ຈີນຄວບຄຸມອາຟຣິກາ ຈົນກາຍເປັນເມືອງຂຶ້ນທາງເສດຖະກິດ, ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ກ່າວ - ອິດສະຫຼະ

ຈີນຄວບຄຸມອາຟຣິກາ ຈົນກາຍເປັນເມືອງຂຶ້ນທາງເສດຖະກິດ, ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ກ່າວ



ສຳນັກຂ່າວຕ່າງປະເທດລາຍງານ 9 ມີນາ 2018 ວ່າ: ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວເຖິງການຮ່ວມມືລະຫວ່າງຈີນກັບຫຼາຍປະເທດໃນອາຟຣິກາວ່າ ຄືການໃຊ້ອິດທິພົນທາງເສດຖະກິດຄວບຄຸມຝ່າຍກົງຂ້າມ ໃຫ້ຢູ່ໃນສະຖານະທີ່ບໍ່ແຕກຕ່າງໄປຈາກເມືອງຂຶ້ນ.

ໂດຍທ່ານ ເຣັກ ທິວເລີສັນ ໄດ້ກ່າວເມື່ອວັນທີ 6 ມີນາ 2018 ທີ່ຜ່ານມາ ຂະນະທີ່ເດີນທາງຢ້ຽມຢາມບັນດາປະເທດໃນທະວີບອາຟຣິກາເປັນເວລາ 1 ອາທິດໄດ້ແກ່: ປະເທດຊາດ, ຈິບູຕີ,​ ເອທິໂອປີ, ເຄັນຍາ ແລະ ນີເຊຣີ ວ່າ: ລັດຖະບານສະຫະລັດມີຄວາມກະຕືລືລົ້ນທີ່ຈະຍົກສູງສາຍພົວພັນກັບອາຟຣິກາໃນຫຼາຍດ້ານ ໂດຍສະເພາະການຫຼຸດກຳແພງພາສີການຄ້າ ແລະ ການເພີ່ມການລົງທຶນ ເພື່ອເປັນຂົວຕໍ່ລະຫວ່າງສອງພູມມິພາກ.

ຂະນະດຽວກັນ, ທ່ານ ເຣັກ ທິວເລີສັນໄດ້ກ່າວເຖິງແຜນການຈັດສັນງົບປະມານຊ່ວຍເຫຼືອດ້ານມະນຸດ ແລະ ການພັດທະນາຫ່ວງໃໝ່ໃຫ້ແກ່ທະວີບອາຟຣິກາ ມູນຄ່າ 533 ລ້ານໂດລາສະຫະລັດ ພ້ອມທັງກ່າວເຖິງແນວທາງສົ່ງເສີມການຮ່ວມມືລະຫວ່າງສະຫະລັດ ອາເມຣິກາ ກັບ ອາຟຣິກາທັງໃນດ້ານການຕໍ່ຕ້ານການກໍ່ການຮ້າຍ, ການສົ່ງເສີມປະຊາທິປະໄຕ, ການຄ້າ ແລະ ການລົງທຶນ ເຊິ່ງເປັນກົນໄກສຳຄັນໃນການຂັບເຄື່ອນເພື່ອພັດທະນາອາຟຣິກາ.
ເຖິງຢ່າງໃດກໍ່ຕາມ, ນັກການທູດໝາຍເລກ 1 ຂອງສະຫະລັດ ອາເມຣິກາ ທ່ານນີ້ ໄດ້ກ່າວວິຈານຈີນແບບກົງໄປກົງມາວ່າ ຈິ່ງຢູ່ທີ່ການເພີ່ມການລົງທຶນ ເປັນການພັດທະນາຄວາມສາມາດໃຫ້ແກ່ອາຟຣິກາໃນຫຼາຍດ້ານ ແຕ່ນະໂຍບາຍຂອງລັດຖະບານຈີນຄື ການສົ່ງເສີມໃຫ້ເກີດການເອື່ອຍອີງຫຼາຍຈົນເກີນໄປ ທີ່ມີແຕ່ຈະນຳໄປສູ່ການເພີ່ມພາລະໜີ້ສິນ, ອັດຕາການສໍ້ລາດບັງຫຼວງທີ່ສູງຂຶ້ນ ແລະ ເປັນການຫຼຸດຜ່ອນການຂະຫຍາຍຕົວຂອງຕະຫຼາດແຮງງານໃນໄລຍະຍາວ ໂດຍຄວາມສຳພັນລະຫວ່າງຈີນ ກັບ ຫຼາຍປະເທດໃນອາຟຣິກາພັດທະນາຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 2 ທົດສະຫວັດທີ່ຜ່ານມາ ເຊິ່ງເປັນໄປຕາມອຸປະສົງຂອງຈີນທີ່ມີຕໍ່ແຮ່ທາດຫຼາຍຊະນິດທີ່ເປັນຊັບພະຍາກອນສຳຄັນໃນອາຟຣິກາ.

ຕໍ່ມາທ່ານ ເກິ່ງ ສ່ວງ ໂຄສົກກະຊວງການຕ່າງປະເທດຂອງຈີນກ່າວວ່າ ພາລະໜີ້ສິນຂອງແຕ່ລະປະເທດໃນອາຟຣິກາ ເປັນຜົນຈາກຄວາມຜິດພາດດ້ານນະໂຍບາຍການພັດທະນາຂອງປະເທດນັ້ນໆ ທີ່ສົ່ງຜົນໃຫ້ປະລິມານໜີ້ສິນເພີ່ມພູນຂຶ້ນ ເຊິ່ງລັດຖະບານຈີນໄດ້ດຳເນີນການຊ່ວຍເຫຼືອຜ່ານໂຄງການລົງທຶນ ແລະ ການພັດທະນາ ເພື່ອສົ່ງເສີມຄວາມສາມາດດ້ານການພັດທະນາຂອງອາຟຣິກາໃນໄລຍະຍາວແບບຍືນຍົງ.


No comments

Powered by Blogger.