ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກຸມພາ 2017 - ອິດສະຫຼະ

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກຸມພາ 2017



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກຸມພາ ໄດ້ໄຂຂຶ້ນໃນວັນທີ 23 ແລະ ປິດລົງໃນວັນທີ 24 ກຸມພາ 2017 ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື ແລະ ຕົກລົງຮັບຮອງໃນດ້ານຫຼັກການຕໍ່ບັນດາເອກະສານສໍາຄັນ ຈໍານວນໜຶ່ງ ດັ່ງນີ້:

1.    ຮ່າງກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນແຫຼ່ງນໍ້າ ສະບັບປັບປຸງ;

2.    ຮ່າງກົດໝາຍ ວ່າດ້ວຍການປົກປ້ອງອຸດສາຫະກໍາພາຍໃນ;

3.    ຜົນການຈັດຕັ້ງປະຕິບັດ ຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້;

4.    ບົດລາຍງານການຈັດຕັ້ງປະຕິບັດງົບປະມານ 3 ເດືອນຂ້າມຜ່ານ, ການຈັດຕັ້ງປະຕິບັດງົບປະມານ ເດືອນ ມັງກອນ 2017 ແລະ ແຜນການຈັດຕັ້ງປະຕິບັດງົບປະມານ ເດືອນມີນາ, ເດືອນ ເມສາ ປີ 2017;

5.    ບົດລາຍງານກ່ຽວກັບ ແຜນການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ;

6.    ຮ່າງຍຸດທະສາດ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ (2016-2025);

7.    ບົດລາຍງານກ່ຽວກັບໂຄງການກໍ່ສ້າງທາງດ່ວນ ເສັ້ນຄູ່ຂະໜານຖະໜົນ ໄກສອນ ພົມວິຫານ ຕິດພັນກັບ ໂຄງການສ້າງເຂດພັດທະນາດອກຈໍາປາ;

8.    ບົດລາຍງານກ່ຽວກັບຜົນຂອງກອງປະຊຸມ ຄັ້ງທີ 39 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະ ຫວ່າງ ລັດຖະບານລາວ ແລະ ຫວຽດນາມ ປະຈໍາປີ 2017.

9.    ຮ່າງດຳລັດ ວ່າດ້ວຍຢາປາບສັດຕູພືດ ສະບັບປັບປຸງ;

10.    ຮ່າງດໍາລັດ ວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ;

11.    ບົດລາຍງານກ່ຽວກັບບັນຫາຢາເສບຕິດ;

•    ຕໍ່ກັບຮ່າງກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນແຫຼ່ງນໍ້າ ສະບັບປັບປຸງ, ກອງປະຊຸມ ໄດ້ຊີ້ນໍາໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນແມ່ນ ເອົາໃຈໃສ່ປັບປຸງເນື້ອໃນ, ບັນດາຄໍາສັບ, ສໍານວນ ທີ່ກໍານົດໃນບາງໝວດບາງມາດຕາ, ຊື່ຂອງກົດໝາຍ ແລະ ອື່ນໆ ເພື່ອເຮັດໃຫ້ຮ່າງກົດ  ໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ບໍ່ຄັດກັບບັນດານິຕິກໍາອື່ນໆທີ່ໄດ້ປະກາດໃຊ້ແລ້ວ ເພື່ອນໍາສະເໜີສະພາແຫ່ງຊາດ ພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3 ໃນເດືອນ ເມສາ 2017 ນີ້.

•   ສໍາລັບຮ່າງກົດໝາຍ ວ່າດ້ວຍການປົກປ້ອງອຸດສາຫະກໍາພາຍໃນ, ເນື່ອງຈາກຂໍ້ມູນ ແລະ ເນື້ອໃນຍັງບໍ່ຄົບຖ້ວນ ຈຶ່ງມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າຄືນໃຫ້ລະອຽດ ແລ້ວນໍາມາສະເໜີຜ່ານກອງປະຊຸມລັດ ຖະບານ.

