ຜູ້ນຳສອງເກົາຫຼີ ຈະພົບປະຫາລືກັນໃນທ້າຍເດືອນເມສາ 2018 ນີ້ ທີ່ຊາຍແດນຂອງສອງປະເທດ - ອິດສະຫຼະ

ຜູ້ນຳສອງເກົາຫຼີ ຈະພົບປະຫາລືກັນໃນທ້າຍເດືອນເມສາ 2018 ນີ້ ທີ່ຊາຍແດນຂອງສອງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2018 ວ່າ: ທ່ານ ຊອນ ອວີ-ຢອງ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດເກົາຫຼີໃຕ້ ກ່າວພາຍຫຼັງສຳເລັດການເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ເມື່ອກັບເຖິງນະຄອນຫຼວງໂຊ ເມື່ອວັນອັງຄານ (6 ມີນາ) ທີ່ຜ່ານມາວ່າ: ເກົາຫຼີເໜືອ ແລະ ເກົາຫຼີໃຕ້ກຽມຈັດຕັ້ງການພົບປະຫາລືລະຫວ່າງຜູ້ນຳ ແລະ ເຈົ້າໜ້າທີ່ລັດຖະບານລະດັບສູງຂອງທັງສອງປະເທດ ທີ່ບ້ານປັນມຸນຈອມ ເຂດປອດທະຫານ ທີ່ເປັນຊາຍແດນລະຫວ່າງສອງປະເທດ ໃນທ້າຍເດືອນເມສາ 2018 ນີ້.

ກຳນົດການດັ່ງກ່າວ ຈະຖືເປັນການພົບປະຫາລືກັນຢ່າງເປັນທາງການຄັ້ງທຳອິດ ລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບທ່ານ ຄິມ ຈອງ-ອຶນ ປະທານປະເທດເກົາຫຼີເໜືອ ແຕ່ຈະເປັນຄັ້ງທຳອິດທີ່ຜູ້ນຳທັງສອງປະເທດຈັດຕັ້ງກອງປະຊຸມຮ່ວມກັນທີ່ບ້ານປັນມຸນຈອມ ເນື່ອງຈາກການພົບປະຫາລື 2 ຄັ້ງທີ່ຜ່ານມານັ້ນ ໃນສະໄໝການເປັນປະທານປະເທດເກົາຫຼີໃຕ້ຂອງທ່ານ ຄິມ ແດ-ຈຸງ ແລະ ທ່ານ ໂນ ມູ-ຮະຢອນ ແມ່ນເປັນຝ່າຍເດີນທາງໄປຍັງນະຄອນຫຼວງປຽງຢາງເພື່ອພົບກັບທ່ານ ຄິມ ຈອງ-ອິວ ຜູ້ນຳສູງສຸດຂອງເກົາຫຼີເໜືອໃນໄລຍະນັ້ນ ເມື່ອປີ 2000 ແລະ 2007 ຕາມລຳດັບ.

ຂະນະດຽວກັນທ່ານ ຊອນ ອວີ-ຢອງ ກ່າວອີກວ່າ ທ່ານ ຄິມ ຈອງ-ອຶນ ສະແດງທ່າທີ່ເປີດກວ້າງ ທີ່ຈະເຈລະຈາກັບສະຫະລັດ ອາເມຣິກາ ໃນບັນຫາກ່ຽວກັບການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ການເລີ່ມຕົ້ນສາຍພົວພັນລະຫວ່າງສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອ ໂດຍຫາກໄດ້ຮັບການຕອບຮັບຈາກລັດຖະບານສະຫະລັດ ອາເມຣິກາ ຜູ້ນຳສູງສຸດຂອງເກົາຫຼີເໜືອໃຫ້ຄຳໝັ້ນສັນຍາວ່າ ຈະຢຸດຕິການທົດລອງຂີປະນາວຸດ ແລະ ການເຜີຍແຜ່ໂຄສະນາຕໍ່ຕ້ານສະຫະລັດ ອາເມຣິກາ ຕະຫຼອດໄລຍະເວລາທີ່ມີການເຈລະຈາ.

ເຖິງຢ່າງໃດກໍ່ຕາມ ຫາກຕ້ອງການໃຫ້ລັດຖະບານເກົາຫຼີເໜືອ ຍົກເລີກໂຄງການພັດທະນາອາວຸດຢ່າງຖາວອນ ທຸກຝ່າຍທີ່ກ່ຽວຂ້ອງຕ້ອງໃຫ້ການຮັບຮອງສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງເກົາຫຼີເໜືອ ໃນລະດັບດຽວກັບການຮັບປະກັນຄວາມໝັ້ນຄົງ ແລະ ປອດໄພໃຫ້ແກ່ສະຖາບັນຜູ້ນຳສູງສຸດ, ເຊິ່ງການພົບປະຫາລືລະຫວ່າງສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອເຄີຍເກີດຂຶ້ນມາແລ້ວ ທີ່ເປັນສ່ວນໜຶ່ງຂອງການເຈລະຈາ 6 ຝ່າຍ ແຕ່ໄດ້ຢຸດຕິລົງນັບຕັ້ງແຕ່ປີ 2009 ເປັນຕົ້ນມາ.

ໃນດ້ານຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເຖິງການເຄື່ອນໄຫວຫຼ້າສຸດຢູ່ແຫຼມເກົາຫຼີວ່າ ເປັນສິ່ງທີ່ໜ້າຍິນດີສຳລັບທຸກຝ່າຍ ແຕ່ຢ່າຟ້າຕັ້ງຄວາມຫວັງລົມໆແລ້ງໆ, ຂະນະທີ່ຮອງປະທານປະເທດສະຫະລັດ ອາເມຣິກາ ທ່ານ ໄມ ເພນ ກ່າວວ່າ ຈຸດຢືນຂອງສະຫະລັດ ອາເມຣິກາ ແລະ ພັນທະມິດ ຍັງຢຶດໝັ້ນຕາມເດີມ ຄືການເພີ່ມແຮງກົດດັນຂັ້ນສູງສຸດທັງທາງເສດຖະກິດ ແລະ ການທູຄດຕໍ່ເກົາຫຼີເໜືອ ທີ່ລວມເຖິງການຊ້ອມຮົບກັບເກົາຫຼີໃຕ້ ເຊິ່ງຈະກັບມາເດີນໜ້າຕໍ່ໄປ ພາຍຫຼັງໄດ້ຢຸດຕິການຊ້ອມຮົບໃນໄລຍະທີ່ມີການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ ເມື່ອເດືອນທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ສາຍພົວພັນຂອງສອງເກົາຫຼີດີຂຶ້ນເປັນລຳດັບ.


No comments

Powered by Blogger.