ນາຍົກ ເນັ້ນໜັກປີ 2017 ການເບີກ-ຈ່າຍເງິນເດືອນບໍ່ໃຫ້ຄ້າງຄາອີກ - ອິດສະຫຼະ

ນາຍົກ ເນັ້ນໜັກປີ 2017 ການເບີກ-ຈ່າຍເງິນເດືອນບໍ່ໃຫ້ຄ້າງຄາອີກ



ກອງປະຊຸມລັດຖະບານປະຈຳສົກປີ 2015-2016 ໄດ້ດຳເນີນມາເປັນເວລາ 2 ວັນ (13-14 ທັນວາ 2016) ດ້ວຍບັນຍາກາດແຫ່ງຄວາມຮັບຜິດຊອບສູງຂອງບັນດາສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງ, ເຈົ້າແຂວງ ແລະ ບັນດາທ່ານຫົວໜ້າອົງການພັກ-ລັດ ທີ່ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານ, ປະກອບຄຳຄິດເຫັນ ແລະ ຕົກລົງຫຼາຍບັນຫາທີ່ສຳຄັນ ໃນນັ້ນແມ່ນໃຫ້ເອົາໃຈໃສ່ແກ່ໄຂການເບີກຈ່າຍເງິນເດືອນໃຫ້ສຳເລັດພາຍໃນປີ 2016 ນີ້ ໂດຍບໍ່ໃຫ້ມີການເບີກຈ່າຍຄ້າງອີກ, ຖ້າມີບັນຫາກໍ່ໃຫ້ຮີບຮ້ອນສະເໝີຫາລັດຖະບານ ເພື່ອຫາວິທີແກ້ໄຂ, ໃນປີ 2017 ຕ້ອງໃຫ້ການເບີກ-ຈ່າຍເງິນເດືອນໄປຕາມລະບົບ, ວ່ອງໄວ ແລະ ທົ່ວເຖິງທົ່ວປະເທດ.

- ມອບໃຫ້ກະຊວງການເງິນ ສົມທົບກັບທະນາຄານ ແລະ ກະຊວງພາຍໃນປະສານງານໃກ້ຊິດເພື່ອແກ້ໄຂບັນຫານີ້;
- ມອບໃຫ້ບັນດາແຂວງຊີ້ນຳຂັ້ນເມືອງຢ່າງໃກ້ສິດ, ລວມທັງເງິນອຸດໜູນຕ່າງໆເພາະໄດ້ມີການຕົກລົງໄປແລ້ວ;
- ໃຫ້ກະຊວງພະາຍໃນ ສົມທົບກັບບັນດາກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຮີບຮ້ອນກວດກາບັນຊີພະນັກງານ-ລັດຖະກອນໃຫ້ລະອຽດ ແລະ ຫັນການຄຸ້ມຄອງພະນັກງານ-ລັດຖະກອນໃຫ້ເຂົ້າສູ່ລະບົບທັນສະໄໝ, ວ່ອງໄວ.

ຂ່າວ: ເສດຖະກິດ-ການຄ້າ

No comments

Powered by Blogger.