•   ບົດລາຍງານຂອງຄະນະສະເພາະກິດ ກ່ຽວກັບຜົນການຈັດຕັ້ງປະຕິບັດ ຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດ ກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້. ເຫັນດີເປັນເອກະພາບຕໍ່ຜົນງານ, ດ້ານດີ, ດ້ານອ່ອນ ໃນການຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ, ຊົມເຊີຍຂະແໜງການ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ຕັ້ງໜ້າປະຕິບັດຄໍາສັ່ງດັ່ງກ່າວ, ກອງປະຊຸມ ຊີ້ນໍາໃຫ້ທຸກຂະແໜງການ ແລະ ທ້ອງຖິ່ນເອົາໃຈໃສ່ປະຕິບັດບາງວຽກງານຮີບດ່ວນ ດັ່ງນີ້:

(1). ເຫັນດີໃຫ້ຄະນະສະເພາະກິດ ຕາມຂໍ້ຕົກລົງເລກທີ 40/ນຍ, ລົງວັນທີ 02 ມິຖຸນາ 2016 ສືບຕໍ່ປະຕິບັດໜ້າທີ່ຂອງຕົນຕື່ມ ຈົນໝົດປີ 2017 ຈຶ່ງສະຫຼຸບຕີລາຄາລວມສະພາບການກວດກາ ແລະ ຕິດ ຕາມການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ ໃນຂອບເຂດທົ່ວປະເທດ, ແຕ່ໃຫ້ເພີ່ມກໍາລັງແຮງເຂົ້າຕື່ມ ເປັນຕົ້ນແມ່ນ ປັບປຸງບຸກຄະລາກອນ ແລະ ປັບປຸງພາລະບົດບາດໃຫ້ຖືກກັບຕົວຈິງ ໂດຍມີການສ້າງແຜນດໍາເນີນງານ ແລະ ແບ່ງວຽກງານພາຍໃນຄະນະສະເພາະກິດ ໃຫ້ລະອຽດຊັດເຈນ.

(2). ໃຫ້ຄະນະສະເພາະກິດ ສືບຕໍ່ຊອກໃຫ້ເຫັນໄດ້ຜູ້ກະທໍາຜິດ ແລະ ຜູ້ສົມຮູ້ຮ່ວມຄິດໃຫ້ການຮ່ວມມື ໃນການລັກລອບຂຸດຄົ້ນໄມ້ ແລະ ສົ່ງອອກໄມ້ ທີ່ຂັດກັບກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້ ມາລົງໂທດ ຕາມລະບຽບກົດໝາຍຢ່າງເຂັ້ມງວດ, ການລົງໂທດນັ້ນ ບໍ່ສະເພາະແຕ່ພະນັກງານຂອງລັດ, ແຕ່ຕ້ອງ ລວມທັງ ຜູ້ປະກອບການທີ່ກະທໍາຜິດ ກໍ່ຕ້ອງລົງໂທດຕາມກົດໝາຍ ຢ່າງເຂັ້ມງວດ.

(3). ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການ ປັບປຸງຄະນະຮັບຜິດຊອບຈັດຕັ້ງປະມູນຊື້-ຂາຍໄມ້ ທີ່ຍຶດເປັນຂອງລັດແລ້ວ ໂດຍມອບໃຫ້ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ເປັນຫົວໜ້າຄະນະ ແລະ ປະກອບດ້ວຍຜູ້ຕາງໜ້າ ຈາກກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ຢູ່ແຕ່ລະທ້ອງຖິ່ນ ເພື່ອຈັດຕັ້ງການປະມູນຊື້-ຂາຍໄມ້ ໃນຂອບເຂດ ທົ່ວປະເທດໃຫ້ສໍາເລັດໂດຍໄວ. ພ້ອມກັນນັ້ນ, ກໍ່ຕ້ອງຄົ້ນຄວ້າກົນໄກ ແລະ ມາດຕະການໃນການປະມູນ ຊື້-ຂາຍໄມ້ ໃຫ້ດີ ແລະ ມີປະສິດທິຜົນ.

