ຖົ່ວດຳຊ່ວຍລ້າງພິດ ດີຕໍ່ໃຈ - ອິດສະຫຼະ

ຖົ່ວດຳຊ່ວຍລ້າງພິດ ດີຕໍ່ໃຈ



ເປັນທີ່ຮູ້ຈັກກັນວ່າຖ້າເຮົາຕ້ອງການໂປຣຕີນຈາກພືດແທນຊີ້ນສັດ "ຖົ່ວ" ຖືເປັນພືດທີ່ໃຫ້ໂປຣຕີນຫຼາຍທີ່ສຸດ ຊະນິດຂອງຖົ່ວມີຫຼາກຫຼາຍໃຫ້ເລືອກບໍລິໂພກ ແຕ່ເທື່ອນີ້ເຮົາມາເຈາະເລິກ "ຖົ່ວດຳ"

ຖົ່ວດຳເປັນຖົ່ວຂຽນສະຊິດໜຶ່ງມີຖິ່ນກຳເນີດໃນປະເທດແຖບອິນເດຍ ຫຼື ມຽນມາ ສິ່ງທີ່ໜ້າສົນໃຈຄືນັກວິໄຈພົບວ່າ ຄົນທີ່ກິ່ນຖົ່ວດຳຫຼາຍມີໂອເປັນເປັນໂລກຫົວໃຈໜ້ອຍກວ່າຜູ້ທີ່ກິນຖົ່ວດຳໜ້ອຍ ຫຼື ບໍ່ກິ່ນເລີຍ ໃນຖົ່ວດຳມີສານອາຫານຫຼາຍເຊັ່ນ: ໂຟເລດ, ແມັກນີຊຽມ, ກົດອານຟາລິໂນຣິອິກ, ວິຕາມິນບີ 6, ເສັ້ນໃຍອາຫານ ແລະ ໃຫ້ໄຂມັນຕ່ຳກິນແລ້ວອິ່ມໄວ, ອິ່ມດົນ ຖົ່ວດຳຈຶ່ງມີຄຸນສົມບັດຫຼຸດນ້ຳຫຼັກໄດ້ດີຫຼາຍ

- ລ້າງພິດດ້ວຍ ຖົ່ວດຳ
ຖົ່ວດຳມີສານສຳຄັນເຊັ່ນ ແອນໂທໄຊຢານິນ ເຊິ່ງເປັນຕົວລ້າງສານພິດຊັ້ນດີ ສາມາດລ້າງສານພິດໄດ້ຫຼາຍກວ່າໝາກກ້ຽງ 10 ເທົ່າ ແລະ ເມື່ອເຮົາກິ່ນຖົ່ວດຳ ບໍ່ວ່າຈະນຳໄປປະກອບໃສ່ອາຫານຊະນິດໃດ ຊ່ວງທຳອິດທີ່ກິ່ນເຂົ້າໄປຮ່າງກາຍຈະດູດຊຶມສານລ້າງພິດກ່ອນເປັນອັນດັບທຳອິດ ນອກຈາກນີ້ແອນໂທໄຊຢານິນ ຍັງເປັນຕົວຊ່ວຍເພີ່ມການທຳງານຂອງຄໍລາເຈນ ເຮັດໃຫ້ຜິວພັນສົດໃສ ຄືນຄວາມຊຸ່ມຊື່ນໃຫ້ແກ່ຜິວໜັງ

- ຫຸ່ນດີ ແລະ ລະລາຍໄຂມັນ
ຖົ່ວດຳມີໂປຣຕີນສູງ ແລະ ກົດໄຂມັນບໍ່ອິ່ມຕົວສາມາດປ້ອງກັນ ແລະ ຮັກສາໂລກມະເຮັງ, ເບົາຫວານ ແລະ ໂລກອ້ວນໄດ້ ຄືກັບທີ່ກ່າວມາຂ້າງເທິງວ່າຖົ່ວດຳມີສານແອນໂທໄຊຢານິນເຊິ່ງເປັນສານຕໍ່ຕ້ານອະນຸມູນອິດສະຫຼະທີ່ສຳຄັນຊະນິດດຽວກັບທີ່ມີຢູ່ໃນອາງຸ່ນ, ບູເບີຣີ້ ຊ່ວຍຫຼຸດການເກີດໂລກຫົວໃຈ ແລະ ຫຼອດເລືອດ ລວມເຖິງໂລກມະເຮັງໃນລະບົບທາງເດີນອາຫານໄດ້ດີ ການກິ່ນຖົ່ວດຳເປັນປະຈຳ ລະບົບທາງເດີນອາຫານ ແລະ ລຳໄສ້ຈະເຮັດວຽກໄດ້ດີຂຶ້ນ ພ້ອມທັງຊ່ວຍຫຼຸດຄໍເລສເຕີຣໍ້ໃນເລືອດອີກດ້ວຍ

- ປ້ອງກັນອັນໄຊເມີ້
ສານເລຊິຕິນໃນຖົ່ວດຳຈະຄອຍໆບຳລຸງການເຮັດວຽກຂອງສະໝອງ ແລະ ປ້ອງກັນສານໂຮໂມຊີສເທອີນເຊິ່ງເປັນສານອັນຕະລາຍຕໍ່ລະບົບປະສາດ ສາເຫດຂອງໂລກອັນໄຊເມີ້ ແລະ ໂລກພາກກິນສັນ ລວມເຖິງຊ່ວຍແກ້ບັນຫານອນບໍ່ຫຼັບ

- ອາຫານຕ້ານມະເຮັງມົດລູກ
ໃນຖົ່ວດຳມີສັບພະຄຸນຊ່ວຍບຳລຸງສຸຂະພາບມ້າມ ຂັບຄວາມຊື້ນໃນຮ່າງກາຍ, ບຳລຸງລະບົບພູມຄຸ້ມກັນໃຫ້ເຮັດວຽກໄດ້ຢ່າງເຕັມປະສິດທິພາບ ເຊິ່ງຈະປ້ອງກັນການເກີດເນື້ອຮ້າຍ (ມະເຮັງ) ນອກຈາກນີ້ຖົ່ວດຳຍັງຊ່ວຍປັບຮໍໂມນຮ່າງກາຍໃຫ້ສົມດຸນ ຈຶ່ງມີສ່ວນຫຼຸດຄວາມສ່ຽງໂລກມະເຮັງມົດລູກທີ່ເກີດຈາກຄວາມຜິດປົກກະຕິຂອງຮໍໂມນໃນຮ່າງກາຍນັ້ນເອງ


No comments

Powered by Blogger.