ກອງປະຊຸມລັດຖະບານ ເປີດກວ້າງ ປະຈໍາສົກປີ 2015-2016 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ. - ອິດສະຫຼະ

ກອງປະຊຸມລັດຖະບານ ເປີດກວ້າງ ປະຈໍາສົກປີ 2015-2016 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.



ກອງປະຊຸມລັດຖະບານ ປະຈໍາສົກປີ 2015-2016 ໄດ້ດໍາເນີນມາເປັນເວລາ 2 ວັນ ດ້ວຍບັນຍາກາດແຫ່ງຄວາມຮັບຜິດຊອບສູງ ຂອງບັນດາສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງ, ເຈົ້າແຂວງ ແລະ ບັນດາທ່ານຫົວໜ້າອົງການພັກ-ລັດ ທີ່ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ, ປະກອບຄຳຄິດຄຳເຫັນ ແລະ ຕົກລົງຫຼາຍບັນຫາທີ່ສໍາຄັນ ດັ່ງນີ້ :
1. ເຫັນດີໃຫ້ປັບປຸງ ຮ່າງຄຳສັ່ງມາເປັນ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2017 ເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການລົງທຶນຂອງລັດ ແລະ ມະຕິຂອງສະພາແຫ່ງຊາດ.
- ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນ ຂອງກອງປະຊຸມ ໂດຍໃຫ້ກະທັດຫັດ ແລະ ຊັດເຈນຕື່ມ ເພື່ອໃຫ້ສາມາດປະກາດໃຊ້ ແລະ ເລີ່ມຈັດຕັ້ງປະຕິບັດໂດຍໄວ.
2. ມອບໃຫ້ ກະຊວງການເງິນ ສົມທົບກັບກະຊວງ-ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າ ແລະ ກວດກາຕື່ມ ການມອບພັນທະງົບປະມານ, ການຄຸ້ມຄອງການເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍ ໂດຍຫັນເອົາການຄຸ້ມຄອງດັ່ງກ່າວ ເຂົ້າສູ່ລະບົບທັນສະໄໝ, ໂປ່ງໃສ ແລະ ສາມາດກວດກາ-ກວດສອບໄດ້.
3. ໃຫ້ເອົາໃຈໃສ່ ແກ້ໄຂການເບີກຈ່າຍເງິນເດືອນ ໃຫ້ສຳເລັດພາຍໃນປີ 2016 ນີ້ ໂດຍບໍ່ໃຫ້ມີການເບີກຈ່າຍຄ້າງຄາອີກ, ຖ້າມີບັນຫາກໍ່ໃຫ້ຮີບຮ້ອນສະເໜີຫາ ລັດຖະບານ ເພື່ອມີວິທີແກ້ໄຂ, ໃນປີ 2017 ຕ້ອງໃຫ້ການເບີກ-ຈ່າຍເງິນເດືອນໄປຕາມລະບົບ, ວ່ອງໄວ ແລະ ທົ່ວເຖິງທົ່ວປະເທດ.
- ມອບໃຫ້ ກະຊວງການເງິນ ສົມທົບກັບທະນາຄານ ແລະ ກະຊວງພາຍໃນ ປະສານງານໃກ້ຊິດ ເພື່ອແກ້ໄຂບັນຫານີ້.
- ມອບໃຫ້ ບັນດາແຂວງຊີ້ນຳຂັ້ນເມືອງຢ່າງໃກ້ສິດ, ລວມທັງເງິນອຸດໜູນຕ່າງໆ ເພາະໄດ້ມີການຕົກລົງໄປແລ້ວ.
- ໃຫ້ກະຊວງພາຍໃນ ສົມທົບກັບບັນດາກະຊວງ-ອົງການ ແລະ ອົງການປົກ ຄອງທ້ອງຖິ່ນ ຮີບຮ້ອນກວດກາບັນຊີພະນັກງານ-ລັດຖະກອນໃຫ້ລະອຽດ ແລະ ຫັນການຄຸ້ມຄອງ ພະນັກງານ-ລັດຖະກອນ ໃຫ້ເຂົ້າສູ່ລະບົບທັນສະໄໝ, ວ່ອງໄວ.
4. ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຄຳສັ່ງສະບັບເລກທີ 15/ນຍ, ພ້ອມນີ້ ກໍ່ໃຫ້ສືບຕໍ່ແກ້ໄຂບັນຫາໂຮງເລື່ອຍ-ໂຮງຊອຍ ທີ່ຢູ່ໃນເຂດປ່າສະຫງວນ ແລະ ການເຄື່ອນຍ້າຍໄມ້ ເພື່ອໃຫ້ຖືກຕ້ອງຕາມການຕົກລົງ ແລະ ບໍ່ໃຫ້ລັດເສຍຜົນປະໂຫຍດ.
5. ມອບໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດເຖິງທ້ອງຖິ່ນ ເອົາໃຈໃສ່ວຽກງານຄຸ້ມຄອງລາຄາສິນຄ້າ ໃຫ້ມີປະສິດທິຜົນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພະນັກງານ ແລະ ຜູ້ມີລາຍໄດ້ຕ່ໍາ. ຢູ່ສູນກາງມອບໃຫ້ກະຊວງວອຸດສາຫະກຳ ແລະ ການຄ້າ, ສ່ວນຢູ່ທ້ອງຖິ່ນ ແມ່ນມອບໃຫ້ແຂວງເອົາໃຈໃສ່ຊີ້ນຳ ພະແນກອຸດສາຫະກຳ ແລະ ການຄ້າ ສົມທົບກັນລົງ ຕິດຕາມ ກວດກາ ຢ່າງເປັນປົກກະຕິ. ຄວນກຳນົດວ່າ ມີຈັກປະເພດສິນຄ້າ ທີ່ຄວນມີການຄວບຄຸມ ພ້ອມທັງ ລາຍງານນາຍົກ-ຮອງນາຍົກລັດຖະມົນຕີ ແລະ ແຈ້ງລາຄາສິນຄ້າ ໃຫ້ປະຊາຊົນໄດ້ຮັບຊາບ ເປັນປົກກະຕິ, ສຶກສາອົບຮົມໃຫ້ຜູ້ຄ້າຂາຍ ແລະ ປະຊາຊົນເຂົ້າໃຈສະພາບ, ບໍ່ໃຫ້ມີການສວຍໂອກາດປັ່ນປ່ວນ.
6. ມອບໃຫ້ ກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າມາດຕະການ ເພື່ອຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ມາດຕະການຕ້ານການຟຸມເຟືອຍ ເປັນແຕ່ລະບັນຫາໃຫ້ສຳເລັດໂດຍໄວ, ໂດຍເລີ່ມຈາກບັນຫາການນຳໃຊ້ລົດ ແລະ ການປະມູນ, ການຈັດຊື້-ຈັດຈ້າງແລ້ວ ໃຫ້ຈັດສຳມະນາຢ່າງກວ້າງຂວາງ ເພື່ອລະດົມຄວາມຄິດເຫັນ ກ່ອນຈະເຊັນປະກາດໃຫ້ໃຫ້ສາມາດຈັດຕັ້ງປະຕິບັດໄດ້.
7. ກ່ຽວກັບຮ່າງຄຳສັ່ງວ່າດ້ວຍ ການຄຸ້ມຄອງຮ້ານອາຫານ ແລະ ຮ້ານບັນເທິງ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ສະຖານທີ່ຫຼໍ່ແຫຼມ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວຄົ້ນຄວ້າ ແລະ ຈັດສຳມະນາ ແລ້ວປັບປຸງກ່ອນນຳສະເໜີ ລັດຖະບານພິຈາລະນາ.
8. ໃຫ້ເອົາໃຈໃສ່ກວດກາ, ມີມາດຕະການທີ່ເໝາະສົມ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ໃນທຸກຮູບແບບ, ມອບໃຫ້ຄະນະຕ້ານການສໍ້ລາດບັງຫຼວງຂອງລັດຖະບານ ລົງເລິກຊີ້ນໍາ ແລະ ມອບໃຫ້ຄະນະຊີ້ນຳ ການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດ ລົງເລິກ ເຮັດວຽກແກ້ໄຂໜີ້ສິນຢ່າງຖືກຕ້ອງ, ແທດຕົວຈິງ, ໂປ່ງໃສ ແລະ ສືບຕໍ່ເກັບກຳຂໍ້ມູນໃຫ້ຊັດເຈນ ແລະ ຄົ້ນຄວ້າມາດຕະການແກ້ໄຂ ບັນຫາໜີ້ສິນຂອງລັດ ສືບຕໍ່ສະກັດກັ້ນ ການບໍ່ໃຫ້ເກີດມີໜີ້ສິນຂຶ້ນຕື່ມອີກ. ພ້ອມທັງ ໃຫ້ຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີຄວາມຮັບຜິດຊອບ ໃນການຄົ້ນຄວ້າອະນຸມັດໂຄງ ການລົງທຶນຂອງລັດໃຫ້ໄປຕາມແຜນການ, ສອດຄອງກັບລະບຽບການ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ຄວາມສາມາດຕົວຈິງທາງດ້ານງົບປະມານ.
