UN ກ່າວວ່າ: ການຖິ້ມລະເບີດໂຈມຕີຕະຫຼາດໃນຊີຣີເມື່ອປີຜ່ານມາ ເປັນສີມືຂອງລັດເຊຍ ຈົນເຮັດໃຫ້ມີຜູ້ເສຍຊີວິດ 84 ຄົນ - ອິດສະຫຼະ

UN ກ່າວວ່າ: ການຖິ້ມລະເບີດໂຈມຕີຕະຫຼາດໃນຊີຣີເມື່ອປີຜ່ານມາ ເປັນສີມືຂອງລັດເຊຍ ຈົນເຮັດໃຫ້ມີຜູ້ເສຍຊີວິດ 84 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 9 ມີນາ 2018 ວ່າ: ຄະນະສືບສວນສອບສວນອາຊະຍາກຳສົງຄາມຂອງສະຫະປະຊາຊາດ ເຜີຍແຜ່ຜົນການສືບສວນເມື່ອວັນທີ 6 ມີນາ 2018 ທີ່ຜ່ານມາວ່າ: ມີຄວາມເປັນໄປໄດ້ວ່າຍົນຮົບຂອງລັດເຊຍຈະຢູ່ເບື້ອງຫຼັງ ການໂຈມຕີທາງອາກາດຕໍ່ເປົ້າໝາຍຕະຫຼາດຊຸມຊົນໃນແຂວງອິດລິບ ຂອງຊີຣີ ເມື່ອເດືອນພະຈິກ 2017 ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 84 ຄົນ ເຊິ່ງການໂຈມຕີຄັ້ງນັ້ນອາດເທົ່າກັບອາຊະຍາກຳສົງຄາມ.

ຜົນການສືບສວນທີ່ລາຍງານໂດຍຄະນະກຳມະການສືບສວນເຫດການໃນຊີຣີຂອງສະຫະປະຊາຊາດ ຖືເປັນຄັ້ງທຳອິດທີ່ມີການລະບຸວ່າ ລັດເຊຍຕ້ອງຮັບຜິດຊອບໂດຍກົງຕໍ່ການເສຍຊີວິດຂອງປະຊາຊົນໃນຊີຣີ.


ສ່ວນໜຶ່ງໃນລາຍງານຂຽນວ່າ: ທຸກຂໍ້ມູນທີ່ຫາໄດ້ບົ່ງບອກວ່າ ຍົນຮົບລັດເຊຍໂຈມຕີທາງອາກາດເມື່ອວັນທີ 13 ພະຈິກ 2017 ຕໍ່ເປົ້າໝາຍທີ່ເປັນຕະຫຼາດ ລວມທັງອາຄານບ້ານເຮືອນໂດຍຮອບ ແລະ ສະຖານນີຕຳຫຼວດທີ່ປະຕິບັດງານໂດຍກຸ່ມກະບົດຊີຣີ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາປະເທດຕາເວັນຕົກ ໃນເມືອງອາຕາຣິບ ແຂວງອິດລິບ ທາງພາກຕາເວັນຕົກສຽງເໜືອຂອງຊີຣີ ແຮງຂອງລະເບີດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 84 ຄົນ ໄດ້ຮັບບາດເຈັບ 150 ຄົນ.


ຄະນະກຳມະການສືບສວນເຫດການໃນຊີຣີ ສ້າງຕັ້ງເມື່ອ 6 ປີກ່ອນ ເພື່ອບັນທຶກຂໍ້ກ່າວຫາການລະເມີດສິດທິມະນຸດຂອງຄູ່ຂັດແຍ່ງທຸກຝ່າຍໃນຊີຣີກ່າວວ່າ: ຍົນຮົບລັດເຊຍລຳດັ່ງກ່າວບິນອອກຈາກຖານທັບອາກາດຄະໄມມີມ ໃນເມືອງລາຕາເກຍ ທາງພາກຕາເວັນຕົກຂອງຊີຣີ ທີ່ປະຕິບັດການໂດຍກອງທັບລັດເຊຍ.

ລັດເຊຍຖືເປັນຜູ້ສະໜັບສະໜູນຫຼັກຂອງຝ່າຍລັດຖະບານຊີຣີ ເຊິ່ງປະຕິບັດການໂຈມຕີທາງອາກາດຢ່າງໜັກໜ່ວງ ເຮັດໃຫ້ກອງທັບຊີຣີກາຍເປັນຕໍ່ໃນສົງຄາມກາງເມືອງທີ່ດຳເນີນມາເກືອບຈະຄົບ 7 ປີ ໃນກາງເດືອນມີນາ 2018 ນີ້.

ເຖິງຢ່າງໃດກໍ່ຕາມ, ກອງທັບລັດເຊຍປະຕິເສດຕໍ່ຂໍ້ກ່າວຫາການຂ້າປະຊາຊົນຊີຣີ ແລະ ຢືນຢັນວ່າກອງກຳລັງຂອງຕົນໃນຊີຣີ ໂຈມຕີສະເພາະເປົ້າໝາຍທາງທະຫານເທົ່ານັນ ຫຼັງຈາກມີການກວດສອບສະຖານທີ່ເປົ້າໝາຍຢ່າງຊັດເຈນ ໂດຍຜ່ານແຫຼ່ງຂ່າວກອງຈຳນວນຫຼາຍ ແລະ ບໍ່ເຄີຍໂຈມຕີເຂດທີ່ມີປະຊາຊົນອາໄສຢູ່ໜາແໜ້ນ.



No comments

Powered by Blogger.