ສະພາກຳປູເຈຍຜ່ານຮ່າງກົດໝາຍເພີ່ມສິດໃຫ້ລັດຖະບານຍຸກພັກການເມືອງ - ອິດສະຫຼະ

ສະພາກຳປູເຈຍຜ່ານຮ່າງກົດໝາຍເພີ່ມສິດໃຫ້ລັດຖະບານຍຸກພັກການເມືອງ



ສຳນັກຂ່າວຕ່າງປະເທດລາຍງານ 20 ກຸມພາ 2017: ທີ່ປະຊຸມສະພານິຕິບັນຍັດແຫ່ງຊາດຂອງກຳປູເຈຍມີມະຕິສຽງສ່ວນໃຫຍ່ 66 ສຽງ ໂດຍສຽງສະໜັບສະໜູນທັງໝົດຈາກພັກປະຊາຊົນກຳປູເຈຍ ຂອງນາຍົກລັດຖະມົນຕີ ສົມເດັດຮຸນ ເຊນ ຜ່ານຮ່າງກົດໝາຍສະບັບແກ້ໄຂເລັ່ງດ່ວນວ່າດ້ວຍການ "ເພີ່ມອຳນາດ" ໃຫ້ແກ່ລັດຖະບານໃນການຍື່ນຄຳຮ້ອງຕໍ່ສານລັດຖະທຳມະນູນ ເພື່ອຂໍໃຫ້ມີການຍຸບພັກການເມືອງ ເຖິງແມ່ນວ່າກົດໝາຍດັ່ງກ່າວຍັງຕ້ອງຜ່ານການອະນຸມັດຈາກວຸດທິພະພາອີກຄັ້ງໜຶ່ງ ແຕ່ເປັນທີ່ຮູ້ກັນດີແລ້ວ່າຈະເປັນພຽງການລົງມະຕິຕາມທຳນຽມເທົ່ານັ້ນ ເນື່ອງຈາກພັກປະຊາຊົນກຳປູເຈຍຄອງສຽງສ່ວນໃຫຍ່ໃນສະພາສູງ 46 ສຽງຈາກທັງໝົດ 61 ສຽງ.

ເຊິ່ງໃນການອະພິປາຍ ແລະ ລົງມະຕິຂອງສະພາລຸ່ມນັ້ນ ສະມາຊິກພັກກູ້ຊາດກຳປູເຈຍທັງ 55 ສຽງ ພ້ອມໃຈກັນບໍ່ເຂົ້າຮ່ວມກອງປະຊຸມ ພ້ອມທັງອອກຖະແຫຼງວ່າ ການແກ້ໄຂຮ່າງກົດໝາຍດັ່ງກ່າວ ເປັນຄວາມພະຍາຍາມຂອງສົດເດັດຮຸນ ເຊນ ແລະ ພັກປະຊາຊົນກຳປູເຈຍ ໃນການມຸ່ງກຳຈັດພັກກູ້ຊາດກຳປູເຈຍອອກຈາກເສັ້ນທາງການເລືອກຕັ້ງຄັ້ງສຳຄັນທີ່ກຳລັງຈະເກີດຂຶ້ນ 2 ຄັ້ງຄື ການເລືອກຕັ້ງສະພາຊຸມຊົນເຊິ່ງເປັນການເລືອກຕັ້ງລະດັບທ້ອງຖິ່ນໃນວັນທີ 24 ມິຖຸນານີ້ ແລະ ການເລືອກຕັ້ງແຫ່ງຊາດທີ່ກຳນົດໄວ້ໃນວັນທີ 22 ກໍລະກົດ 2018.

No comments

Powered by Blogger.