9. ໃຫ້ທະນາຄານ ແຫ່ງ ສປປ ລາວ ເອົາໃຈໃສ່ຄຸ້ມຄອງອັດຕາເງິນເຟີ້, ໃຫ້ຮີ້ບຮ້ອນຄົ້ນຄວ້າແກ້ໄຂ ບັນຫາຄວາມແຕກຕ່າງ ລະຫວ່າງ ອັດຕາແລກປ່ຽນ ໃນລະບົບທະນາຄານ ແລະ ນອກທະນາຄານ; ໃຫ້ເອົາໃຈໃສ່ຕິດຕາມກວດ ກາຮ້ານແລກປ່ຽນເງິນຕາ ໃຫ້ເຄື່ອນໄຫວຖຶກຕ້ອງຕາມລະບຽບການ ບໍ່ໃຫ້ມີການກັກຕູນເງິນຕາຕ່າງປະເທດ ເພື່ອແກງກຳໄລ ຖ້າພົບເຫັນຕ້ອງດຳເນີນມາດຕະການເດັດຂາດ ຕໍ່ຜູ້ກະທຳຜິດ.
10. ໃຫ້ບັນດາກະຊວງ, ອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ກວດກາ, ຄົ້ນຄວ້າ ແລະ ຫາວິທີແກ້ໄຂ ບັນຫາການຈັດສັນທີ່ຢູ່ອາໄສ ແລະ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການຕ່າງໆໃຫ້ເໝາະສົມ ພ້ອມທັງ ນຳສະເໜີລາຍງານຫາລັດຖະບານ.

11. ຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ ໄລຍະສອງ :
ກອງປະຊຸມ ຮັບຊາບການລາຍງານ ກ່ຽວກັບຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ ໄລຍະສອງ. ກອງປະຊຸມເຫັນດີເປັນເອກະພາບ ກ່ຽວກັບຄວາມໝາຍ, ຄວາມສຳຄັນ ຂອງສອງໂຄງການດັ່ງກ່າວ ຕໍ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ນຳໄປຄົ້ນຄວ້າປຶກສາຫາລືໃນລາຍລະອຽດ ຕາມການປະ ກອບຄໍາເຫັນຂອງກອງປະຊຸມ.
12. ການປັບປຸງກົນໄກປະສານງານ ລະຫວ່າງບັນດາກະຊວງ-ອົງການ, ທ້ອງຖິ່ນ ແລະ ສໍານັກງານນາຍົກລັດ ຖະມົນຕີ: ກອງປະຊຸມ ເຫັນດີໃຫ້ປັບປຸງ ດໍາລັດ 220/ນຍ. ແຕ່ມອບໃຫ້ກະຊວງພາຍໃນ ນໍາໄປຈັດສໍາມະນາ ໃຫ້ມີລັກສະນະກວ້າງຂວາງ ດຳລັດສະບັບປັບປຸງ ໃຫ້ລວມເອົາການປະສານງານລະຫວ່າງ ສຳນັກງານນາຍົກລັດຖະມົນຕີ ກັບບັນດາກະຊວງ-ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ພ້ອມກັນນັ້ນ ກໍ່ໃຫ້ກຳນົດລະອຽດ ບັນຫາໃດທີ່ຈະເອົາເຂົ້າ ກອງປະຊຸມລັດຖະບານ, ກອງປະຊູມນາຍົກ-ຮອງນາຍົກລັດຖະມົນຕີ, ຜູ້ຕົກລົງເອົາຫົວຂໍ້ ເຂົ້າຜ່ານບັນດາກອງປະຊຸມດັ່ງກ່າວ ແລະ ບັນຫາອື່ນໆ. ຫລັງຈາກນັ້ນ ຈຶ່ງນໍາມາຜ່ານກອງປະຊຸມລັດຖະບານ ປະຈໍາເດືອນ ມັງກອນ 2017 ນີ້.
13. ຮ່າງລັດຖະບັນຍັດ ວ່າດ້ວຍການກໍານົດອັດຕາຄ່າທໍານຽມທາງ:
ກອງປະຊຸມ ເຫັນດີໃຫ້ປັບຄ່າອັດຕາຄ່າທຳນຽມທາງ ໃຫ້ແທດເໝາະກັບສະພາບຕົວຈິງ ໃນປະຈຸບັນ.
14. ການສະຫຼຸບຕີລາຄາການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຂອງບັນດາຂະແໜງການ, ການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍໃນໄລຍະຜ່ານມາ ແລະ ແຜນໃນຕໍ່ໜ້າ :
ກອງປະຊຸມ ໄດ້ຕົກລົງ ໃຫ້ພາກສ່ວນກ່ຽວຂ້ອງ ລົງເລິກ, ປັບປຸງລະບຽບການຂັ້ນຕອນຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງ, ມີວິທະຍາສາດໃນການສ້າງ ປະກອບຄໍາເຫັນ ແລະ ຜ່ານກົດໝາຍ ລວມທັງ ການຈັດຕັ້ງປະຕິບັດກົດໝາຍ.
15. ການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະລັດຖະບານ ຊຸດທີ 8.
ໃນຕອນທ້າຍກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ ຈົ່ງນໍາເອົາເນື້ອໃນຈິດໃຈ ທີ່ໄດ້ຕົກລົງເປັນເອກະພາບ ໃນກອງປະຊຸມຄັ້ງນີ້ ລວມທັງ ບັນດາວຽກງານທີ່ເປັນຈຸດສຸມໃນປີ 2017 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ດັ່ງນີ້:
- ຕ້ອງສືບຕໍ່ ຮັບປະກັນການຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອ ອຳນວຍໃຫ້ພວກເຮົາ ໃນການສ້າງສາພັດທະນາ ຢ່າງຕໍ່ເນື່ອງ.
- ສຸມທຸກກໍາລັງແຮງ ເຂົ້າໃນການພັດທະນາ ທາງດ້ານເສດຖະກິດ-ສັງຄົມ ຕາມທິດທາງ, ຄາດໝາຍສູ້ຊົນ, ນະໂຍບາຍ, ວຽກຈຸດສຸມ, ກົນໄກ ແລະ ມາດຕະການ ທີ່ໄດ້ກຳນົດໃນ ຮ່າງດຳລັດທີ່ພວກເຮົາໄດ້ເອົາມາຜ່ານ ກອງປະຊຸມລັດຖະບານ ໃນຄັ້ງນີ້ ແລະ ລັດຖະບານ ຈະປະກາດໃຊ້ໃນອາທິດນີ້. ດຳລັດດັ່ງກ່າວ ໄດ້ກຳນົດວຽກງານຈຸດສຸມ ຂອງບັນດາກະຊວງ, ອົງການຂັ້ນສູນກາງ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງ. ດັ່ງນັ້ນ ແຕ່ລະພາກ ສ່ວນ ຕ້ອງຈັດຕັ້ງເຜີຍແຜ່, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ເພື່ອສະຫລຸບລາຍງານຄວາມຄືບໜ້າ ໃຫ້ລັດຖະບານ ເປັນປົກກະຕິ ທຸກໆໄຕມາດ.
- ຖອດຖອນບົດຮຽນ ແລະ ປັບປຸງບັນດາຂໍ້ຄົງຄ້າງ ໃນການເຄື່ອນໄຫວວຽກງານໃນໄລຍະ 8 ເດືອນຜ່ານມາ. ໃນມື້ນີ້, ພວກເຮົາກໍ່ໄດ້ສະຫຼຸບຕີລາຄາການ ເຄື່ອນໄຫວວຽກງານຂອງລັດຖະບານ ແລະ ຖອດຖອນບົດຮຽນຈຳນວນໜຶ່ງ. ຕໍ່ໜ້າ ຕ້ອງຖືເອົາການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ທີ່ເປັນພື້ນຖານໃຫ້ແກ່ການປັບປຸງ. ພ້ອມນີ້ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາການປະສານງານ ລະຫວ່າງ ຂະແໜງການ ດ້ວຍກັນ ແລະ ລະຫວ່າງຂະແໜງການ ແລະ ທ້ອງຖິ່ນ ໂດຍໃຫ້ຮີບຮ້ອນປັບປຸງດຳລັດ 220/ນຍ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ລັດຖະບານ ແລະ ສະພາບຕົວຈິງ ໃນປະຈຸບັນ.
- ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການສ່ອງແສງ ແລະ ຄຳເຫັນຂອງ ສະພາແຫ່ງຊາດ ກໍ່ຄືສະພາທ້ອງຖິ່ນ ໃນການເຄື່ອນໄຫວບໍລິຫານຄຸ້ມຄອງລັດ ຄຸ້ມຄອງສັງຄົມ ຂອງລັດຖະບານ ກໍ່ຄືອຳນາດການປົກຄອງທ້ອງຖິ່ນ.
- ໃຫ້ບັນດາສະຫຍາຍເລຂາ, ເຈົ້າແຂວງ ຊີ້ນໍາການຈັດກອງປະຊຸມສະພາປະຊາຊົນແຂວງແຂວງ (ຕາມການສະເໜີຂອງສະພາແຫ່ງຊາດ).
- ຕໍ່ໄປໃຫ້ເອົາໃຈໃສ່ບັນຫາທີ່ດິນ, ບັນຫາຢາເສບຕິດ.

ຈາກ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.

No comments

Powered by Blogger.