດ ພ້ອມທັງກ່າວຢ້ຳວ່າການແກ້ໄຂຄວາມຂັດແຍ່ງຢູ່ແຫຼມເກົາຫຼີ ຕ້ອງອາໄສຄວາມຈິງໃຈເປັນສຳຄັນ ເພາະຄວາມພະຍາຍາມເຈລະຈາໃນອະດີດນັ້ນ ທີ່ຕ້ອງຢຸດລົງໄປຕັ້ງແຕ່ປີ 2009 ແມ່ນເປັນຜົນມາຈາກທີ່ຕ່າງຝ່າຍຕ່າງຂາດຄວາມຈິງໃຈຕໍ່ກັນ.


ໃນດ້ານຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກໍ່ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານໂດຍອາໄສຕາມອຳນາດໃນມາດຕາ 232 ຂອງກົດໝາຍການຄ້າ ສະບັບປີ 1962 ຂຶ້ນພາສີນຳເຂົ້າສິນຄ້າປະເພດເຫຼັກ ແລະ ອະລູມິນຽມເປັນ 25% ແລະ 10% ຕາມລຳດັບ ໂດຍໃຫ້ເຫດຜົນວ່າ ເພື່ອຄວາມໝັ້ນຄົງທາງການຄ້າຂອງສະຫະລັດ ອາເມຣິກາ ໂດຍມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ພາຍໃນ 15 ວັນ ນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ (8 ມີນາ).

ເຖິງຢ່າງໃດກໍ່ຕາມ, ໃນເບື້ອງຕົ້ນ ມາດຕະການຂຶ້ນພາສີດັ່ງກ່າວນີ້ບໍ່ມີຜົນບັງຄັບໃຊ້ກັບປະເທດການາດາ ແລະ ເມັກຊິກ ເຊິ່ງເປັນປະເທດຮ່ວມມືຕົກລົງການຄ້າສາມຝ່າຍ NAFTA ກັບສະຫະລັດ ອາເມຣິກາ ໂດຍລັດຖະບານສະຫະລັດ ອາເມຣິກາ ຈະຜ່ອນຜັນການຂຶ້ນພາສີຕໍ່ທັງສອງປະເທດອອກໄປກ່ອນ ຢ່າງໜ້ອຍ 30 ວັນ ເຊິ່ງພໍດີກັບໄລຍະເວລາຂອງການເຈລະຈາ NAFTA ຄັ້ງຕໍ່ໄປໃນເດືອນໜ້າ ແລະ ທ່ານ ໂດໂນ ທຣຳ ກ່າວອີກວ່າ ການາດາ ແລະ ເມັກຊິກ ຈະຫຼຸດພົ້ນຈາກກຳແພງພາສີເຫຼັກ ແລະ ອະລູມິນຽມໃນຄັ້ງນີ້ຫຼືບໍ່ນັ້ນ ຂຶ້ນຢູ່ກັບຄວາມຄືບໜ້າຂອງການເຈລະຈາ NAFTA ເປັນສິ່ງທີ່ສຳຄັນ.



No comments

Powered by Blogger.