(4). ສໍາລັບໄມ້ທີ່ຍັງບໍ່ທັນໄດ້ເອົາລົງຈາກລົດ ແລະ ຍັງບໍ່ທັນໄດ້ກວດກາຂຶ້ນບັນຊີໄມ້ນັ້ນ ແມ່ນມອບໃຫ້ຄະນະສະເພາະກິດ ສືບຕໍ່ສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ຜູ້ປະກອບການ ເພື່ອເອົາໄມ້ລົງຈາກລົດ ແລ້ວຂຶ້ນບັນຊີ ແລະ ກວດກາແຫຼ່ງທີ່ມາຂອງໄມ້ໃຫ້ລະອຽດຄັກແນ່ ແລະ ໃຫ້ສໍາເລັດຕາມກໍານົດເວລາ ທີ່ລະບຸໄວ້ໃນບົດບັນທຶກ ລະຫວ່າງ ຄະນະສະເພາະກິດສູນກາງ ແລະ ແຂວງທີ່ກ່ຽວຂ້ອງ, ຖ້າຜູ້ປະກອບການບໍ່ໃຫ້ ການຮ່ວມມື ແມ່ນໃຫ້ຍຶດໄມ້ຈໍານວນດັ່ງກ່າວເປັນຂອງລັດ.

(5). ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຍຸບເລີກໂຮງງານປຸງແຕ່ງໄມ້ ທີ່ຕັ້ງຢູ່ໃນເຂດປ່າສະຫງວນ ຈໍານວນ 16 ແຫ່ງ ໃຫ້ສໍາເລັດພາຍໃນເດືອນ ກຸມພາ 2017 ນີ້.

(6). ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຊີ້ນໍາ ແລະ ຊຸກຍູ້ການສົ່ງອອກໄມ້ປອກ ແລະ ໄມ້ຝານທີ່ຍັງຕົກຄ້າງ ຈໍານວນ 2.418 ແມັດກ້ອນ ເພື່ອສົ່ງອອກໃຫ້ສໍາເລັດໂດຍໄວ.

(7). ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ ລົງສົມທົບກັບແຂວງອັດຕະປື ເພື່ອດໍາເນີນການກວດກາໃຫ້ລະອຽດ ກ່ຽວກັບໄມ້ເສຍຫາຍ ແລະ ໄມ້ໄຟໄໝ້ ຈໍານວນ 8.705 ແມັດກ້ອນ ແລ້ວລາຍງານລັດຖະບານ.

(8). ສໍາລັບໄມ້ຜ່ານຈໍານວນ 2.910,161 ໂຕນ (ໄມ້ຂະຍຸງ ຈໍານວນ 1.681,476 ໂຕນ, ໄມ້ປະດົງ ຈໍານວນ 923,685 ໂຕນ ແລະ ໄມ້ດູ່ ຈໍານວນ 305,000 ໂຕນ) ຢູ່ແຂວງສະຫວັນນະເຂດ ແລະ ໄມ້ທີ່ບໍ່ມີເອ ກະສານ, ເຊິ່ງເປັນໄມ້ທີ່ນອນໃນບ້ວງເຮັດທົດລອງ ຈໍານວນ 7.783,421 ແມັດກ້ອນ ແລະ 3.718,800 ໂຕນ ຢູ່ແຂວງສາລະວັນ ແມ່ນມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອອກແຈ້ງການໃຫ້ຜູ້ປະກອບການຖອກພັນທະຕາມກໍານົດເວລາ ທີ່ລະບຸໄວ້ໃນບົດບັນທຶກ ລະຫວ່າງ ຄະນະສະ ເພາະກິດສູນກາງ ແລະ ແຂວງທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດນໍາໄປປຸງແຕ່ງ, ຖ້າຜູ້ປະກອບການ ຫາກບໍ່ມາຖອກ ພັນທະຕາມກໍານົດເວລາ ແມ່ນໃຫ້ຍຶດໄມ້ຈໍານວນດັ່ງກ່າວ ມາເປັນຂອງລັດ.

(9). ສໍາລັບໄມ້ທີ່ຜູ້ປະກອບການ ເກັບຊື້ນໍາປະຊາຊົນ ຢູ່ແຂວງຄໍາມ່ວນ, ເຊິ່ງເປັນໄມ້ທີບໍ່ມີການອະນຸມັດ ແລະ ມີແຫຼ່ງທີ່ມາບໍ່ຖືກຕ້ອງ ຈໍານວນ 8.063,887 ແມັດກ້ອນ ແມ່ນມອບໃຫ້ແຂວງຄໍາມ່ວນ ອອກຂໍ້ຕົກລົງອາຍັດໄມ້ ຈໍານວນດັ່ງກ່າວ ມາເປັນຂອງລັດ.

