ຍົນກອງທັບລັດເຊຍຕົກໃນຊີຣີ ເສຍຊີວິດໝົດລຳ 39 ຄົນ - ອິດສະຫຼະ

ຍົນກອງທັບລັດເຊຍຕົກໃນຊີຣີ ເສຍຊີວິດໝົດລຳ 39 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 7 ມີນາ 2018 ວ່າ: ໂຄສົກກະຊວງປ້ອງກັນປະເທດລັດເຊຍຖະແຫຼງເມື່ອວັນອັງຄານ (6 ມີນາ) ທີ່ຜ່ານມາວ່າ ຍົນຂົນສົ່ງຂອງກອງທັບລັດເຊຍແບບ Antonov An-26 ບັນທຸກຜູ້ໂດຍສານ 33​ ຄົນ, ຈຸບິນອີກ 6 ຄົນ ລວມທັງໝົດເປັນ 39 ຄົນ ຕົກລົງໃນໄລຍະຫ່າງພຽງ 500 ແມັດ ຈາກລານແລ່ນຂອງສະໜາມບິນໃນຖານທັບອາກາດຄະໄມມີມ (Khmeimim) ເມືອງລາຕາເກຍ ທາງພາກຕາເວັນຕົກຂອງຊີຣີ,​ ກອງທັບລັດເຊຍລະບຸວ່າ ສາເຫດການຕົກເກີດຈາກຄວາມຜິດພາດທາງເຕັກນິກ ເຊິ່ງເຮັດໃຫ້ເສຍຊີວິດທັງໝົດ 39 ຄົນ.

ລັດເຊຍ ຖືເປັນພັນທະມິດຫຼັກຂອງລັດຖະບານຊີຣີ ທີ່ນຳໂດຍທ່ານ ບາຊາ ແອວ-ອັສຊາດ ຜູ້ນຳຊີຣີ ໂດຍລັດເຊຍໄດ້ເຂົ້າໄປຕັ້ງຖານທັບອາກາດທີ່ຄະໄມມີມ ເຊິ່ງຢູ່ໃກ້ຊາຍຝັ່ງຂອງທະເລເມດີເຕີເຣນຽນເບື້ອງຕາເວັນອອກ, ຖານທັບແຫ່ງນີ້ຢູ່ໄກຈາກແນວໜ້າສົງຄາມກາງເມືອງຊີຣີ ແຕ່ກໍ່ຖືກປືນໃຫຍ່ຂອງກຸ່ມກະບົດໃນຊີຣີໂຈມຕີມາແລ້ວໃນເດືອນທັນວາ 2017 ທີ່ຜ່ານມາ.

ກອງທັບລັດເຊຍຢືນຢັນວ່າ ຍົນລຳນີ້ບໍ່ໄດ້ຖືກຍິງ ແລະ ເຈົ້າໜ້າທີ່ກຳລັງສືບສວນຢ່າງລະອຽດອີກຄັ້ງ, ທາງດ້ານຂອງທ່ານ ປູຕິນ ປະທານປະເທດລັດເຊຍ ຮັບຊາບລາຍງານເລື່ອງນີ້ຈາກ ທ່ານ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍແລ້ວ ພ້ອມທັງສະແດງຄວາມເສຍໃຈໄປຍັງຄອບຄົວຂອງຜູ້ເສຍຊີວິດໃນເຫດການນີ້.

ຖືເປັນຍົນກອງທັບລັດເຊຍລຳທີ 2 ທີ່ຕົກໃນຊີຣີໃນປີນີ້ ພາຍຫຼັງທີ່ຍົນຮົບ Su-25 ຖືກຍິງຕົກດ້ວຍຈະຫຼວດປ້ອງກັນໄພທາງອາກາດ ຕົກຢູ່ແຂວງອິດລິບ ພາກເໜືອຂອງຊີຣີ ເມື່ອເດືອນທີ່ຜ່ານມາ.

ຍົນ Antonov An-26 ເປັນຍົນຂົນສົ່ງແບບ 2 ເຄື່ອງຈັກ ອອກແບບໃນໄລຍະທ້າຍຂອງຊຸມປີ 1960 ສະໄໝສະຫະພາບໂຊວຽດ, ຍົນລຸ້ນນີ້ຍັງໃຊ້ປະຕິບັດການໃນກອງທັບລັດເຊຍຈຳນວນຫຼາຍ ລວມທັງຍັງມີອີກຫຼາຍປະເທດທີ່ໃຊ້ຍົນລຸ້ນນີ້ເຊັ່ນກັນ.


No comments

Powered by Blogger.