ປ.ທຣຳ ຕອບຮັບຄຳເຊີນທີ່ຈະພົບປະກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ - ອິດສະຫຼະ

ປ.ທຣຳ ຕອບຮັບຄຳເຊີນທີ່ຈະພົບປະກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 9 ມີນາ 2018 ວ່າ:​ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຕອບຮັບຄຳເຊີນຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໃນການພົບປະຫາລືຄັ້ງປະຫວັດສາດ ລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ກັບ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ຈະເກີດຂຶ້ນພາຍໃນເດືອນພຶດສະພາ 2018 ນີ້.


ໂດຍທ່ານ ຊອນ ອວີ-ຢອງ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽບປະທານປະເທດເກົາຫຼີໃຕ້ ຖະແຫຼງເມື່ອວັນພະຫັດ (8 ມີນາ) ທີ່ຜ່ານມາ ພາຍຫຼັງພົບປະຫາລືກັບທ່ານ ພົນໂທ ເຮີເບິດ ແມັດມາສເຕີ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽບຂາວວ່າ ຈະມີການພົບປະຫາລືຄັ້ງປະຫວັດສາດລະຫວ່າງທ່ານ ໂດໂນ ທຣຳ ກັບ ທ່ານ ຄິມ ຈອງອຶນ ເຖິງແມ່ນວ່າຈະຍັງບໍ່ມີກຳນົດເວລາ ແລະ ສະຖານທີ່ຢ່າງເປັນທາງການ ແຕ່ທຸກຝ່າຍທີ່ກ່ຽວຂ້ອງເຫັນດີຮ່ວມກັນໃນເບື້ອງຕົ້ນວ່າພາຍໃນເດືອນພຶດສະພາ 2018 ນີ້.

ເຊິ່ງການພົບປະຫາລືດັ່ງກ່າວຈະຖືເປັນຄັ້ງທຳອິດຢ່າງເປັນທາງການ ລະຫວ່າງຜູ້ດຳລົງຕຳແໜ່ງປະທານປະເທດສະຫະລັດ ອາເມຣິກາ ກັບ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ຈະເກີດຂຶ້ນປະມານ 1 ເດືອນຫຼັງການພົບປະຫາລືຄັ້ງສຳຄັນລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບ ທ່ານ ຄິມ ຈອງ-ອຶນ ທີ່ບ້ານປັນມຸນຈອມ ເຂດປອດທະຫານ ເຊິ່ງຊັດເຈນແລ້ວວ່າຈະເກີດຂຶ້ນໃນທ້າຍເດືອນເມສາ 2018 ນີ້.
ໃນດ້ານຂອງທ່ານ ໂດໂນ ທຣຳ ລົງຂໍ້ຄວາມໃນ Twitter ວ່າ ຢືນຢັນວ່າ ການພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ກຳລັງຈະເກີດຂຶ້ນ ແລະ ກ່າວວ່າເປັນຄວາມກ້າວໜ້າຄັ້ງຍິ່ງໃຫຍ່ ໃນການເຈລະຈາຢ່າງປະນີປະນອມຕາມຫຼັກການທູດ ເພື່ອໃຫ້ລັດຖະບານເກົາຫຼີເໜືອຢຸດຕິໂຄງການພັດທະນາອາວຸດທັງໝົດ. ເຖິງຢ່າງໃດກໍ່ຕາມ, ທຳນຽບຂາວອອກຖະແຫຼງການວ່າ ມາດຕະການກົດດັນຂັ້ນສູງສຸດ ທັງໃນດ້ານເສດຖະກິດ ແລະ ການທູດຈະຍັງຄົງດຳເນີນຕໍ່ໄປ.

ການເຄື່ອນໄຫວດັ່ງກ່າວຖືເປັນ ຈຸດປ່ຽນຄັ້ງສຳຄັນ ແລະ ເປັນທີ່ໜ້າຕິດຕາມຕໍ່ສະຖານນະການຢູ່ແຫຼມເກົາຫຼີ ແລະ ຄວາມສຳພັນລະຫວ່າງລັດຖະບານສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອ ທີ່ເຄັ່ງຕຶງຢ່າງໜັກໜ່ວງ ແລະ ຕໍ່ເນື່ອງໃນຍຸກລັດຖະານຂອງທ່ານ ໂດໂນ ທຣຳ ໂດຍຜູ້ນຳສະຫະລັດ ອາເມຣິກາ ແລະ ຜູ້ນຳສູງສຸດຂອງເກົາຫຼີເໜືອຕ່າງກໍ່ເຮັດສົງຄາມປະສາດ ແລະ ສ້າງວາທະກຳໃສ່ກັນໄປມາແລ້ວຫຼາຍຄັ້ງ.


No comments

Powered by Blogger.