(10). ໃຫ້ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການເງິນ ແລະ ກະຊວງອຸດສາກະກໍາ ແລະ ການຄ້າ ສົມທົບກັບອົງການປົກຄອງທ້ອງຖິ່ນ ດໍາເນີນການກວດກາປັບປຸງໜ່ວຍງານ, ຂະແໜງການສາຍຕັ້ງ ຂອງຕົນຢູ່ ທ້ອງຖິ່ນ ທີ່ຮັບຜິດຊອບວຽກງານຄຸ້ມຄອງປ່າໄມ້, ທຸລະກິດໄມ້ ແລະ ພະນັກງານປະຈໍາຢູ່ດ່ານພາສີ ໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີການສວຍ ໂອກາດຫາຜົນປະໂຫຍດແກ່ຕົນເອງ ແລະ ຝ່າຝືນກົດໝາຍ ແລະ ລະບຽບການ, ຖ້າກວດເຫັນການລະເມີດ ແລະ ການກະທໍາຜິດ ຕ້ອງໄດ້ລົງວິໄນ ແລະ ລົງໂທດຕາມລະບຽບກົດໝາຍ. ໃຫ້ກະຊວງກ່ຽວຂ້ອງ ແລະ ທ້ອງຖິ່ນ ປັບປຸງກົນໄກການປະສານງານ ໃຫ້ເປັນລະບົບ, ວ່ອງໄວ ແລະ ຊັດເຈນກວ່າເກົ່າ.

(11). ໃຫ້ຄະນະສະເພາະກິດ ສືບຕໍ່ກວດກາ ແລະ ເກັບກໍາຂໍ້ມູນໃຫ້ລະອຽດຊັດເຈນ ກ່ຽວກັບດ່ານທີ່ມີການອະນຸມັດ ໃຫ້ສົ່ງໄມ້ອອກໄປຕ່າງປະເທດ ມີດ່ານໃດແດ່ ? ແລະ ພາກສ່ວນໃດ ແລະ ພະນັກງານຜູ້ໃດເປັນຜູ້ອະ ນຸມັດໃຫ້ສົ່ງອອກ, ພະນັກງານຂອງລັດ ທີ່ໃຫ້ການຮ່ວມມື ແລະ ສົມຮູ້ຮ່ວມຄິດກັບຜູ້ປະກອບການ ທີ່ລັກລອບສົ່ງອອກ ໃຫ້ສືບຕໍ່ຄົ້ນຄວ້າຢ່າງຈິງຈັງ ແລະ ສະຫຼຸບສັງລວມລາຍງານ ລັດຖະບານ ຕາມເວລາອັນຄວນ.

•   ສໍາລັບບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດງົບປະມານ 3 ເດືອນຂ້າມຜ່ານ, ການຈັດຕັ້ງປະຕິບັດງົບປະມານ ເດືອນ ມັງກອນ 2017 ແລະ ແຜນການຈັດຕັ້ງປະຕິບັດງົບປະມານ ເດືອນ ມີນາ, ເດືອນ ເມສາ ປີ 2017. ກອງປະຊຸມ ໄດ້ຊີ້ນໍາໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຕ້ອງສຶກສາຄົ້ນຄວ້າ ແລະ ວິໃຈຄືນ ບັນດາມາດຕະການຈັດ ເກັບລາຍ ຮັບທີ່ຜ່່ານມາ ຄົບຖ້ວນແລ້ວບໍ ?, ບັນດາຫົວໜ່ວຍທຸລະກິດຕ້ອງຖືບັນຊີ, ນໍາໃຊ້ລະບົບທີ່ທັນສະໄໝ ເຂົ້າໃນການຈັດເກັບລາຍຮັບ, ລົງເລິກກວດກາຄືນ ບັນດາຖານລາຍຮັບຕ່າງໆ ຄົບຖ້ວນແລ້ວບໍ?, ອັດທຸກຊ່ອງຫວ່າງ ການຮົ່ວໄຫຼຂອງງົບປະມານ ເມື່ອພົບເຫັນບັນຫາ ໂດຍສະເພາະ ຄວາມບໍ່ໂປ່ງໃສ ຕ້ອງຮີບຮ້ອນແກ້ໄຂທັນທີ ໂດຍບໍ່ລໍຖ້າ. ພ້ອມດຽວກັນນີ້, ຕ້ອງເອົາໃຈໃສ່ຊຸກຍູ້ ການເກັບລາຍຮັບຢູ່ທ້ອງຖິ່ນ ໄປຄຽງຄູ່ກັບ ການຈັດຕັ້ງປະຕິບັດ ມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ, ກວດກາຄືນບັນຊີຈໍານວນພົນຕົວຈິງ ໃນຂະແໜງການຕ່າງໆ ເປັນຕົ້ນ ຂະແໜງການສຶກສາ, ສາທາລະນະສຸກ, ຂະແໜງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...

