ແຈ້ງການ ກວດມະເຮັງເຕົ້ານົມ ຟຣີ ທີ່ໂຮງໝໍມະໂຫສົດ - ອິດສະຫຼະ

ແຈ້ງການ ກວດມະເຮັງເຕົ້ານົມ ຟຣີ ທີ່ໂຮງໝໍມະໂຫສົດ



ເນື່ອງໃນວັນແມ່ຍິງສາກົນ 2017 ທາງໂຮງໝໍມະໂຫສົດຮ່ວມກັບສະມາຄົມມະເຮັງເຕົ້ານົມລາວ (ABCD) ຂໍມອບຂອງຂວັນໃຫ້ແມ່ຍິ່ງທົ່ວໂລກ ໂດຍສະເພາະແມ່ນ ແມ່ຍິງລາວທີ່ຕ້ອງການກວດຊອກຄົ້ນມະເຮັງເຕົ້ານົມຂັ້ນເລີ່ມຕົ້ນສຳລັບແມ່ຍິງທີ່ມີອາຍຸ 45 ປີ ໂດຍບໍ່ເສຍຄ່າ ຢູ່ໂຮງໝໍມະໂຫສົດ ທີ່ຫ້ອງປະຊຸມໃຫຍ່ ໃນວັນເສົາ ວັນທີ 04/3/2017 ເວລາ 10:00 ເຊົ້າ - 15:00 ແລງ.

ສຳລັບຜູ້ສົນໃຈໃຫ້ຕິດຕໍ່ມາລົງທະບຽນທີ່ເບີ: 020 5561-8978, 020 2981-6209, 020 7711-0244 ຫຼື ຢູ່ສູນແພດນິວຕຣິນໃນໂຮງໝໍມະໂຫສົດ (ຢູ່ຕຶກແມ່ ແລະ ເດັກເກົ່າ ຂ້າງວັດເກົ້າຍອດ).


No comments

Powered by Blogger.