•    ບົດລາຍງານກ່ຽວກັບ ແຜນການພັດທະນາວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ. ຕໍ່ກັບບົດລາຍງານດັ່ງກ່າວ, ກອງປະຊຸມ ເຫັນດີໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຄືນ ແລ້ວນຳສະເໜີຂໍຄໍາ ເຫັນຈາກ ກອງປະຊຸມກົມການເມືອງສູນກາງພັກ, ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ພາຍຫຼັງມີຄໍາເຫັນແລ້ວ ຈາກນັ້ນລັດຖະບານ ຈະສະເໜີໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງ; ສໍາຄັນພາຍຫຼັງທີ່ປະກາດ ໃຊ້ແລ້ວ ຕ້ອງສາມາດປະຕິບັດໄດ້, ມີການຈັດລຽງບູລິມະສິດໃນການຈັດຕັ້ງປະຕິບັດ, ກົນໄກ ແລະ ມາດຕະການຕົວຈິງ ໃຫ້ລະອຽດ, ຈະແຈ້ງ, ເບີ່ງຄືນ 7 ນະໂຍບາຍຊຸກຍູ້ສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ກໍານົດອອກ ເປັນຕົ້ນ ນະໂຍບາຍສົ່ງເສີມການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຈະເຮັດຫຍັງແດ່, ນະໂຍບາຍສົ່ງເສີມການເຂົ້າເຖິງແຫຼ່ງທຶນ ຂອງຈຸລະວິສາຫະກິດ ຈະກໍານົດອັດ ຕາດອກເບ້ຍເງິນກູ້, ໄລຍະເວລາ ໃນການຊໍາລະສະສາງ, ການຄໍ້າປະກັນ ຫຼື ການຕະຫຼາດ ຈະມີການຊ່ວຍເຫຼືອ ຄືແນວໃດ. ພ້ອມດຽວກັນນັ້ນ, ຕ້ອງເອົາໃຈໃສ່ສ້າງຄົນ ໃຫ້ຮູ້ຈັກປະກອບອາຊີບ ເພື່ອມີວຽກເຮັດງານທໍາ ໃນນັ້ນ ບັນດາໂຮງຮຽນ, ສູນຝຶກອົບຮົມຕ່າງໆ ຕ້ອງກໍານົດຫຼັກສູດການຮຽນ-ການສອນ ເພື່ອເຮັດໃຫ້ສັງຄົມ ຫັນມາຮຽນວິຊາຊີບຫຼາຍຂຶ້ນກວ່າເກົ່າ ທັງນີ້ ກໍ່ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ.

•    ຮ່າງຍຸດທະສາດ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ (2016-2025), ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ເອົາໃຈໃສ່ ປັບປຸງບັນດາເນື້ອໃນ ແລະ ຄໍາສັບຕ່າງໆ, ກໍານົດບັນດາຄາດໝາຍ, ວິໄສທັດ ແລະ ຍຸດທະສາດຕ່າງໆໃຫ້ຈະແຈ້ງ ໂດຍມອບໃຫ້ກະຊວງພາຍໃນ ເປັນຜູ້ຄຸ້ມຄອງ ແລະ ເປັນໃຈກາງປະສານງານ ກັບພາກສ່ວນຕ່າງໆໃນ ຂອບເຂດທົ່ວປະເທດ ໂດຍມີກອງເລຂາສັງກັດຢູ່ກະຊວງພາຍໃນ. ພ້ອມດຽວກັນນີ້, ແມ່ນໃຫ້ນໍາໃຊ້ເຕັກນິກ ແລະ ກົນໄກຕ່າງໆ ເພື່ອຫັນເປັນທັນສະໄໝ.

•    ກ່ຽວກັບບົດລາຍງານໂຄງການກໍ່ສ້າງທາງດ່ວນ ເສັ້ນຄູ່ຂະໜານຖະໜົນ ໄກສອນ ພົມວິຫານ ຕິດພັນກັບ ໂຄງການສ້າງເຂດພັດທະນາດອກຈໍາປາ. ຕໍ່ບົດລາຍງານດັ່ງກ່າວ, ກອງປະຊຸມ ເຫັນດີໃຫ້ພາກສ່ວນທີ່ກ່ຽວ ຂ້ອງນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ແຜນການກໍ່ສ້າງໂຄງການດັ່ງກ່າວ ຕ້ອງໄປຕາມການວາງແຜນລວມ ໂດຍໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ຕາມການວາງຜັງເມືອງ, ສຶກສາຄົ້ນ ຄວ້າ ຮູບແບບຂອງການລົງທຶນ, ເອົາໃຈໃສ່ເຈລະຈາເງື່ອນໄຂຕ່າງໆ ໂດຍສະເພາະ ທຶນກູ້ຢືມ, ໄລຍະໃນການຊໍາລະສະສາງ ລວມທັງ ເອົາໃຈໃສ່ແກ້ໄຂບັນຫາການຊົດເຊີຍໃຫ້ປະຊາຊົນໃຫ້ດີ ເພື່ອບໍ່ໃຫ້ມີຜົນກະທົບຕາມມາ. ພ້ອມດຽກັນນີ້, ໃຫ້ເອົາໃຈໃສ່ຈັດສັນສະຖານທີ່ຈອດລົດ, ກໍານົດໂມງເວລາ ໃນການເຂົ້າ-ອອກ ຂອງນັກຮຽນ, ສໍານັກງານ-ອົງການຕ່າງໆ ໃຫ້ຊັດເຈນ, ຄຸ້ມຄອງການນໍາເຂົ້າລົດ ເພື່ອຫຼຸດຜ່ອນຄວາມແອອັດໃນການສັນ ຈອນຕາມທ້ອງຖະໜົນ.

ກ່ຽວກັບວຽກງານຈຸດສຸມໃນເດືອນ ມີນາ 2017.

ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ຈົ່ງນໍາເອົາເນື້ອໃນຈິດໃຈ ທີ່ໄດ້ຕົກລົງເປັນເອກະພາບ ໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ພ້ອມກັນນີ້ ໃຫ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານຈຸດສຸມຈໍາ ນວນໜຶ່ງ ໃນເດືອນ ມີນາ 2017 ດັ່ງນີ້:

1.    ກ່ອນອື່ນໝົດ ແມ່ນສືບຕໍ່ເອົາໃຈໃສ່ ວຽກງານຮັກສາຄວາມສະຫງົບ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍສືບຕໍ່ຕິດຕາມ ແລະ ສະກັດກັ້ນ ໜໍ່ແໜງທີ່ເປັນຄວາມ ສ່ຽງ ແລະ ຫຼໍ່ແຫຼມ ເປັນຕົ້ນແມ່ນ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ບັນຫາຢາເສບຕິດ, ການສວຍໃຊ້ສື່ສັງຄົມອອນລາຍ ເພື່ອປັ່ນປ່ວນສັງຄົມ, ທັບຖົມໂຈມຕີ ແລະ ແບ່ງແຍກປະຊາຊົນ ອອກຈາກລັດຖະບານ ແລະ ບັນຫາອື່ນໆ ທີ່ກົດນ່ວງທ່ວງດຶງ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການພັດທະນາຂອງພວກເຮົາ.

2.    ສຸມໃສ່ການແກ້ໄຂບັນຫາເສດຖະກິດ, ໃນນັ້ນ ບັນຫາສຳຄັນແມ່ນການປັບ ປຸງກົນໄກ, ວິທີການ ແລະ ປະສິດທິຜົນໃນການເກັບລາຍຮັບງົບປະມານ ແລະ ການຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ ຄຽງຄູ່ກັບການປັບປຸງ ແລະ ຊຸກຍູ້ການຜະລິດທຸລະກິດ, ການຜະລິດເປັນສິນຄ້າ, ການສົ່ງເສີມການລົງທຶນ ແລະ ການຈັດຕັ້ງປະຕິບັດໂຄງການລົງທຶນຂະໜາດໃຫຍ່ ໃຫ້ມີປະສິດທິຜົນ. ກ່ຽວກັບບັນຫານີ້ ລັດຖະບານ ຈະໄດ້ຈັດກອງປະຊຸມ ສະເພາະຮ່ວມກັບຄະນະເສດຖະກິດ ເພື່ອປຶກສາຫາລືກັນ

3.    ຮີບຮ້ອນຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວໃຫ້ໄວ ເພື່ອປະຕິບັດກົດໝາຍ ວ່າດ້ວຍສົ່ງເສີມການລົງທຶນ ສະບັບປັບປຸງ ແລະ ເພື່ອກະຕຸກຊຸກຍູ້ການລົງທຶນທັງພາຍໃນ ແລະ ຕ່າງປະເທດ. ພ້ອມ ດຽວກັນກໍ່ໃຫ້ເອົາໃຈໃສ່ຕິດຕາມ, ອຳນວຍຄວາມສະດວກ ແລະ ແກ້ໄຂບັນຫາທີ່ເປັນຂອດອຸດຕັນ ແລະ  ທ່ວງດຶງການ ເຄື່ອນໄຫວທຸລະກິດໃຫ້ມີປະສິດທິຜົນບົນພື້ນຖານ ຕາມກົດໝາຍ ແລະ ລະບຽບການ.

4.    ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂອງ ສສ. ຫວຽດນາມ ເພື່ອຮີບຮ້ອນຊຸກຍູ້ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ່ 39 ໃນຕົ້ນເດືອນນີ້ ໃຫ້ມີຄວາມ ຄືບ ໜ້າໂດຍໄວ. ຫຼາຍໂຄງການທີ່ສອງຝ່າຍ ໄດ້ຕົກລົງເປັນເອກກະພາບ ໃນກອງປະຊຸມຄັ້ງນີ້ ມີລັກສະນະຍຸດທະສາດ ເປັນຕົ້ນແມ່ນ ໂຄງການພັດທະນາຢູ່ ແຂວງໄຊສົມບູນ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການທ່າ ເຮືອວຸ່ງອ່າງ, ແຜນພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ເຊິ່ງລ້ວນແຕ່ຈະປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດຍຸດທະສາດ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງໃນ ສະເພາະໜ້າ ແລະ ຍາວນານ.

5.    ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ ໂດຍມອບໃຫ້ຄະນະສະເພາະກິດ ທີ່ໄດ້ແຕ່ງຕັ້ງຕາມຂໍ້ຕົກລົງ ເລກທີ 40/ນຍ, ສືບຕໍ່ປະຕິບັດພາລະບົດບາດ ຂອງຕົນ ພ້ອມນີ້ກໍ່ໃຫ້ທຸກພາກສ່ວນ ທັງສູນ ກາງ ແລະ ທ້ອງຖິ່ນ ໃຫ້ການຮ່ວມໄມ້-ຮ່ວມມື ແລະ ປະຕິບັດຄຳສັ່ງດັ່ງກ່າວ ຢ່າງເຂັ້ມງວດ ພ້ອມທັງຄົ້ນຄວ້າ. ສ່ວນລາຍລະອຽດ ໄດ້ມີແຈ້ງການ.

6.  ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການປ່ຽນແປງດິນຟ້າອາກາດ ເພື່ອແຈ້ງເຕືອນປະຊາຊົນ ແລະ ກະກຽມຮັບມື ຢ່າງຮອບຄອບ ແລະ ທັນການ ຕໍ່ໄພພິບັດທຳມະຊາດ ທີ່ອາດຈະເກີດຂຶ້ນ. ພ້ອມດຽວກັນກໍ່ແຈ້ງເຕື່ອນ ໃຫ້ປະຊາຊົນ ມີສະຕິ ແລະ ເພີ່ມຄວາມລະມັດລະວັງຕໍ່ອັກຄີໄຟຊຶ່ງອາດຈະເກີດຂຶ້ນໃນລະດູແລ້ງ.

7.    ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ທີ່ມີລັກສະນະພົ້ນເດັ່ນ, ມີຜົນກະທົບຫຼາຍ ແລະ ຮຽກຮ້ອງໃຫ້ສູນກາງ ກໍ່ຄືຂະແໜງການທີ່ກ່ຽວຂ້ອງ ທີ່ມີຄວາມເຂັ້ມແຂງ ດ້ານວິຊາການເຂົ້າຮ່ວມແກ້ໄຂເປັນ ຕົ້ນແມ່ນບັນຫາປາຕາຍ ຢູ່ແຂວງບໍ່ແກ້ວ, ການໄກ່ເກ່ຍເວນຄືນທີ່ດິນ ທີ່ຕິດພັນກັບການກໍ່ສ້າງໂຄງການທາງລົດໄຟ ຢູ່ບັນດາແຂວງພາກເໜືອ, ການແກ້ໄຂບັນຫາທີ່ຢູ່ອາໃສ ແລະ ເຂດເຮັດການຜະລິດ ຂອງປະຊາຊົນ ທີ່ຕິດພັນກັບ ໂຄງການເຂື່ອນໄຟຟ້າຢູ່ແຂວງບໍລິຄຳໄຊ ແລະ ອື່ນໆ.

8.    ສືບຕໍ່ເວົ້າລະວັງພະຍາດໃຂ້ເລືອດອອກ, ໄຂ້ຫວັດສັດປີກ ແລະ ປ້ອງກັນພະຍາດສັດ ທີ່ອາດເກີດຂຶ້ນຕາມລະດູການ ເປັນຕົ້ນ: ພະຍາດເຕົ້າໂຮມເລືອດງົວ-ຄວາຍ, ພະຍາດປາກເປື່ອຍລົງເລັບ, ພະຍາດທ້ອງ ເບັ່ງແບ້, ສືບຕໍ່ຕິດຕາມ ແລະ ໝາຍຈຸດວາງໄຂຂອງຕັກແຕນ ຢູ່ແຂວງຫຼວງພະບາງ, ຫົວພັນ, ຜົ້ງສາລີ, ອຸດົມໄຊ ແລະ ແຂວງຊຽງຂວາງ ເພື່ອເປັນຂໍ້ມູນໃນການກະກຽມ ປາບຕັກກະແຕນອ່ອນ. ໂດຍໃຫ້ພະນັກງານ ວິຊາການ ລົງຊ່ວຍທ້ອງຖິ່ນ.

9.   ຮີບຮ້ອນປັບປຸງບົດສະຫຼຸບຕີລາຄາ ສະພາບການຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ x ຂອງພັກ ກໍ່ຄື ຜົນຂອງການປະຕິບັດວຽກງານຂອງລັດຖະບານ ໃນໄລລຍະ 6 ເດືອນທີ່ຜ່ານມາ ແລະ ທິດທາງ ແຜນການໃນຕໍ່ໜ້າ, ນະໂຍບາຍທີ່ດິນ ແລະ ນະໂຍບາຍສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອກະກຽມລາຍງານຕໍ່ກອງປະຊຸມ ຄົບຄະນະບໍຫານງານສູນກາງພັກ ໃນເດືອນມີນາ.

10.    ສືບຕໍ່ຕິດຕາມ, ຕີລາຄາ ແລະ ວິເຄາະວິໄຈ ສະພາບພົ້ນເດັ່ນ ແລະ ການຜັນແປຂອງສະພາບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຂອງຕ່າງປະເທດ, ພາກພື້ນ ແລະ ສາກົນ ທີ່ອາດມີຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.

ທ້າຍນີ້, ຂໍຮຽກຮ້ອງມາຍັງພະນັກງານ, ສະມາຊິພັກ, ລັດຖະກອນ, ກໍາມະກອນ, ນັກຮຽນຮູ້ປັນຍາຊົນ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ, ຊາວຕ່າງດ້າວ ບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ລາວ, ນັກທຸລະກິດພາກລັດ ແລະ ເອກະຊົນ ລວມທັງ ນັກທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ລາວ ຈົ່ງພ້ອມກັນເຊີດຊູນໍ້າໃຈເປັນເຈົ້າປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າອຸປະສັກຕ່າງໆ, ສູ້ຊົນເຂົ້າຮ່ວມຈັດ ຕັ້ງປະຕິບັດວຽກ ງານສໍາຄັນຕ່າງໆ ທີ່ລັດຖະບານວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ແລະ ຂອງພວກເຮົາໝົດທຸກຄົນ.

ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

No comments

Powered by Blogger.